ຄກສພ-ອກຫລ ຈັດພິທີສະເຫຼີມສະຫຼອງວັນກຳມະກອນສາກົນຄົບຄອບ 138 ປີ

01/05/2024

ຄກສພ-ອກຫລ ຈັດພິທີສະເຫຼີມສະຫຼອງວັນກຳມະກອນສາກົນຄົບຄອບ 138 ປີ

ຕອນເຊົ້າວັນທີ 30 ເມສາ 2024 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດພິທີສະເຫຼີມສະຫຼອງວັນກຳມະກອນສາກົນຄົບຄອບ 138 ປີ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານພິທີຂອງສະຫາຍ ສຸກຄຳເພັດ ເຮືອງບຸດສີ ຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທັງເປັນຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີບັນດາສະຫາຍ ຄະນະປະຈໍາພັກ, ຄະນະພັກ, ຄະນະບໍລິຫານງານສະຫະພັນກຳມະບານຮາກຖານ ຄກສພ-ອກຫລ ພ້ອມດ້ວຍສະມາຊິກກຳມະບານທົ່ວອົງການເຂົ້າຮ່ວມ.

ໃນພິທີ ສະຫາຍ ແສງທອງ ຊາວພູວົງ ຄະນະບໍລິຫານງານສູນກາງກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກໍາມະບານຮາກຖານ ຄກສພ-ອກຫລ, ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2023, ແຜນການເຄື່ອນໄຫວປີ 2024 ແລະ ບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2023, ທິດທາງແຜນການປະຈຳປີ 2024 ເຊິ່ງສະຫາຍໃຫ້ຮູ້ວ່າ: ໃນປີຜ່ານມາຄະນະບໍລິຫານງານສະຫະພັນກຳມະບານຮາກຖານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານການເມືອງແນວຄິດຕໍ່ສະມາຊິກກໍາມະບານ, ໂດຍໄດ້ຊຸກຍູ້ໃຫ້ສະມາຊິກກໍາມະບານເຂົ້າຮ່ວມເຊື່ອມຊຶມເອກະສານ, ການເມືອງຂອງພັກຂອງລັດ ແລະ ບັນດາເອກະສານມູນເຊື້ອຂອງພັກຂອງຊາດ ທີ່ຄະນະກວດກາສູນກາງພັກ ກໍ່ຄືອົງການກໍາມະບານຈັດຂຶ້ນ, ອັນໄດ້ເຮັດໃຫ້ສະຊິກສະພັນກໍາມະບານໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດໃນແຕ່ລະໄລຍະຢ່າງເລິກເຊິ່ງທົ່ວເຖິງ, ໂດຍສະເພາະບັນດາເອກະສານ ແລະ ກົດໝາຍກ່ຽວກັບກໍາມະບານ, ໄດ້ຊຸກຍູ້ການປະຕິບັນຂໍ້ແຂ່ງຂັນ 5 ເປັນເຈົ້າຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດນາ ເຊິ່ງໄດ້ເຮັດໃຫ້ ແຕ່ລະໜ່ວຍຮາກກໍາມະບານຖານໄດ້ມີຜົນງານພົ້ນເດັ່ນຫຼາຍດ້ານ ແລະ ສາມາດສະຫຼຸບຜົນການປະເມີນທົ່ວອົງການມີສະມາຊິກກໍາມະບານໄດ້ປະເພດແຂງຈໍານວນ 260 ສະຫາຍ, ຍິງ 90 ສະຫາຍ,ກາງ 09 ສະຫາຍ, ຍິງ 03 ສະຫາຍ, ອ່ອນ 02 ສະຫາຍ, ຍິງ 01 ສະຫາຍ ແລະ ບໍ່ໄດ້ປະເມີນ 17 ສະຫາຍ, ຍິງ 04 ສະຫາຍ ເຫດຜົນທີ່ສະມາຊິກຈໍານວນໜຶ່ງບໍ່ໄດ້ປະເມີນເນື່ອງຈາກວ່າເປັນພະນັກງານທີ່ປະຈຳການຍັງບໍ່ຮອດກຳນົດການປະເມີນ ແລະ ຈຳນວນໜຶ່ງແມ່ນໄປ ສຶກສາຕໍ່ຕ່າງປະເທດ. ຈາກນັ້ນສະຫາຍ ອະນຸສິດ ພິມມະສານ ຄະນະບໍລິຫານງານກໍາມະບານ ຄກສພ-ອກຫລ ໄດ້ຜ່ານຂໍ້ຕົກລົງມອບໃຜບຢັ້ງຢືນ 5 ເປັນເຈົ້າປະຈຳປີ 2022 ແລະ 2023 ຂອງສູນກາງສະຫະພັນກໍາມະບານລາວ ໃຫ້ແກ່ຄະນະບໍລະຫານງານສະຫະພັນກຳມະບານຮາກຖານ ຄກສພ-ອກຫລ

ໂອກາດນີ້ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ແກ່ຄະນະສະຫະພັນກໍາມະບານ, ພ້ອມທັງປາຖະກະຖາເອກະສານມູນເຊຶ້ອປະຫວັດຄວາມເປັນມາຂອງກຳມະກອນສາກົນຕິດພັນກັບກຳມະກອນ ສປປ ລາວ ແລະ ມີຄຳເຫັນໂອ້ລົມເຊິ່ງສະຫາຍໂດຍໄດ້ເນັ້ນໃຫ້ຄະນະບໍລິຫານງານສືບຕໍ່ນຳພາແນວຄິດໃຫ້ສະມາຊິກສະຫະພັນກໍາມະບານ ແຕ່ລະສະຫາຍຕ້ອງມີແນວຄິດການເມືອງໜັກແໜ້ນ ມີຄຸນສົມບັດສິນທຳປະຕິວັດ ມີນໍ້າໃຈດຸໝັ່ນ, ອົດທົນ, ພັດທະນານາຕົນເອງຢ່າງບໍ່ຢຸດຢັ້ງໃຫ້ກາຍເປັນຊົນຊັ້ນທີ່ກ້າວໜ້າກວ່າໝູ່ ເປັນຊົນຊັ້ນທີ່ມີຄວາມເຂັ້ມງວດທາງລະບຽບວິໄນ; ເອົາໃຈໃສ່ຊຸກຍູ້ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ມີສະຕິເປັນເຈົ້າການເຄົາລົບ ແລະ ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຕິດພັນກັບ 4 ເນື້ອໃນ 4 ຄາດໝາຍ, ປະຕິບັດໂມງເວລາຢ່າງເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ເອົາໃຈໃສ່ຄົ້ນຄວ້າເອກະສານເປັນຕົ້ນບັນດານິຕິກຳຕ່າງໆທີ່ພົວພັນເຖິງວຽກງານວິຊາສະເພາະ, ຊອກຮູ້ບັນດານິຕິກຳໃໝ່ໆ, ກໍາໃຫ້ໄດ້ພາລະບົດບາດ, ເພື່ອເປັນພື້ນຖານໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ; ເອົາໃຈໃສ່ໃນການປະຕິບັດວຽກງານວິຊສະເພາະ, ປະຕິບັດລະບອບສ່ອງແສງລາຍງານໃນແຕ່ລະໜ່ວຍ, ເພື່ອກຳໃຫ້ໄດ້ແນວຄິດຂອງສະມາຊິກແຕ່ລະສະຫາຍ; ໃຫ້ຄະນະບໍລິຫານງານສືບຕໍ່ຕັ້ງໜ້າປະຕິບັດຂະບວນການ 5 ເປັນເຈົ້າໃຫ້ຟົດຟື້ນຂຶ້ນຕື່ມ ຕິດພັນກັບການສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ, ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະວຽກງານຕ້ານການສໍ້ລາດບັງຫຼວງ; ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວກິດຈໍາຕ່າງໆ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍ ແລະ ກອງປະຊຸມໃຫຍ່ຂອງຄະນະໜ່ວຍກໍາມະບານ ກໍ່ຄືຮັບໃຊ້ກອງປະຊຸມ 3 ຂັ້ນຂອງພັກພ້ອມດຽວກັນນັ້ນ ຍັງໄດ້ຮຽກຮ້ອງມາຍັງສະມາຊິກສະຫະພັນກໍາມະບານທຸກສະຫາຍ ໃຫ້ສ້າງການຫັນປ່ຽນຢ່າງຕັ້ງໜ້າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)