ທ່ານ ປອ ຄຳພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ສາລະວັນ

28/04/2024

ທ່ານ ປອ ຄຳພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ສາລະວັນ

ໃນວັນທີ 26 ເມສາ 2024 ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນການພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ສາລະວັນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງ ສາລະວັນ ພ້ອມດ້ວຍຄະນະ.

ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານໂດຍສັງເຂບວຽກງານທີ່ພົ້ນເດັ່ນຂອງແຂວງ ເປັນຕົ້ນແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກໍຄືມະຕິກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ IX ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ - ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄລຍະ 1 ປີ 2023 ແລະ 3 ເດືອນຕົ້ນປີ 2024 ຈາກທ່ານ ປອ ດາວົວງ ພອນແກ້ວ ເຊິ່ງທ່ານໃຫ້ຮູ້ວ່າໄລຍະ 1 ປີຜ່ານມາຄະນະພັກ-ຄະນະນໍາຂອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວ ທາງປ້ອງຊາດ - ປ້ອງກັນຄວາມສະຫງົບ ຢ່າງແຂງແຮງ ສາມາດຮັບປະກັນ ຄວາມສະຫງົບ ຄວາມປອດໄພ ໄດ້ໂດຍພື້ນຖານ, ບັນດາເມືອງ ໄດ້ສືບຕໍ່ໃນການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ, ຈັດຕັ້ງຝຶກອົບຮົມ ກຳລັງ ປກສ ກຸ່ມບ້ານ ແລະ ປກສ ເຄີ່ງອາຊີບ; ວຽກ​ງານຂົງເຂດ ເສດຖະກິດຈັງຫວະການຂະຫຍາຍຕົວທາງເສດຖະກິດ ຢູ່​ໃນ​ລະ​ດັບ 5,9%. ລວມຍອດຜະລິດຕະພັນພາຍໃນ ບັນລຸ 7.732 ຕື້ກີບ ລື່ນແຜນ 26,31% ໃນນີ້ ຂະແໜງກະສິກໍາ ກວມ 57,03% ຂອງ GDP, ຂະແໜງອຸດສາຫະກໍາ ກວມ 19,60% ຂອງ GDP, ຂະແໜງບໍລິການ ແລະ ພາສີຂາເຂົ້າ ກວມ 23,37% ຂອງ GDP; ການ​ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່ 3 ຂັ້ນ ​ຂອງ​​ພັກ​ ມາຮອດປັດຈຸບັນ ຄະນະພັກຮາກຖານບ້ານ, ໜ່ວຍພັກຮາກຖານບ້ານ ແລະ ໜ່ວຍພັກຮາກຖານ ສຳນັກງານອ້ອມຂ້າງເມືອງ ໃນ 8 ເມືອງ ໄດ້ເປີດກອງ​ປະຊຸມ​ໃຫຍ່ສໍາ​ເລັດແລ້ວ ​ທັງ​ໝົດ 572 ໜ່ວຍ ເທົ່າກັບ 64,26%; ການຈັດ​ຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ແກ້ໄຂບັນຫາຢາເສບຕິດ ສາມາດ ມ້າງຄະດີຄ້າຂາຍຢາເສບຕິດທັງໝົດ 161 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 407 ຄົນ, ຍິງ 26 ຄົນ, ຢຶດຂອງກາງຢາບ້າ ຈໍານວນ 1 ລ້ານກວ່າເມັດ, ເຮໂລອິນ 101 ແທ່ງ, ຢາໄອ 3 ກິໂລ, ໂທລະສັບ 226 ໜ່ວຍ, ລົດຈັກ 66 ຄັນ, ລົດໃຫຍ່ 12 ຄັນ, ເງີນກີບ 4 ຮ້ອຍລ້ານກວ່າກີບ, ເງິນບາດ 31 ພັນບາດ, ເງິນຢວນ 150.000 ຢວນ, ວັດຖຸຄ້າຍຄືຄໍໍາໜັກປະມານ 5 ບາດກວ່າ, ໄດ້ສຶກສາອົບຮົມຜູ້ຖືກເຄາະຮ້າຍ 3.655 ຄົນ ແລະ ອື່ນໆ ເຮັດໃຫ້ຂະບວນການຄ້າຂາຍຢາເສບຕິດ ຄ່ອຍຫຼຸດນ້ອຍຖອຍລົງ; ວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງໄດ້ເອົາໃຈໃສ່ ເປັນເຈົ້າການເຄື່ອນໄຫວປະຕິບັດໜ້າທີ່ໃນການຕິດຕາມ, ກວດກາຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກ ໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະ ບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການປັບປຸງ - ກໍ່ສ້າງພາຍໃນພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ຜ່ານການກວດກາພົບເຫັນ ສະມາຊິກພັກລະເມີດກົດລະບຽບຂອງພັກ, ກົດໝາຍ ຂອງລັດ ຊຶ່ງຖືກປະຕິບັດວິໄນ ທັງໝົດ 04 ສະຫາຍ, ໃນນັ້ນລືບຊື່ອອກຈາກການເປັນສະມາຊິກພັກ 03 ສະຫາຍ, ໂຈະການຮ່ວມຊີວິດພັກ ຊົ່ວຄາວ 01 ສະຫາຍ, ໄດ້ສໍາເລັດການດໍາເນີນກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບລົງມາ ຈໍານວນ 17 ໂຄງການ; ສໍາເລັດການດໍາເນີນກວດກາການຈັດຕັ້ງປະຕິບັດລາຍຮັບເຂົ້າງົບປະມານ 01 ເມືອງ; ກວດສອບໂຄງການກໍ່ສ້າງອ່າງເກັບນໍ້າວັງແຄນ ເມືອງລະຄອນເພັງ; ກວດສອບເອກະສານລາຍງານການເງິນຂອງລັດວິສາຫະກິດນໍ້າປະປາແຂວງ; ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ຕິດຕາມ, ຊຸກຍູ້ ການປະຕິບັດຜົນການກວດກາ 06 ເປົ້າໝາຍ, ມູນຄ່າເສຍຫາຍ 15,93 ຕື້ກີບ, ສາມາດເກັບກູ້ຄືນໃຫ້ລັດ 4,85 ຕື້ກີບ ແລະ ຍັງຄ້າງ 11,08 ຕື້ກີບ.

 

ຫຼັງຈາກໄດ້ຮັບຟັງການລາຍງານແລ້ວ ທ່ານ ປອ ຄຳພັນ ພົມມະທັດ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ, ຄະນະນຳຂອງແຂວງທີ່ໄດ້ພ້ອມກັນເອົາໃຈໃສ່ນຳພາ-ຊີ້ນຳວຽກງານໃນແຕ່ລະດ້ານ ພ້ອມມີບາງຄຳເຫັນຊີ້ນຳເປັນຕົ້ນແມ່ນວຽກງານພັດທະນາເສດຖະກິດ-ສັງຄົມແມ່ນໃຫ້ສ້າງເສດຖະກິດຊຸມຊົນໃຫ້ເຂັ້ມແຂງ ແລະ ຍຶນຍົງ, ສຸມໃສ່ພັດທະນາການທ່ອງທ່ຽວດ້ານທຳມະທາດ, ວັດທະນາທຳ ຫຼື ສ້າງແຫຼ່ງທ່ອງທ່ຽວແບບຈຳລອງເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ, ຈັດສັນ ແລະ ຝຶກສີມືແຮງງານໃຫ້ການເປັນແຮງງານທີ່ມີຄຸນນະພາບ ເພື່ອຕອບສະໜອງແຮງງານໃຫ້ພຽງພໍໃນແຕ່ລະດ້ານ, ອຳນວຍຄວາມສະດວກ ແລະ ສົ່ງເສີມນັກລົງທຶນທີ່ເຂົ້າມາລົງທຶນຕາມຄວາມເປັນຈິງ ແລະ ເບິ່ງທ່າແຮງຂອງແຂວງເພື່ອພັດທະນາດ້ານຕ່າງໆແນໃສ່ສ້າງຄວາມເຂັ້ມແຂງໃຫ້ກຸ້ມຕົນເອງໃນທຸກດ້ານ; ວຽກງານພັກ-ພະນັກງານເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ລົງເລິກກວດເບິ່ງບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ມີຄວາມເສຍສະຫຼະ, ຜູ້ທີມີຄວາມ ກ້າຫານກ້າເຮັດກ້າຮັບຜິດຊອບ, ບໍ່ຫວັງຜົນປະໂຫຍດສ່ວນຕົວ, ພ້ອມກັນນັ້ນ ກໍ່ໃຫ້ເບິ່ງຜົນງານການເຄື່ອນໄຫວຜ່ານມາມີຜົນສໍາເລັດຄືແນວໃດ; ສໍາລັບວຽກງານກວດກາ ປັດຈຸບັນເປັນວຽກທີ່ມີຄວາມສຳຄັນເປັນຄວາມຫວັງຂອງການຈັດຕັ້ງພັກ-ລັດ ແລະ ສັງຄົມໃນການຕີຖອຍປະກົດການຕ່າງໆໃນສັງຄົມສະນັ້ນ ຕ້ອງໄດ້ສ້າງຄວາມເຂັ້ມແຂງເປັນປັດໃຈໃນການຟື້ນຟູຍົກລະດັບບົດບາດເພື່ອຕີຖອຍປະກົດການສວຍໃຊ້ໜ້າທີ່ຕຳແໜ່ງໃນການຫາຜົນປະໂຫຍດສ່ວນຕົວ, ເປັນວຽກແຖວໜ້າເພາະການກົດໜ່ວງຖ່ວງດຶງສາມາດເກີດຂຶ້ນຢູ້ທຸກລະດັບການຈັດຕັ້ງ; ສຳລັບວຽກງານກວດກາແມ່ນໃຫ້ຄະນະພັກ, ຄະນະນຳຂອງແຂວງຍົກລະດັບໃຫ້ກາຍເປັນວຽກແຖວໜ້າຊີ້ນຳຢ່າງເປັນລະບົບປົກກະຕິ ໃຫ້ໃຊ້ໜ້າທີກວດກາຢ່າງເຕັມສ່ວນເອົາໃຈໃສ່ຊີ້ນຳ ແລະ ຊ່ວຍຊຸກຍູ້ໃຫ້ວຽກງານກວດກາຂອງພັກ-ລັດເຮົາໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ອຳນວຍຄວາມສະດວງດ້ານຕ່າງໆໃຫ້ຄະນະກວດກາແຕ່ລະຂັ້ນໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນຢ່າງເຕັມສ່ວນ.
ຕອນບ່າຍຂອງມື້ດຽວກັນນີ້ທ່ານ ປອ ຄຳພັນ ພົມມະທັດ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ຄະນະຕິດຕາມ ຍັງໄດ້ລົງຢ້ຽມຢາມກິດຈະການລ້ຽງປາເປັນສິນຄ້າຂອງຄອບຄົວຕົວແບບຢູ່ບ້ານໜອງຕາໃກ້ ເມືອງເລົ່າງາມ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)