ກອງປະຊຸມລະດົມຄວາມເຫັນໃສ່ໂຄງການການເມືອງຂອງພັກ ແລະ ເຊື່ອມຊຶມເອກະສານສໍາຄັນ ຂອງພັກປະຊາຊົນປະຕິວັດລາວ ຢູ່ແຂວງເຊກອງ

25/04/2024

ກອງປະຊຸມລະດົມຄວາມເຫັນໃສ່ໂຄງການການເມືອງຂອງພັກ ແລະ ເຊື່ອມຊຶມເອກະສານສໍາຄັນ ຂອງພັກປະຊາຊົນປະຕິວັດລາວ ຢູ່ແຂວງເຊກອງ

​ວັນທີ 25 ເມສາ 2024 ທີ່ສະໂມສອນຫ້ອງວ່າການແຂວງເຊກອງໄດ້ຈັດກອງປະຊຸມລະດົມຄວາມເຫັນໃສ່ຮ່າງໂຄງການ ການເມືອງຂອງພັກ ແລະ ເຊື່ອມຊຶມເອກະສານສໍາຄັນຂອງພັກ ໃຫ້ການນໍາຂັ້ນສູງບັນດາແຂວງພາກໃຕ້ ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ,​ ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ບັນດາສະຫາຍ ເລຂາຄະນະພັກແຂວງ, ຄະນະປະຈຳພັກແຂວງຈາກ 5 ແຂວງພາກໃຕ້ຄື ແຂວງ ເຊກອງ, ອັດຕະປື, ຈຳປາສັກ, ສາລະວັນ ແລະ ແຂວງ ສະຫວັນນະເຂດເຂົ້າຮ່ວມ, ໂດຍແຂວງເຊກອງໄດ້ຮັບກຽດເປັນເຈົ້າພາບຮ່ວມໃນການຈັດກອງປະຊຸມຄັ້ງນີ້.

ໃນກອງປະຊຸມສະຫາຍ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ເຊກອງ ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງ ແລະ ກ່າວຕ້ອນຮັບຜູ້ແທນກອງປະຊຸມທີ່ມາຈາກສູນກາງ ແລະ ບັນດາແຂວງ, ຫຼັງຈາກນັ້ນ ສະຫາຍ ປອ ຄຳພັນ ພົມມະທັດ ກໍ່ໄດ້ໃຫ້ກຽດກ່າວເປີດກອງປະຊຸມ. ໂອກາດດຽວກັນນີ້ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກໍ່ໄດ້ລາຍງານໂດຍຫຍໍ້ເນຶ້ອໃນໂຄງການການເມືອງຂອງພັກປະຊາຊົນປະຕິວັດລາວ ເຊິ່ງສະຫາຍໃຫ້ຮູ້ວ່າໂຄງການການເມືອງ ໄດ້ແບ່ງອອກເປັນ 3 ພາກ ຄື: ພາກທີ 1 ພັກນໍາພາພາລະກິດປະຕິວັດເຮັດສຳເລັດພາລະກຳປົດປ່ອຍຊາດ ແລະ ກ້າວຂຶ້ນສັງຄົມນິຍົມ; ພາກທີ 2 ບູລະນະລະບອບປະຊາທິປະໄຕ ປະຊາຊົນ ສູ່ຈຸດໝາຍສັງຄົມນິຍົມ ແລະ ພາກທີ 3 ການກໍານົດແນວທາງ ແລະ ໜ້າທີ່ຂອງພັກ. ຈາກນັ້ນ ຜູ້ຕາງໜ້າຈາກບັນດາແຂວງກໍ່ໄດ້ຜັດປ່ຽນກັນຂຶ້ນລາຍງານຜົນຂອງກອງປະຊຸມສຳມະນາຢູ່ແຂວງຂອງຕົນ ແລະ ປະກອບຄໍາເຫັນຕໍ່ຮ່າງເນື້ອໃນໂຄງການການເມືອງ ຂອງພັກ ເຊິ່ງບັນດາສະຫາຍຜູ້ແທນກອງປະຊຸມໄດ້ຕີລາຄາສູງ ຕໍ່ກັບເນື້ອໃນໂຄງການການເມືອງ ຂອງພັກທີ່ຄະນະ ຮັບຜິດຊອບໄດ້ກະກຽມ ໂດຍຕິດພັນກັບຄໍາເຫັນເຈາະຈີ້ມ ຂອງປະທານ ກອງປະຊຸມ. ການປະກອບຄໍາເຫັນຄັ້ງນີ້ໄດ້ມີເນື້ອໃນຫຼາກຫຼາຍທີ່ມີລັກສະນະວິທະຍາສາດ ຕໍ່ກັບໂຄງສ້າງ ທາງດ້ານເນື້ອໃນ, ການຕີລາຄາການນໍາພາ ຂອງພັກໃນພາລະກິດປະຕິວັດ, ການຕີລາຄາສະພາບການ ຂອງພາກພື້ນ ແລະ ຂອງໂລກ ໃນປັດຈຸບັນ ພ້ອມດຽວກັນນັ້ນ ກໍຍັງມີຄໍາເຫັນທີ່ມີເນື້ອໃນສໍາຄັນ ໂດຍສະເພາະຕໍ່ກັບການກຳນົດທິດທາງ, ຈຸດໝາຍໃນດ້ານຕ່າງໆ ຢ່າງມີວິທະຍາສາດ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບຍຸກສະໄໝ ແລະ ການປະຕິບັດໜ້າທີ່ການເມືອງຂອງທົ່ວພັກ, ດ້ານຮູບການຈັດວາງເນື້ອໃນຂອງຮ່າງໂຄງການການເມືອງ ກໍໄດ້ມີຄໍາເຫັນຢ່າງກົງໄປກົງມາ ໂດຍສະເພາະດ້ານເຕັກນິກ-ໄວຍະກອນ, ການຈັດວາງ-ຈັດລຽງເນື້ອໃນແຕ່ລະພາກ, ແຕ່ລະປະໂຫຍກ, ແຕ່ລະຄໍາສັບ ເພື່ອໃຫ້ມີຄວາມເກາະກ່າຍ ແລະ ເໝາະສົມ.

ຕອນທ້າຍກອງປະຊຸມສະຫາຍ ປອ ຄຳພັນ ພົມມະທັດ ຍັງໄດ້ກ່າວຕຶ່ມວ່າພາຍຫຼັງສໍາມະນາໃນຄັ້ງນີ້ ຄະນະຮັບຜິດຊອບຈະໄດ້ສະຫຼຸບລາຍງານເນື້ອໃນ ການດໍາເນີນກອງປະຊຸມ, ການປະກອບຄໍາເຫັນ ຂອງບັນດາແຂວງພາກໃຕ້ ຕໍ່ກົມການເມືອງ ແລະ ຈະໄດ້ສືບຕໍ່ຄົ້ນຄວ້າປັບປຸງ ເພື່ອໃຫ້ເນື້ອໃນໂຄງການການເມືອງຂອງພັກມີຄວາມອຸດົມ ສົມບູນ ແລະ ເລິກເຊິ່ງຂຶ້ນຕື່ມ, ເຮັດໃຫ້ໂຄງການການເມືອງສະບັບດັ່ງກ່າວ ສ່ອງແສງໄດ້ການຈັດຕັ້ງນໍາພາຂອງພັກເຮົາ ຢ່າງຖືກຕ້ອງ, ສອດຄ່ອງກັບຍຸກສະໄຫມ ແລະ ການນໍາພາປະເທດຊາດກ້າວຂຶ້ນສັງຄົມນິຍົມ ຢ່າງບໍ່ຢຸດຢັ້ງ; ສືບຕໍ່ປະຕິບັດຫນ້າທີ່ການເມືອງ, ບົດບາດການນໍາພາ ຂອງພັກເຮົາໃນທຸກຂົງເຂດວຽກງານ, ເຮັດໃຫ້ການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ເຂົ້າສູ່ຕົວຈິງຢູ່ຂັ້ນທ້ອງຖິ່ນຮາກຖານຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນງານອັນຍິ່ງໃຫຍ່ກວ່າເກົ່າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)