ກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ຄັ້ງທີ 7 ສະໄໝທີ IV

04/04/2024

ກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ຄັ້ງທີ 7 ສະໄໝທີ IV

ໃນວັນທີ 01 ເມສາ ປີ 2024 ຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 7 ສະໄໝທີ IV ຂຶ້ນ ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານ ຂອງສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາພັກ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຊິ່ງມີຄະນະປະຈຳພັກ, ກຳມະການພັກ ແລະ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ດຳເນີນໃນທ່າມກາງສະພາບແວດລ້ອມທີ່ທ້າທາຍຫຼາຍຢ່າງ ໂດຍສະເພາະບັນຫາທີ່ກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຄ່າຄອງຊີບສູງ ແລະ ປະກົດການຫຍໍ້ທໍ້ຕ່າງໆຍັງສືບຕໍ່ເກີດຂຶ້ນຢ່າງແຜ່ຫຼາຍ. ສະນັ້ນ, ຈຶ່ງເວົ້າໄດ້ວ່າກອງປະຊຸມຄັ້ງນີ້ ມີຄວາມສໍາຄັນຫຼາຍ ໃນການຕີລາຄາການບໍລິຫານງານນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ມາຮອດປັດຈຸບັນ ໃຫ້ເຫັນໄດ້ຂໍ້ດີ ແລະ ບັນຫາຄຸມເຄືອທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂ, ກອງປະຊຸມຄັ້ງນີ້ໄດ້ຜ່ານບົດສະຫຼຸບຕີລາຄາການນຳພາ-ຊີ້ນໍາ ການເຄື່ອນໄຫວວຽກງານ ນັບແຕ່ເດືອນ 01-03/2024 ແລະ ທິດທາງແຜນການ ເດືອນ 04-06/2024 ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ; ຜ່ານຮ່າງແຜນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ ແລະ ກອງປະຊຸມໃຫຍ່ຂອງສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ; ຜ່ານຮ່າງມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຊີ້ນໍາການກະກຽມກອງປະຊຸມໃຫຍ່ ຂອງບັນດາ
ໜ່ວຍພັກ ຄັ້ງທີ V ຂອງອົງຄະນະພັກຂັ້ນຂອງຕົນ. ພ້ອມນີ້ກອງປະຊຸມ ຍັງໄດ້ພ້ອມກັນປຶກສາຫາລືຕໍ່ການຈັດຕັ້ງປະຕິບັດທິດທາງແຜນການ ໃນປີ 2024 ພ້ອມທັງປະກອບຄໍາຄິດເຫັນໃສ່ຮ່າງເອກະສານຕ່າງໆເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການນໍາພາ-ຊີ້ນໍາວຽກງານຮອບດ້ານ ໄປໃນລວງດຽວກັນໃຫ້ກາຍເປັນຮູບປະທຳດ້ວຍຄວາມຮັບຜິດຊອບສູງ.
ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸຜົນອັນຈົບງາມ ສະຫາຍ ປອ ຄໍາພັນ ພົມມະທັດ ຍັງໄດ້ເນັ້ນໜັກໃຫ້ ບັນດາສະຫາຍ ໃນຄະນະພັກ ທຸ້ມເທສະຕິປັນຍາ ແລະ ເປັນເຈົ້າການປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບໃຫ້ແທດເໝາະຖືກກັບຄວາມຈິງໃນໄລຍະຜ່ານມາ ເພື່ອຊີ້ໃຫ້ເຫັນເຖິງການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກເຫັນໄດ້ບັນຫາດີ-ບັນຫາອ່ອນ ແລະ ຂໍ້ຄົງຄ້າງຢ່າງຈະແຈ້ງ ແລະ ມີທິດແກ້ໄຂຢ່າງເໝາະສົມ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)