ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ເຜີຍແຜ່ເຊື່ອມຊຶມເອກສານສໍາຄັນຂອງພັກ,ຂອງຊາດ

02/04/2024

ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ເຜີຍແຜ່ເຊື່ອມຊຶມເອກສານສໍາຄັນຂອງພັກ,ຂອງຊາດ

ໃນວັນທີ 29 ມີນາ 2024 ຄກສພ-ອກຫລ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຕ່າງໆຂອງພັກ, ຂອງຊາດ ຂຶ້ນທີ່ສະໂມສອນໃຫຍ່ຄະນະກວດກາສູນກາງພັກ ເຊັ່ນ: ມີເອກະສານວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22/3/1955-22/3/2024); ວັນນັກຮົບເສຍອົງຄະ, ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ (21/3/1946-21/3/2024) ແລະ ເອກະສານທິດຊີ້ນຳຂອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ວຽກງານການເງິນທົ່ວປະເທດ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ແລະ ສະຫາຍ ປອ ດາວບົວລະພາ ບາວົງເພັດ ຄະນະປະຈຳພັກ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໂດຍມີພະນັກງານ-ລັດຖະກອນທົ່ວອົງການເຂົ້າຮ່ວມຮັບຟັງ.

ໃນພິທີ ສະຫາຍ ປອ ດາວບົວລະພາ ບາວົງເພັດ ໄດ້ໃຫ້ກຽດປາຖະກະຖາ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ, ເຊິ່ງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ການກໍາເນີດເກີດຂຶ້ນຂອງ ພັກປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ ແລະ ພາລະກິດອັນພົ້ນເດັ່ນ ຕະຫຼອດໄລຍະ 69 ປີ, ການເສີມຂະຫຍາຍມູນເຊື້ອ, ທາດແທ້, ອຸດົມການຂອງພັກເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ ນອກນີ້ຍັງໄດ້ຍົກໃຫ້ເຫັນເຖິງການນຳພາຂອງພັກໃນຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າຕ້ານກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ມີໄຊຊະນະຢ່າງພິລະອາດຫານນັບແຕ່ພາກເໜືອເຖິງພາກໃຕ້ ເປັນຕົ້ນບັ້ນຮົບຢູ່ເມືອງທ່າແຂກ ທະຫານ ແລະ ປະຊາຊົນເມືອງທ່າແຂກ ໄດ້ສາມັກຄີເປັນກ້ອນກຳລັງອັນແຂງແກ່ນ ຕໍ່ສູ້ຢ່າງດຸເດືອດຂ້ຽວຂາດ ຕ້ານກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ພ້ອມກັນນີ້ ສະຫາຍຍັງໄດ້ເລົ່າປະຫວັດມູນເຊື້ອລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ ເພື່ອທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດລາວ, ໂດຍພາຍໃຕ້ການນໍາພາ-ຊີ້ນຳຂອງ ພັກ ປະຊາຊົນ ປະຕິວັດລາວ ຕະຫຼອດ 69 ປີ ຜ່ານມາ ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ, ທາດແທ້ຂອງພັກເຮົາເຂົ້າໃນການນຳພາ-ຊີ້ນໍາຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ສຳເລັດຜົນ, ສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ-ຮອບດ້ານ, ສ້າງຄວາມຮັບຮູ້ທາງດ້ານແນວຄິດ ແລະ ການກະທໍາ, ສົ່ງເສີມດ້ານດີ, ແກ້ໄຂບັນດາ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ອາດເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງພະນັກງານ ແລະ ປະຊາຊົນບັນດາເຜົ່າ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ພ້ອມກັນນັ້ນ ກໍເພື່ອໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນຜັນຂະຫຍາຍມູນເຊື້ອຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຂອງຂະແໜງການຂອງຕົນ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້, ກໍຄືການນໍາພາ ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ ແລະ ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງບັນດານັກຮົບທີ່ໄດ້ອຸທິດຕົນເພື່ອປະເທດຊາດໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ມີຫຼາຍເຫດການປະຫວັດສາດຊຶ່ງປວງຊົນລາວທັງຊາດບໍ່ມີວັນລືມ.

ໂອກາດດຽວກັນນີ້ ສະຫາຍ ສີໃນ ມຽງລາວັນ ກໍ່ໄດ້ໃຫ້ກຽດເຜີຍແຜ່ເອກະສານທິດຊີ້ນຳຂອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ວຽກງານການເງິນທົ່ວປະເທດ ເຊິ່ງໄດ້ຍົກໃຫ້ເຫັນເຖິງການຕີລາຄາຜົນສຳເລັດຂອງກະຊວງການເງິນ, ດ້ານອ່ອນ ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ, ສິ່ງທ້າທາຍທີ່ຈະຕ້ອງສຸມໃສ່ແກ້ໄຂໃນຕໍ່ໜ້າໃຫ້ເປັນຮູບປະທຳ ແລະ ນະໂຍບາຍການຫັນລະບົບເສດຖະກິດຂອງປະເທດ ຈາກລະບອບເສດຖະກິດທີ່ເຕັມໄປດ້ວຍການເພິ່ງພາ, ເອື່ອຍອີງ ໃຫ້ກ້າວໄປສູ່ລະບົບ ແລະ ລະບອບເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)