ທ່ານ ປອ ຄຳພັນ ພົມມະທັດ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ອາເມຣິກາ ປະຈໍາ ສປປ ລາວ ຄົນໃໝ່

27/03/2024

ທ່ານ ປອ ຄຳພັນ ພົມມະທັດ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ອາເມຣິກາ  ປະຈໍາ ສປປ ລາວ ຄົນໃໝ່

ໃນວັນທີ 26 ມີນາ 2024 ນີ້, ທ່ານ ປອ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສ. ອາເມຣິກາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ, ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ ( ຫຼັກ 6 );

ໂອກາດດັ່ງກ່າວ, ທ່ານ ຄຳພັນ ພົມມະທັດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສ. ອາເມຣິກາ ຄົນໃໝ່ປະຈຳ ສປປ ລາວ ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນມີຄວາມໝາຍ, ຄວາມສໍາຄັນ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ - ສ. ອາເມຣິກາ ທີ່ມີມາແຕ່ດົນນານໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໂດຍສະເພາະການເຄື່ອນໄຫວ ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ກັບ ສ ອາເມຣິກາ. ໃນໄລຍະທີ່ຜ່ານມາການນໍາຂັ້ນສູງຂອງສອງປະເທດໄດ້ມີການພົບປະຊຶ່ງກັນ ແລະ ກັນ ເຊັ່ນ: ການນໍາຂັ້ນສູງຂອງລາວໄດ້ເຂົ້າຮ່ວມກອງປະຊຸມຢູ່ປະເທດ ອາເມຣິກາ ເປັນແຕ່ລະໄລຍະ ແລະ ສປປ ລາວ ກໍ່ໄດ້ຕ້ອນຮັບການນໍາຂັ້ນສູງ ຂອງອາເມຣິກາ ເຊັ່ນ: ອາດີດປະທານາທິບໍດີ ບຣາຣັກ ໂອບາມາ, ລັດຖະມົນຕີ ນາງ ຮິນລາຮິ ຄຼິນຕັນ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ຢ່າງເປັນທາງການ ໃນວັນທີ 8 ກັນຍາ 2016 ໂດຍການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ນະຄອນຫຼວງວຽງຈັນ ໃນໂອກາດ ທີ່ ສປປ ລາວ ເປັນປະທານ ໝູນວຽນ ອາຊຽນ. ນອກນັ້ນຍັງໄດ້ມີການຮ່ວມມືໃນຫຼາຍດ້ານຄື: ດ້ານການເມືອງ; ການຮ່ວມມືດ້ານວຽກງານຊອກຄົ້ນຫາກະດູກ (MIA); ການຮ່ວມມືດ້ານການປາບປາມຢາເສບຕິດ (Narcotic); ການຮ່ວມມືດ້ານວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO); ການພົວພັນ ແລະ ຮ່ວມມືດ້ານການທະຫານ; ການຮ່ວມມືດ້ານການຄ້າ ແລະ ການລົງທຶນ; ການໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ; ການຮ່ວມມືດ້ານສາທາລະນະສຸກ; ການຮ່ວມມືຕ້ານລັດທິກໍ່ການຮ້າຍ, ອະສາຍະກຳຂ້າມຊາດ ແລະ ການບັງຄັບໃຊ້ກົດໝາຍ; ການຮ່ວມມືກັບບັນດາປະເທດລຸ່ມແມ່ນໍ້ຂອງ (LMI); ການຮ່ວມມືໃນຂອບຄະນະກຳມະການແມ່ນໍ້າຂອງສາກົນ (MRC).

ນອກຈາກນີ້ ສ. ອາເມຣິກາ ຍັງໄດ້ຊ່ວຍເຫຼືອດ້ານການແພດເພື່ອມະນຸດສະທໍາ, ໄດ້ຊ່ວຍເຫຼືອດ້ານການແພດແກ່ບັນດາແຂວງ, ປຸກສ້າງໂຮງຮຽນ, ໂຮງໝໍ ແລະ ອື່ນໆ ຊຶ່ງມາເຖິງປັດຈຸບັນກໍ່ມີມູນຄ່າຫຼາຍສິບລ້ານໂດລາສະຫະລັດ. ສະເພາະປີ 2014 ຝ່າຍອາເມຣິກາໄດ້ຊ່ວຍສ້າງໂຮງໝໍ, ໂຮງຮຽນ, ສຸກສາລາ ແລະ ມອບໃຫ້ແກ່ຝ່າຍລາວແລ້ວມີໂຮງໝໍ 3 ແຫ່ງ (ໂຮງໝໍເມືອງວຽງທອງ, ເມືອງໄຊ ບົວທອງ, ເມືອງທ່າແຕງ), ໂຮງຮຽນ 3 ແຫ່ງ (ເມືອງຕຸ້ມລານ, ເມືອງສະມ້ວຍ, ເມືອງກະລຶມ) ແລະ ສຸກສາລາ 1 ແຫ່ງ (ເມືອງຕະໂອ້ຍ) ມູນຄ່າລວມປະມານ 3.067.400$.ໃນຕອນທ້າຍ ທ່ານທູດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວຢືນຢັນຈະຕັ້ງໜ້າສືບຕໍ່ປະກອບສ່ວນເຂົ້າໃນການພົວພັນຮ່ວມມືທີ່ດີລະຫວ່າງ ສອງລັດ ແລະ ປະຊາຊົນສອງຊາດ ລາວ - ສ. ອາເມຣິກາ ໃຫ້ນັບມື້ແໜ້ນແຟ້ນຂະຫຍາຍຕົວຍິ່ງຂຶ້ນ.
ສປປ ລາວ ແລະ ສ. ອາເມຣິກາ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 10 ສິງຫາ 1955 (ໃນໄລຍະ 1975-1989 ຮັກສາການພົວພັນຢູ່ໃນລະດັບອຸປະທູດ). ວັນທີ 12 ພະຈິກ 1990 ສອງປະເທດໄດ້ຍົກລະດັບການພົວພັນຈາກລະດັບອຸປະທູດຂຶ້ນເປັນເອກອັກຄະລັດຖະທູດ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)