ທ່ານ ວິໄລວັນ ບຸດດາຄໍາ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ

26/03/2024

ທ່ານ ວິໄລວັນ ບຸດດາຄໍາ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ

ໃນຕອນບ່າຍຂອງວັນທີ 22 ມີນາ 2024 ນີ້, ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ ທ່ານ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງ ທ່ານ ຊູດເດສ ມາເນຍ (Mr. Sudesh Maniar), ເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ.

ໃນໂອກາດດັ່ງກ່າວນີ້, ທ່ານວິໄລວັນ ບຸດດາຄໍາ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາພົບປະຢ້ຽມຢາມຂອງທ່ານເອກອັກຄະລັດຖະທູດສິງກະໂປ ໃນຄັ້ງນີ້ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືລະຫວ່າງລາວ-ສິງກະໂປ ໂດຍສະເພາະ, ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ສິງກະໂປ ຕໍ່ການຊ່ວຍ ເຫຼືອ ອັນລ້ຳຄ່າໃນໄລຍະຜ່ານມາ ແລະ ສະເໜີໃຫ້ສືບຕໍ່ການຊ່ວຍເຫຼືອທາງດ້ານການສ້າງຊັບພະຍາກອນມະນຸດ, ການຈັດຝຶກອົບຮົມພາສາອັງກິດ, ວິຊາການທີ່ກ່ຽວຂ້ອງໃຫ້ແກ່ ບັນດາພະນັກງານ-ລັດຖະກອນ, ການແລກປ່ຽນບົດຮຽນລະ ຫວ່າງຄະນະຜູ້ແທນ, ການນໍາຂັ້ນສູງຂອງທັງສອງປະເທດ ໃນຂົງເຂດວຽກງານຕ້ານການສໍ້ລາດບັງຫຼວງ ແລະ ການຮ່ວມມືສອງຝ່າຍຮ່ວມກັບອົງການຕ້ານການສໍ້ລາດບັງຫຼວງຂອງ ສິງກະໂປ (CPIB), ລວມທັງ ການສົ່ງບັນດາ ຜູ້ຊ່ຽວຊານ ເຂົ້າມາຊ່ວຍເຫລືອ ໃນຂະແໜງການຕ້ານການສໍ້ລາດບັງຫຼວງ. ພ້ອມນີ້, ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ພ້ອມດຽວກັນນີ້, ທ່ານ ຊູດເດສ ມາເນຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍໃນໂອກາດທີ່ ສປປ ລາວ ເປັນເຈົ້າພາບອາຊຽນ ເຊິ່ງເປັນພື້ນຖານສຳຄັນສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍລາວ-ສິງກະໂປ ໃຫ້ກ້າວສູ່ລ່ວງເລິກ, ໃນຕໍ່ໜ້າໃຫ້ມີຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ, ທັງໄດ້ຕີລາຄາສູງຕໍ່ສາຍພົວ ພັນການທູດ ລາວ-ສິງກະໂປ ຕະຫລອດໄລຍະຜ່ານມາທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງເປັນກ້າວໆມາ, ໂດຍສະເພາະ ການພົບປະແລກປ່ຽນບົດຮຽນ, ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສອງປະເທດ, ການພົວພັນຮ່ວມມື ຂອງບັນດາຫົວໜ່ວຍທຸລະກິດ, ການຮ່ວມມືດ້ານການຄ້າ-ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ໃນຂະ ແໜງການຕ່າງໆ ທີ່ສອງຝ່າຍມີທ່າແຮງຮ່ວມກັນ ເປັນຕົ້ນ: ການຜະລິດກະສິກຳ, ພະລັງງານສີຂຽວ (ພະລັງງານນໍ້າ, ແສງ ຕາເວັນ, ລົມ) ແລະ ການຊື້-ຂາຍ ພະລັງງານໄຟຟ້າ. ພ້ອມນັ້ນ ຍັງຍິນດີຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ປະສານສົມທົບກັນຢ່າງໃກ້ຊິດ ກັບຝ່າຍ ອົງການກວດກາແຫ່ງລັດ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ສິງກະໂປ-ລາວ ໃຫ້ແຕກດອກອອກຜົນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນ ສິງກະໂປ-ລາວ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)