ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ

22/03/2024

ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ

ໃນວັນທີ 20-21 ມີນາ 2024, ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນການພັກ, ເລຂາທິ ການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພອຍຄຳ ຮຸ່ງບຸນຍວງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງໄຊສົມບູນ ພ້ອມດ້ວຍຄະນະຢ່າງອົບອຸ່ນ.

ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ແມ່ນໄດ້ຟັງການລາຍງານໂດຍສັງເຂບວຽກງານທີ່ພົ້ນເດັ່ນຂອງແຂວງໄຊສົມບູນ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດດຳລັດ 414/ລບ ແລະ 2 ວາລະແຫ່ງຊາດ ຂອງປີ 2023 ແລະ ທິດທາງແຜນການ ປີ 2024 ຈາກ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຊິ່ງທ່ານໃຫ້ຮູ້ວ່າ: ໄລຍະ 1 ປີຜ່ານມາ ຄະນະພັກ-ຄະນະນໍາຂອງແຂວງ ໄດ້ຕັ້ງໜ້ານໍາພາຊຸກຍູ້ທຸກພາກສ່ວນ ສ້າງຂະບວນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ II ຂອງແຂວງ, ໂດຍຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ຢ່າງເປັນເຈົ້າການ; ເຊິ່ງເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຢູ່ໃນລະດັບ 7,5% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 2,335 ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນປະມານ 23 ລ້ານກວ່າກີບ/ຄົນ/ປີ, ມາຮອດປັດຈູບັນ ໂຄງການລົງທຶນຂອງລັດ ມີທັງໝົດ 181 ໂຄງການ, ມູນຄ່າ 4.173 ຕື້ກວ່າກີບ, ຊໍາລະແລ້ວ 46 ໂຄງການ, ມູນຄ່າ 192 ຕື້ກວ່າກີບ, ຍັງ 135 ໂຄງການ, ມູນຄ່າ 3.981 ຕື້ກວ່າກີບ. ສະເພາະປີ 2023 ໄດ້ຮັບອະນຸມັດງົບປະມານຊໍາລະບັນດາໂຄງການລົງທຶນຂອງລັດ ທັງໝົດ 297 ຕື້ກວ່າກີບ (ບ້ວງທຶນປົກກະຕິ 160 ຕື້ກວ່າກີບ ແລະ ທຶນບ້ວງເງິນເກີນແຜນ 136 ຕື້ກວ່າກີບ) ແລະ ມີໂຄງການສະເໜີໃໜ່ 11 ໂຄງການ, ມູນຄ່າ 98 ຕື້ກວ່າກີບ; ໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດທັງໝົດ 112 ໂຄງການ. ໃນນີ້, ຂັ້ນສູນກາງຄຸ້ມຄອງ 36 ໂຄງການ, ຂັ້ນແຂວງຄຸ້ມຄອງ 76 ໂຄງການ, ມູນຄ່າການລົງທຶນ 410 ຕື້ກວ່າກີບ ແລະ 596,3 ລ້ານໂດລາສະຫະລັດ. ນອກຈາກນັ້ນ, ໄດ້ເອົາໃຈໃສ່ຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ຕົ້ນຕໍແມ່ນການປູກຢາງພາລາ, ໝາກກ້ຽງ, ໝາກນັດ, ມັນສະຄູ, ມັນຕົ້ນ, ສາລີ, ປູກພືດຜັກອິນຊີ, ລ້ຽງສັດ ແລະ ອື່ນໆ; ດ້ານຂົງເຂດວັດທະນະທໍາ-ສັງຄົມ ແມ່ນໄດ້ສືບຕໍ່ການພັດທະນາ ໄປຕາມແຜນການທີ່ແຂວງ ແລະ ຂະແໜງການກ່ຽວຂ້ອງວາງອອກ ເຊັ່ນ: ການຍົກຄຸນນະພາບການສຶກສາ, ການປ້ອງກັນພະຍາດໄຂ້ຍຸງລາຍ ແລະ ພະຍາດອື່ນໆ ທີ່ອາດຈະເກີດຂຶ້ນຕາມລະດູການ, ການປົກປັກຮັກສາວັດທະນາທໍາ, ຮີດຄອງປະເພນີອັນດີງາມ ຂອງບັນດາເຜົ່າໄດ້ຮັບການເສີມຂະຫຍາຍ ແລະ ອະນຸລັກຮັກສາໄວ້; ຂົງເຂດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ກໍໄດ້ຮັບຄວາມເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເປັນເຈົ້າການ ສາມາດແກ້ໄຂບັນດາໜໍ່ແໜງທີ່ຈະກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນ: ບັນຫາການຄ້າຂາຍຢາເສບຕິດ, ຂີ້ລັກງັດແງະ, ໂສເພນີ ແລະ ອື່ນໆ. ສາມາດທັບມ້າງທຸກເລ້ກົນຂອງພວກຄົນບໍ່ດີ ເພື່ອຫວັງສ້າງຄວາມແຕກແຍກ, ຄວາມບໍ່ສະຫງົບພາຍໃນ ເຮັດໃຫ້ທົ່ວແຂວງມີຄວາມສະຫົງບປອດໄພ. ພ້ອມກັນນັ້ນ ກໍໄດ້ຖືສໍາຄັນ ຕໍ່ການປັບປຸງລະບົບການເມືອງ ແຕ່ແຂວງລົງຮອດຮາກຖານ ເຮັດໃຫ້ການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກເພີ່ມຂຶ້ນ ທັງປະລິມານ ແລະ ຄຸນນະພາບ; ພິເສດ ແມ່ນໄດ້ກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃນທົ່ວແຂວງ, ປັດຈຸບັນພວມສຸມໃສ່ດໍາເນີນກອງປະຊຸມໃຫຍ່ຄະນະພັກຮາກຖານ, ຮາກຖານພັກຢູ່ຂັ້ນບ້ານ ໃຫ້ສໍາເລັດຕາມແຜນທີ່ວາງໄວ້.

ໂອກາດດຽວກັນນີ້, ທ່ານ ປອ ຄໍາພັນ ພົມມະທັດ ຍັງໄດ້ມີຄໍາເຫັນແລກປ່ຽນ ແລະ ໃຫ້ທິດຊີ້ນໍາ ຕໍ່ຄະນະພັກ, ຄະນະນໍາຂອງແຂວງ ແລະ ຄະນະກວດກາແຕ່ລະຂັ້ນຂອງແຂວງໄຊສົມບູນ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ຍົກໃຫ້ເຫັນບັນຫາທີ່ເປັນການເລັ່ງທວງໃຫ້ຕ້ອງມີການແກ້ໄຂໃນສະພາບການປັດຈຸບັນ, ພ້ອມທັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນຕ້ອງເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການໃນການແກ້ໄຂບັນຫາຮ່ວມກັນ ໂດຍຖືເອົາວຽກງານຕິດຕາມ, ກວດກາເປັນປັດໄຈສໍາຄັນໃນການຟື້ນຟູຄວາມເຊື່ອໝັ້ນ ຕໍ່ບົດບາດການນໍາພາຂອງພັກ, ການຈັດຕັ້ງທຸກຂັ້ນ; ຕ້ອງມີຄວາມເປັນເອກະພາບກັນໃນວຽກງານການເມືອງແນວຄິດ, ວຽກງງານກວດກາໃຫ້ມີຄວາມຈະແຈ້ງ, ຊັດເຈນ; ຕ້ອງເຂົ້າໃຈ ແລະ ກໍາແໜ້ນ ເນື້ອໃນຈິດໃຈ ບັນດາມະຕິ, ຄໍາສັ່ງ, ເອກະສານສໍາຄັນຂອງສູນກາງພັກ ກໍຄືຂອງອົງຄະນະພັກແຂວງ ຕິດພັນກັບການຕິດຕາມ, ກວດກາຄວາມຮັບຜິດຊອບການປະຕິບັດລະບຽບວິໄນ ຂອງສະມາຊິກພັກ-ພະນັກງານ, ການຈັດຕັ້ງທຸກຂັ້ນ ຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ເອົາໃຈໃສ່ຕີຖອຍປະກົດການສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອສໍ້ລາດບັງຫຼວງ ຂອງພະນັກງານ-ສະມາຊິກພັກ, ພ້ອມທັງຖືເອົາວຽກງານຕ້ານ ແລະ ສືບສວນ-ສອບສວນ ເປັນກົນໄກສໍາຄັນ ໃນການຈໍາກັດສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ, ຍົກສູງຄວາມເປັນແບບຢ່າງນໍາໜ້າທາງດ້ານລະດັບວິຊາສະເພາະຂອງພະນັກງານ ທີ່ເຮັດວຽກງານກວດກາ ແລະ ພ້ອມກັນແກ້ໄຂບັນຫາສິ່ງຫຍໍ້ທໍ້ຕ່າງໆຢ່າງຂາດຕົວ.

ນອກຈາກນີ້, ຍັງໄດ້ໄປຢ້ຽມຢາມ ໂຮງງານຜະລິດແປ້ງມັນສາຄູ ຢູ່ບ້ານອອມ ເມືອງອານຸວົງ ຂອງກຸ່ມບໍລິສັດ ໂກເອໂກ ຕື່ມອີກ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)