ພິທີປາຖະກະຖາເອກະສານມູນເຊື້ອວັນສ້າງຕັ້ງແຂວງ ເຊກອງ ຄົບຮອບ 40 ປີ

18/03/2024

ພິທີປາຖະກະຖາເອກະສານມູນເຊື້ອວັນສ້າງຕັ້ງແຂວງ ເຊກອງ  ຄົບຮອບ 40 ປີ

ຕອນເຊົ້າວັນທີ 18 ມີນາ 2024 ແຂວງເຊກອງໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ ( 14 ເມສາ 1984 – 14 ເມສາ 2024 ) ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງເຊກອງ ພ້ອມດ້ວຍຄະນະພັກ, ຄະນະນຳຂອງແຂວງ ແລະ ພະນັກງານ, ທະຫານ, ຕໍາຫຼວດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີແມ່ນໄດ້ຮັບຟັງການເລົ່າປະຫວັດມູນເຊື້ອຂອງແຂວງເຊກອງຈາກ ທ່ານ ປອ ຄຳພັນ ພົມມະທັດ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມ, ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວຂອງແຂວງໃນແຕ່ລະໄລຍະ, ຜົນງານແຫ່ງການນໍາພາ-ຊີ້ນໍາປົກປັກຮັກສາ ແລະ ສ້າງສາພັດທະນາແຂວງເຊກອງໃນໄລຍະ 40 ປີ ນັບແຕ່ປີ 1984-2024 ພາຍໃຕ້ມະຕິກອງປະຊຸມໃຫຍ່ອົງຄະນະພັກ 7 ສະໄໝ ນັບແຕ່ຄັ້ງທີ IV-X ຄະນະພັກ, ອົງການປົກຄອງແຂວງ ໄດ້ສືບຕໍ່ນໍາພາ-ຊີ້ນໍາ ແລະ ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍແຕ່ລະຄັ້ງ ສຳເລັດໃນຫຼາຍດ້ານ,

ໃນນັ້ນ, ອັນທີ່ເປັນພື້ນຖານແມ່ນ ປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ທັງຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວດ້ວຍຈັງຫວະໝັ້ນທ່ຽງ ສາມາດປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງດ້ານການເມືອງ ເຊິ່ງສະແດງອອກຄື: ຂົງເຂດການເມືອງ-ການປົກຄອງ ຄະນະພັກ, ອົງການປົກຄອງແຂວງ ໄດ້ປັບປຸງບູລະນະກົງຈັກການຈັດຕັ້ງ ແຕ່ຂັ້ນແຂວງຮອດຂັ້ນຮາກຖານໃຫ້ກະທັດຮັດ, ສອດຄ່ອງກັບໜ້າທີ່ການເມືອງໄລຍະໃໝ່, ປັດຈຸບັນໃນທົ່ວແຂວງມີ 135 ກົງຈັກການຈັດຕັ້ງ, ຂັ້ນແຂວງມີ 33 ພາກສ່ວນເພີ່ມຈາກ 1984, ມີ 13 ພາກສ່ວນ, ມີ 208 ຂະແໜງ, ຂັ້ນເມືອງມີ 102 ກົງຈັກ, ມີ 479 ໜ່ວຍງານ, ມີ 8 ຈຸງານ; ມີພະນັກງານ-ລັດຖະກອນ 5.210 ຄົນ, ຍິງ 2.112 ຄົນ, ມີ 202 ບ້ານ, 15.200 ຄົວເຮືອນ, ອັດຕາການຂະຫຍາຍຕົວຂອງພົນລະເມືອງ 2%/ປີ ປັດຈຸບັນມີປະຊາກອນ 135.011 ຄົນ, ຍິງ 62.945 ຄົນ (2023) ທຽບໃສ່ 1993 ພົນລະເມືອງ ເພີ່ມຂຶ້ນ 2 ເທົ່າ (62ພັນກວ່າຄົນ); ຂົງເຂດເສດຖະກິດແຂວງໄດ້ຍຶດໝັ້ນແນວທາງປ່ຽນແປງໃໝ່ດ້ານເສດຖະກິດຂອງພັກ ໂດຍຫັນຈາກເສດຖະກິດທຳມະຊາດ ກຸ້ມຕົນເອງພໍໃຜພໍລາວ ໄປສູ່ເສດຖະກິດສິນຄ້າເພື່ອສົ່ງເສີມການຜະລິດ, ເອົາໃຈໃສ່ສ້າງພື້ນຖານໂຄງລ່າງ, ສໍານັກງານ, ອົງການ, ທີ່ຢູ່ອາໄສ ຂອງພະນັກງານ, ກໍ່ສ້າງຮາກຖານການເມືອງ, ເກັບກູ້ລະເບີດ ແລະ ຮໍາບາດແຜສົງຄາມ. ປີ 1984-1990 GDP ເພີ່ມຂຶ້ນສະເລ່ຍ 4-5% ຕໍ່ປີ ລາຍຮັບສະເລ່ຍ 120 ໂດລາ/ຄົນ/ປີ, ປີ 2001-2005 GDP ເພີ່ມຂຶ້ນສະເລ່ຍ 12,0% ຕໍ່ປີ ລາຍຮັບສະເລ່ຍ 200 ໂດລາ/ຄົນ/ປີ, ປີ 2006-2010 GDP ເພີ່ມຂຶ້ນສະເລ່ຍ 11,7% ຕໍ່ປີ ລາຍຮັບສະເລ່ຍ 540 ໂດລາ/ຄົນ/ປີ, ປີ 2011-2015 GDP ເພີ່ມຂຶ້ນສະເລ່ຍ 13.0% ຕໍ່ປີ ລາຍຮັບສະເລ່ຍ 1.304 ໂດລາ/ຄົນ/ປີ, ປີ 2016-2021 GDP ເພີ່ມຂຶ້ນສະເລ່ຍ 7,7% ຕໍ່ປີ ລາຍຮັບສະເລ່ຍ 1.720 ໂດລາ/ຄົນ/ປີ, ສະເພາະປີ 2023 ອັດຕາການຂະຫຍາຍຕົວຂອງເສດຖະກິດ ແຂວງເຊກອງ ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 5,5% ເທົ່າກັບ 2.709 ຕື້ກີບ, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 19,8 ລ້ານກີບ ຫຼື 917 ໂດລາສະຫາລັດ/ຄົນ/ປີ; ຂົງເຂດວັດທະນະທໍາ-ສັງຄົມ. ດ້ານການສຶກສາ ໄດ້ຮັບການປັບປຸງ, ການສັບຊ້ອນຈັດວາງຄູ ທົ່ວເຖິງເຂດຊົນນະບົດຫ່າງໄກສອກຫຼີກ, ດ້ານວັດທະນະທຳ ໄດ້ຮັບການອານຸລັກ ແລະ ເສີມຂະຫຍາຍ, ມີລະບົບໂທລະໂຄ່ງ 91 ບ້ານ ກວມເອົາ 46,19% ຂອງຈໍານວນບ້ານທັງໝົດ ມີສະຖານີໂທລະພາບ 1 ແຫ່ງສະຖານີວິທະຍຸ FM 4 ແຫ່ງ ໄດ້ຟື້ນຟູ, ປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າໃຫ້ຍືນຍົງ,

ພື້ນຖານໂຄງລ່າງການທ່ອງທ່ຽວໄດ້ຮັບການປັບປຸງດີຂຶ້ນ ເພື່ອຮັບຮອງການທ່ອງທ່ຽວ, ການສົ່ງເສີມພັດທະນາສືມືແຮງງານ ແລະ ການຈັດຫາງານໃຫ້ປະຊາຊົນເພີ່ມຂຶ້ນ; ການຄຸ້ມຄອງແຮງງານຕ່າງປະເທດ ເຂົ້າສູ່ລະບຽບກົດໝາຍ ຂຶ້ນບັນຊີແຮງງານຕ່າງດ້າວ ແລະ ຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ ຢູ່ຕາມສະຖາບັນຕ່າງໆທັງພາກລັດ-ເອກະຊົນ, ຂົງເຂດວຽກງານ ປກຊ-ປກສ ໄດ້ເສີມຂະຫຍາຍມູນເຊື້ອແຂວງວິລະຊົນ ກໍຄືຄວາມສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າ, ປັບປຸງກໍາລັງກອງຫຼອນ, ປກສ ບ້ານ, ສ້າງປ້ອມໝັ້ນ ແລະ ກຸ່ມບ້ານສູນຮົບຕິດລຽນ ທາງດ້ານປະລິມານ ແລະ ຄຸນນະພາບ, ຝຶກອົບຮົມສີລະປະຍຸດ-ຍຸດທະວິທີໃຫ້ກໍາລັງທ້ອງຖິ່ນເປັນປົກກະຕິ, ສາມາດທັບມ້າງກົນອຸບາຍຂອງພວກຄົນບໍ່ດີ ແລະ ອິດທິກຳລັງປໍລະປັກຢ່າງມີໄຊ ຮັບປະກັນເຮັດໃຫ້ແຂວງ ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ໜັກແໜ້ນຂຶ້ນເທື່ອລະກ້າວ, ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດ ຂອງພັກ ຢຶດໝັ້ນຫຼັກການພົວພັນຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແມ່ນການພົວພັນຮ່ວມມືມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ກໍຄືແຂວງເຊກອງ ແລະ ບັນດາແຂວງພາກກາງ-ພາກໃຕ້ ຂອງ ສສ ຫວຽດນາມ.
ໃນໂອກາດນີ້ ທ່ານ ປອ ຄຳພັນ ພົມມະທັດ ຍັງໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳຂອງແຂວງ ເອົາໃຈໃສ່ຕໍ່ກັບການເຄື່ອນໄຫວວຽກງານຮອບດ້ານຂອງແຂວງ ເປັນຕົ້ນແມ່ນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນແຕ່ລະດ້ານ, ເອົາໃຈໃສ່ ແລະ ຍົກສູງພາລະບົດບາດວຽກງານຕິດຕາມ, ກວດກາ ຖືສຳຄັນໃນການອຳນວຍຄວາມສະດວກຕໍ່ວຽກງານກວດກາ, ກວດກາການນໍາພາການເມືອງຕິດພັນກັບການຄຸ້ມຄອງລະບຽບວິໄນ ແລະ ການຕ້ານການສໍ້ລາດບັງຫຼວງ.
ພາບ-ຂ່າວໂດຍ ຕູ່ນາ ເລົ່າຖາວອນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)