ປີຜ່ານມາ ສະມາຊິກພັກຖືກປະຕິບັດວິໄນ 69 ສະຫາຍ

06/05/2024

ປີຜ່ານມາ ສະມາຊິກພັກຖືກປະຕິບັດວິໄນ 69 ສະຫາຍ

ໃນກອງປະຊຸມສະຫຼຸບວຽກງານກວດກາທົ່ວແຂວງສະຫວັນນະເຂດ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ທີ່ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍເປັນປະທານ ສະຫາຍ ລໍາທອງ ຂອບສີລາວົງ ຄະນະປະຈໍາພັກແຂວງປະທານກວດກາພັກ-ອົງການກວດກາລັດແຂວງ ທັງເປັນຫົວໜ້າອົງການຕ້ານການສໍ້າລາດບັງຫຼວງຂັ້ນແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ວັນໄຊ ຊົ່ງຊາຢູ ກໍາມະການຄະນະພັກ ຮອງປະທານ ຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ພະແນກການອ້ອມຂ້າງແຂວງ, ພະນັກງານພາຍໃນ, ແຂກທີ່ຖືກເຊີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີຄັ້ງນີ້, ສະຫາຍ ນາງ ກິ່ນນາລອນ ວົງຄໍາໂສພາ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ໃຫ້ຮູ້ວ່າ: ທົ່ວແຂວງມີສະມາຊິກພັກທັງໝົດ 33.837 ສະຫາຍ, ຍິງ 9.949 ສະຫາຍ, ໃນນັ້ນ ສະມາຊິກພັກສໍາ ຮອງ 2.076 ສະຫາຍ; ສະມາຊິກພັກທີ່ມີເງື່ອນໄຂສາມາດຈັດແບ່ງປະເພດແຂງມີ 27.085 ສະຫາຍ, ປະເພດກາງ 3.287 ສະຫາຍ, ປະເພດອ່ອນ 44 ສະຫາຍ, ບໍ່ໄດ້ຈັດປະເພດມີ 3.417 ສະຫາຍ; ເງິນສະຕິພັກທົ່ວແຂວງທີ່ເກັບໄດ້ໃນປີ 2023 ຈໍານວນ 926 ລ້ານກວ່າກີບ, ມອບໃຫ້ຄະນະຈັດຕັ້ງແຂວງ 117 ລ້ານກວ່າກີບ, ຍັງຄ້າງມອບ 123 ລ້ານກວ່າກີບ; ການປະຕິບັດວິໄນພາຍໃນພັກ ໄລຍະຜ່ານມາ ສາມາດປະຕິບັດວິໄນຕໍ່ສະມາຊິກພັກລວມທັງໝົດ 69 ສະຫາຍ, ຍິງ 12 ສະຫາຍ, ໃນນັ້ນ ປະຕິບັດຂັ້ນກ່າວເຕືອນ 13 ສະຫາຍ, ຂັ້ນຕິຕຽນ 15 ສະຫາຍ, ໂຈະຮ່ວມຊີວິດພັກ 28 ສະຫາຍ, ລຶບຊື່ອອກຈາກພັກ 17 ສະຫາຍ, ປົດຕໍາແໜ່ງພາຍໃນພັກ 1 ສະຫາຍ ສໍາລັບການປະຕິບັດວິໄນຄະນະພັກ-ສະມາຊິກພັກນີ້ ແມ່ນໄດ້ຈັດຕັ້ງປະຕິບັດໂດຍອີງໃສ່ກົດລະບຽບຂອງພັກເປັນຕົ້ນຕໍໃນການຄົ້ນຄວ້າ ພິຈາລະນາຕົວຈິງ. ຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານພ້ອມທັງ ປະກອບຄໍາເຫັນໃສ່ການຕິດຕາມ ກວດກາການຈັດຕັ້ງປະຕິບັດ ວຽກງານກວດກາພັກ, ການເກັບສະຖິຕິພັກ ແລະ ແຈ້ງການຕ່າງໆ ຢູ່ນະຄອນໄກສອນພົມວິຫານ; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ກ່ຽວກັບການລັກລອບຄ້າຂາຍບໍ່ຖືກກົດໝາຍລຽບຕາມຊາຍແດນຢູ່ເມືອງເຊໂປນ; ລາຍງານການ ຕິດຕາມກວດກາແກ້ໄຂການຄຸ້ມຄອງ ແລະປັບປຸງໂຮງງານປຸງແຕ່ງໄມ້ຢູ່ເມືອງທ່າປາງທອງ; ຕິດຕາມກວດກາຄົ້ນຄວ້າການແກ້ໄຂຄໍາຮ້ອງ-ຄໍາສະເໜີຂໍ້ຂັດແຍ່ງກ່ຽວກັບທີ່ດິນຢູ່ເມືອງໄຊບູລີ ແລະ ອື່ນໆ.

 

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)