ເມືອງປາກທາ ສະຫຼຸບວຽກງານວຽກງານກວດກາພັກ-ລັດ ແລະ ວຽກງານຈັດຕັ້ງ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024

03/05/2024

ເມືອງປາກທາ ສະຫຼຸບວຽກງານວຽກງານກວດກາພັກ-ລັດ ແລະ ວຽກງານຈັດຕັ້ງ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024

ວັນທີ27 ເມສາ 2024ນີ້ ເມືອງປາກທາ ​ແຂວງ​ບໍ່​ແກ້ວ ໄດ້ເປີດກອງປະຊຸມສະຫຼຸບ ວຽກງານກວດກາພັກ-ລັດ ແລະ ວຽກງານຈັດຕັ້ງ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂື້ນທີ່ສະໂມສອນຂອງເມືອງເປັນປະທານໂດຍທ່ານ ຄໍາຈັນ ອິນທະຈັກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ເຂົ້າຮວມໂດຍທ່ານ ສຸໄລ ດວງຜາຄຳ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກທາ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ຜູ້ເຮັດວຽກງານຈັດຕັ້ງ-ກວດກາຂອງແຕ່ລະຫ້ອງການເຂົ້າຮວມ.

ກອງປະຊຸມ ໄດ້ຮັບຟັງຮ່າງບົດສະຫຼຸບການເຄື່ອນໄຫວ ວຽກງານກວດກາ ແລະ ວຽກງານຈັດຕັ້ງ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ໃຫ້ຮູ້ວ່າ:ຄະນະພັກພວກເຮົາ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ບັນດາກົດລະບຽບ, ມະຕິ, ຄຳສັ່ງຕ່າງໆຂອງພັກ ເຊິງໄດ້ຕີລາຄາການເຄື່ອນໄຫວວຽກງານກວດກາໃນແຕ່ລະດ້ານເຊັ່ນວ່າ: ການຄົ້ນຄ້ວາເຊື່ອມຊຶມ, ຄຳສັ່ງຂອງພັກ ແລະ ນິຕິກຳກ່ຽວກັບວຽກງານກວດກາພັກ-ລັດ, ວຽກງານຕິດຕາມກວດກາພັກ, ວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ, ຄົ້ນຄວ້າຄຳຮ້ອງຟ້ອງ-ຄຳສະເໜີ, ວຽກງານບໍລິຫານ, ຈັດຕັ້ງ ແລະ ຄົ້ນຄ້ວາສັງລວມ ນອກນັ້ນ ຄະນະຈັດຕັ້ງເມືອງແມ່ນໜຶງໃນອົງການຈັດຕັ້ງພັກ ທີ່ຢູ່ພາຍໃຕ້ການຊີ້ນຳໂດຍກົງຂອງຄະນະປະຈຳພັກເມືອງ ມີບົດບາດເປັນເສນາທິການໃຫ້ແກ່ຄະນະປະຈຳພັກເມືອງ ໃນການເຄື່ອນໄຫວວຽກງານພັກ-ພະນັກງານ ຜ່ານມາຄະນະຈັດຕັ້ງກໍ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ, ສິດ ແລະ ພາະລະບົດບາດຂອງຕົນຢ່າງຕັ້ງໜ້າຈົນມີຜົນສຳເລັດວຽກງານຫຼາຍດ້ານເປັນຕົ້ນກໍ່ແມ່ນ: ວຽກງານກໍ່ສ້າງພັກ, ວຽກງານພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອື່ນໆ ທີ່ພົ້ນເດັ່ນຄື: ປະຈຸບັນເມືອງປາກທາມີ 8 ຄະນະພັກຮາກຖານ,ມີ 66 ໜ່ວຍພັກ, ມີສະມາຊິກພັກທັງໝົດ 947 ສະຫາຍ, ຍິງ 286 ສະຫາຍ, ສະມາຊິກພັກສໍາຮອງ 77 ສະຫາຍ, ຍິງ 25 ສະຫາຍ, ເຂົ້າຮ່ວມຊີວິດພັກປະຈຳເດືອນຂອງໜ່ວຍພັກທີ່ມີຫາງສຽງ ເພຶ່ອຊຸກຍູ້ກໍ່ສ້າງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ທັງໜົດ 20 ໜ່ວຍພັກ(ເທົ່າກັບ 80%), ຕິດຕາມ ກວດກາການປັບປຸ່ງໜ່ວຍພັກດຽວນຳພາຫຼາຍບ້ານ, ໜ່ວຍພັກດຽວນຳພາຫຼາຍຫ້ອງການ ທີ່ເຫັນໄດ້ວ່າມີຄວາມເປັນໄປໄດ້ທີ່ຈະສ້າງເປັນໜ່ວຍພັກເອກະລາດ ທີ່ຊີ້ນຳສະເພາະບ້ານ ມີ 4 ໜ່ວຍພັກ, ສົມທົບກັັບຄະນະຈັດຕັ້ງເມືອງ ຄົ້ນຄວ້າ ແລະ ນໍາສະເໜີສະມາຊິກພັກທີ່ກະທໍາຜິດຕໍ່ກົດລະບຽບພັກ, ກົດໝາຍລັດ, ລະບຽຂອງກົມກອງ 12 ສະຫາຍ, ຍິງ 1 ສະຫາຍ, ການຄຸ້ມຄອງນໍາໃຊ້ເງີນສະຕິພັກ: ຕິດຕາມການເຄື່ອນໄຫວຂອງເງີນສະຕິພັກຂັ້ນເມືອງ ປີ 2023 ເກັບໄດ້ທັງໝົົດ 4,372,000 ກີບ ; ຫັກມອບໃຫ້ຄະນະຈັດຕັ້ງແຂວງ 1,457,000 ກີບ; ຍັງຄ້າງເຫຼືອຢູ່ຄະນະຈັດຕັ້ງເມືອງ 2,915,000 ກີບ.

 

ພ້ອມດຽວກັນນັ້ນຜູ້ເຂົ້າຮວມກອງປະຊຸມຍັງໄດ້ຮັບຟັງການຜ່ານເອກະສານຄຳແນະນຳ ເລກທີ 285/ຄກສພ ກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງ ທ້າຍສະໄໝ ກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ບົດປະກອບຄຳເຫັນຂອງ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາທົ່ວແຂວງບໍ່ແກ້ວ ປະຈຳປີ 2023, ຄຳແນະນຳ ເລກທີ 13/ຄຈສພ, ລົງວັນທີ 11 ມັງກອນ 2024 ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເລືອກເຟັ້ນ ແຕ່ງຕັ້ງສັບປ່ຽນໜ້າທີ ຂອງພະນັກງານນຳພາຄຸ້ມຄອງ, ຄຳແນະນຳເລກທີ 171/ຄ​ປ​ພ​ຂ, ລົງວັນທີ່ 15 ກຸມ​ພາ 2024 ຂອງຄະະປະຈຳພັກແຂວງ ວ່າດ້ວຍການກະກຽມກອງປະຊຸມ ແລະ ການດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ, ຈາກນັ້ນ ແຕ່ລະພາກສ່ວນຍັງໄດ້ພັດປ່ຽນກັນປະກອບຄຳຄິດເຫັນຍາງກົງໄປກົງມາ ຕາມຄຳຖາມເຈາະຈີ້ມ ເພື່ອປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃສ່ວຽກງານດັ່ງກ່າວເພື່ອໃຫ້ມີປະສິດທິພາບ, ປະສິດທິຜົນ ມີຜົນສຳເລັດເປັນກ້າວໆໃນຕໍ່ໜ້າ.
ໃນຕ້ອນທ້າຍພີທີ ທ່ານ ຄໍາຈັນ ອິນທະຈັກ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ພ້ອມທັງໄດ້ເໜັ້ນໜັກບາງບັນຫາທີ່ສໍາຄັນເປັນຕົ້ນ ຕ້ອງເພີ່ມທະວີວຽກງານການເມືອງແນວຄິດ ແລະ ເອົາໃຈໃສ່ສຶກສາອົບຮົບ ພະນັກງານ, ສະມາຊິກພັກ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຖືເອົາວຽກງານກວດກາສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ໃນການເຮັດວຽກງານກວດກາຢ່າງເປັນປົກກະຕິ ເພື່ອກຳສະພາບຂອງພະນັກງານໃຫ້ໄດ້ດີ, ດຳເນີນການກວດກາ ແລະ ແກ້ໄຂຜົນຂອງການກວດກາໃຫ້ໄວ, ທັນການ ພ້ອມດຽວກັນນັ້ນ, ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນເຮັດໃຫ້ສໍາເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງຕົນຢ່າງມີຜົນສຳເລັດ, ສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບ, ເພີ່ມທະວີດ້ານຈັນຍາບັນ, ຈັນຍາທຳ, ຮັບປະກັນຄວາມໂປ່ງໃສ, ຍຸຕິທໍາ, ຖືກຕ້ອງສອດຄ່ອງຕາມທີ່ກົດໝາຍກໍານົດໄວ້.
ພາບ-ຂ່າວ: ສົມພົງ ສີລິພອນ ນັກຂ່າວອົງການກວດກາລັດເມືອງ ປາກທາ ແຂວງ ບໍ່ແກ້ວ.

 

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)