ກອງປະຊຸມສະຫຼຸບວຽກງານກວດກາທົ່ວເມືອງຮຸນ, ແຂວງອຸດົມໄຊ ປະຈໍາປີ 2023

03/05/2024

ກອງປະຊຸມສະຫຼຸບວຽກງານກວດກາທົ່ວເມືອງຮຸນ, ແຂວງອຸດົມໄຊ ປະຈໍາປີ 2023

ຕອນເຊົ້າຂອງວັນທີ 24 ເມສາ 2024 ນີ້ ຢູ່ທີ່ສະໂມສອນເມືອງຮຸນ ໄດ້ເປີດກອງປະຊຸມວຽກງານກວດກາທົ່ວເມືອງຮຸນຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄລພອນ ລິດຕະວົງ ຮອງເລຂາພັກເມືອງ ປະທານ ຄະນະກວດກາພັກເມືອງຮຸນ ມີບັນດາສະຫາຍ ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ສອງກອງບັນຊາການປກຊ-ປກສ, ລັດວິສາຫະກິດ, ກຸ່ມທະນາຄານ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຜູ້ເຮັດວຽກງານກວດກາຄະນະພັກຮາກຖານ, ຜູ້ເຮັດວຽກງານກວດກາໜ່ວຍພັກ, ຜູ້ເຮັດວຽກງານກວດກາລັດບັນດາຫ້ອງການອ້ອມຂ້າງເມືອງ ແລະ ຄະນະຮັບຜິດຊອບກອງປະຊຸມເຂົ້າຮ່ວມ.

​ໃນກອງປະຊຸມ ທ່ານ ຫຸມແພງ ສຸຂະທິວົງ ເລຂາໜ່ວຍພັກ ຮອງປະທານກວດກາພັກເມືອງ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາຂອງເມືອງປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ໂດຍໃຫ້ຮູ້ວ່າ ໃນ 1 ປີຜ່ານມາ ມີສະມາຊິກພັກຖືກປະຕິບັດວິໄນ 05 ສະຫາຍ, ຍິງ 02 ສະຫາຍ ໃນນີ້, ຖືກລືບຊື່ອອກຈາກພັກ 02 ສະຫາຍ,ຍິງ 01 ສະຫາຍ, ກ່າວເຕືອນຄວາມຜິດ 03 ສະຫາຍ, ຍິງ 01 ​ສະຫາຍ; ໄດ້​ລົງ​ຕິດຕາມ, ຊຸກຍູ້ວຽກ​ງານ​ຕິດຕາມ, ກວດກາ​ຮອບດ້ານ​ ​ທັງ​ໝົດ​ໄດ້ 10 ເປົ້າ​ໝາຍ ​ໃນ​ນີ້​ ກວດກາ​ປົກກະຕິ 09 ເປົ້າ​ໝາຍ, ກວດກາ​ຕາມ​ຄຳ​ສັ່ງ 01 ​ເປົ້າ​ໝາຍ; ໄດ້​ຕິດຕາມ ການ​ຈັດ​ຕັ້ງ​ປະຕິບັດການ​ຈັດ​ເກັບລາຍ​ຮັບ​ເຂົ້າ​ງົບປະມານ​ຂອງ​ເມືອງ​ໄດ້​ທັງ​ໝົດ 14.013,10 ລ້ານ​ກີບ ​ເທົ່າ​ກັບ 109,54 % ຂອງ​ແຜນການ​ປີ, ຄຸ້ມ​ຄອງ​​ລາຍ​ຈ່າຍ​ໄດ້ທັງ​ໝົດ 47.413,34 ລ້ານ​ກີບ ​ເທົ່າ​ກັບ 100% ຂອງ​ແຜນການ​ປີ; ໂຄງການລົງທຶນປີ 2023 ມີທັງໝົດ 100 ໂຄງການ ມູນຄ່າ 108.119,59 ລ້ານກີບ ​ເທົ່າ​ກັບ 80% ຂອງ​ແຜນການ​ປີ. ໃນນີ້, ການ​ລົງທຶນ​ຂອງ​ລັດ​ໄດ້ 6ໂຄງການ ມູນ​ຄ່າ 1.946,02 ລ້ານ​ກີບ ເທົ່າ​ກັບ 61 % ຂອງ​ແຜນການ​ປີ; ການລົງທຶນຊ່ວຍເຫຼືອລ້າທາງການເພື່ອການພັດທະນາ ( ODA ) ໄດ້ 37 ໂຄງການ ມູນຄ່າ 18.762,77 ລ້ານກີບ ໄດ້ຈັດຕັ້ງປະຕິບັດ 27 ໂຄງການ ມູນຄ່າ 3.272,76 ລ້ານກີບ ເທົ່າກັບ 49% ຂອງແຜນການປີ; ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດໄດ້ 57 ໂຄງການ ມູນຄ່າ 87.410,80 ລ້ານກີບ ໄດ້ຈັດຕັ້ງປະຕິບັດລື່ນ​ຄາດ​ໝາຍ 9%; ໄດ້ຮັບ​ບົດ​ລາຍ​ງານ​ ​ແລະ ການສະໜອງ​ຂໍ້​ມູນຈາກ​ການ​ຈັດ​ຕັ້ງ ເຫັນວ່າມີ 1 ​ເປົ້າ​ໝາຍ ກ່ຽວ​ກັບ​ພະນັກງານ​ມີ​ພຶດຕິ​ກຳ​ ​ໃນ​ການ​ຍັກ​ຍອກ, ສໍ້​ໂກງ​ຊັບສິນ​ຂອງ​ລັດພົບ​ເຫັນມູນ​ຄ່າ​ເສຍ​ຫາຍຈຳນວນ 244,006,000 ກີບ (​ເກັບ​ກູ້​ຄືນ​ສຳ​ເລັດ​ແລ້ວ); ​ໄດ້​ນໍາ​ໃຊ້​ສຳນວນ​ເອກະສານ​ແຈ້ງ​ຊັບ​ສິນ​ເຂົ້າ​ໃນ​ກໍລະນີ​ການຕີ​ລາຄາ, ການ​ເລືອກ​ຕັ້ງ, ການ​ແຕ່ງ​ຕັ້ງ​ດຳລົງ​ຕຳແໜ່ງ 2 ຄັ້ງ​, ການ​ຍົກຍ້າຍ​ເຂົ້າ 8 ຄັ້ງ, ການ​ຍ້າຍ​ອອກ 1 ຄັ້ງ , ການ​ປະຕິບັດ​ນະ​ໂຍບາຍ 2 ຄັ້ງ, ການ​ລົງ​ວິ​ໄນ 3 ຄັ້ງ, ການ​ກວດກາ 1 ຄັ້ງ; ​ຕິດຕາມ,ຊຸກຍູ້​ການ​ແກ້​ໄຂ​ຄຳ​ຮ້ອງ-ຄຳ​ສ​ະ​ເໜີ​ຂອງບັນດາຂະ​ແໜງ​ການ​ທີ່​ຄ້າງ​ປີ 2022 ຈໍານວນ 2 ສະບັບ; ໄດ້ຮັບ-ຈັດສົ່ງວາລະສານກວດກາໃຫ້ບັນດາຫ້ອງການອ້ອມຂ້າງເມືອງ ໄດ້ 5 ສະບັບ ເທົ່າກັບ 180 ຫົວ. ຈາກນັ້ນ, ໃນກອງປະຊຸມຍັງໄດ້ເຜີຍແຜ່ເອກະສານສໍາຄັນ ຄື: ຄໍາແນະນໍາ ເລກທີ 331/ ອກຫລ, ລົງວັນທີ 03 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ) ແລະ ເຜີຍແຜ່ຄໍາແນະນໍາ ເລກທີ 379/ ຄສພ, ລົງວັນທີ 04 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງ ຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ. ພ້ອມນີ້ ບັນດາຄະນະຮັບຜິດຊອບກອງປະຊຸມ ກໍໄດ້ພັດປ່ຽນກັນຂຶ້ນຜ່ານບັນດາເອກະສານທີ່ກ່ຽວຂ້ອງກອງປະຊຸມດ້ວຍຄວາມຮັບຜິດຊອບສູງ, ໂອກາດດຽວກັນນີ້ບັນດາຜູ້ແທນກອງປະຊຸມກໍໄດ້ມີການແລກປ່ຽນຄໍາຄິດເຫັນຕໍ່ກັບວຽກງານຕິດຕາມກວດກາ ຢ່າງກົງໄປກົງມາພາວະວິໄສ ດ້ວຍບັນຍາກາດອັນຟົດຟື້ນ ເຕັມໄປດ້ວຍຄວມໝາຍຄວາມສໍາຄັນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານກວດກາໃນຕໍ່ໜ້າມີບາດກ້າວໃໝ່ ແລະ ຜົນສໍາເລັດຍິ່ງຂຶ້ນກວ່າເກົ່າ.

ຕອນທ້າຍກອງປະຊຸມສະຫາຍ ໄລພອນ ລິດຕະວົງ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ດ້ານດີ-ຜົນສໍາເລັດຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ໃນໄລຍະ 1 ປີຜ່ານມາ ພ້ອມທັງໄດ້ເນັ້ນໜັກບາງບັນຫາຄົງຄ້າງທີ່ຄວນເອົາໃຈໃສ່ປັບປຸງ, ແກ້ໄຂໃນຕໍ່ໜ້າ ໂດຍສະເພາະຄວາມຮັບຜິດຊອບຂອງຄະນະພັກ ຕໍ່ການຕິດຕາມ, ກວດກາ ແລະ ຄວາມຮັບຜິດຜູ້ເຮັດວຽກງານຕິດຕາມ, ກວດກາ ໃຫ້ກໍາແໜ້ນພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ເພື່ອເຮັດວຽກງານຕິດຕາມ, ກວດກາມີຄວາມເຂັ້ມແຂງ, ໜັກແໜ້ນຫຼາຍກວ່າເກົ່າ, ສືບຕໍ່ຜັນຂະຫຍາຍດ້ານດີທີ່ຕັ້ງ, ປັບປຸງແກ້ໄຂບາງຂອດຄົງຄ້າງ ແລະ ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປຜັນຂະຫຍາຍໝູນໃຊ້ເຂົ້າໃນວຽກງານຂອງຕົນ.

ພາບ/ຂ່າວ: ສົມບິກ ດວງທະລາ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)