ອົງການໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານກວດກາ ປະຈຳປີ 2023

03/05/2024

ອົງການໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານກວດກາ ປະຈຳປີ 2023

ກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 30 ເມສາ 2024 ນີ້, ຢູ່ທີ່ຫ້ອງປະຊຸມໃຫຍ່ອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາສະຫາຍຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ຄະນະກວດກາພັກ, ຫົວໜ້າຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ບັນດາຫົວໜ້າພະແນກ ແລະພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ຄໍານຸທອນ ສູນວິເລີດ ຮອງປະທານກວດກາພັກ, ຫົວໜ້າກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາຂອງອົງການໄອຍະການປະຊາຊົນສູງສຸດ ປະຈຳປີ 2023 ແລະ ທິດທາງວຽກງານຈຸດສຸມ ປະຈໍາປີ 2024. ໂດຍທ່ານໄດ້ຍົກໃຫ້ເຫັນຜົນສໍາເລັດໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເປັນຕົ້ນ ໃນ 1 ປີຜ່ານມາ ສາມາດຄົ້ນຄວ້າອອກນິຕິກໍາ ໄດ້ 2 ສະບັບ; ສາມາດຂະຫຍາຍສະມາຊິກພັກໄດ້ຈໍານວນ 14 ສະຫາຍ, ຍິງ 6 ສະຫາຍ, ສະມາຊິກພັກສົມບູນ 10 ສະຫາຍ, ຍິງ 4 ສະຫາຍ; ສໍາຮອງ 4 ສະຫາຍ, ຍິງ 2 ສະຫາຍ; ໄດ້ຕິດຕາມ, ກວດກາ ຕາມຄໍາສັ່ງທັງໝົດໄດ້ 5 ເປົ້າໝາຍ ທີ່ຕິດພັກກັບການປະຕິບັດໜ້າທີ່, ໃນນີ້ ພະນັກງານໄອຍະການຂັ້ນສູນກາງ 1 ເປົ້າໝາຍ ລົງວິໄນໂດຍການສຶກສາອົບຮົມ, ຕັກເຕືອນ, ໃຫ້ຄໍາແນະນໍາ ແລະ ອີກ 4 ເປົ້າໝາຍແມ່ນຂັ້ນທ້ອງຖິ່ນ ຍັງລໍຖ້າຜົນຂອງການກວດກາ; ໄດ້ຮັບຄໍາຮ້ອງ-ຄໍາສະເໜີທັງໝົດ 13 ເລື່ອງ (ເນື້ອໃນແມ່ນຮ້ອງຟ້ອງຕໍ່ອົງການຈັດຕັ້ງລັດ ແລະ ພະນັກງານ) ໃນນີ້, ແມ່ນໄດ້ຄົ້ນຄວ້າ, ແກ້ໄຂຕາມພາລະບົດບາດແລ້ວ 8 ເລື່ອງ, ຍັງຄ້າງ 5 ເລື່ອງ. ພ້ອມນີ້ຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ຍັງຄົງຄ້າງ, ສາເຫດທີ່ເຮັດໃຫ້ມີດ້ານດີ-ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງຈຸດສຸ່ມໃນຕໍ່ໜ້າ. ຈາກນັ້ນ, ໃນກອງປະຊຸມ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ສະຫາຍ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ເຜີຍແຜ່ເອກະສານສໍາຄັນ ຄື ຄໍາສັ່ງເເນະນໍາ ເລກທີ 169/ຄລສພ ລົງວັນທີ 15 ສິງຫາ 2022 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຂອງຜົນກວດກາ; ຄໍາແນະນໍາ ສະບັບເລກທີ 285/ຄກສພ ລົງວັນທີ 15 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ; ຄໍາແນະນໍາ ຂອງອົງການກວດກາແຫ່ງລັດ ສະບັບເລກທີ 331/ອກຫລ, ລົງວັນທີ 03 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍກວດກາລັດ (ສະບັບປັບປຸງ); ຄໍາແນະນໍາ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 379/ຄກສພ, ລົງວັນທີ 07 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ.ໃນໂອກາດດຽວກັນນີ້ ບັນດາຜູ້ແທນກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ການສະຫຼຸບຕີລາຄາໃນ 1 ປີຜ່ານມາ ແລະ ຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ເຊິ່ງຍົກໃຫ້ເຫັນເຖິງຄວາມຫຍຸ້ງຍາກ, ບາງບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະທີ່ຜ່ານມາ ໂດຍສະເພາະການຕິດຕາມ, ກວດກາ, ເກັບກໍາຂໍ້ມູນສະພາບການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃນການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ການແກ້ໄຂຂອງແຕ່ລະພາກສ່ວນໃນກໍລະນີເກີດມີປະກົດການຫຍໍ້ທໍ້ຕ່າງໆ ຕໍ່ກັບພະນັກງານ, ສະມາຊິກພັກພາຍໃຕ້ການຄຸ້ມຄອງຂອງຕົນຢ່າງທັນການ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ໄຊຊະນະ ໂຄດພູທອນ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ພ້ອມທັງໄດ້ເນັ້ນໜັກບາງບັນຫາທີ່ສໍາຄັນເປັນຕົ້ນ ຕ້ອງເພີ່ມທະວີວຽກງານການເມືອງແນວຄິດ ແລະ ເອົາໃຈໃສ່ໃນການສຶກສາອົບຮົບ ພະນັກງານ, ສະມາຊິກພັກ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຖືເອົາວຽກງານກວດກາສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ຕ້ອງເອົາໃຈໃສ່ໃນການເຮັດວຽກງານກວດກາຢ່າງເປັນປົກກະຕິ ເພື່ອກຳສະພາບຂອງພະນັກງານໃຫ້ດີ, ດຳເນີນການກວດກາ ແລະ ແກ້ໄຂຜົນຂອງການກວດກາໃຫ້ໄວ, ທັນການ. ພ້ອມດຽວກັນນັ້ນ, ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນເຮັດໃຫ້ສໍາເລັດໜ້າທີ່ໆພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຢູ່ກົມກອງຂອງຕົນຢ່າງມີຜົນສຳເລັດ, ສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບ, ເພີ່ມທະວີດ້ານຈັນຍາບັນ, ຈັນຍາທຳ, ຮັບປະກັນຄວາມໂປ່ງໃສ , ຍຸຕິທໍາ, ຖືກຕ້ອງສອດຄ່ອງຕາມທີ່ກົດໝາຍກໍານົດໄວ້ ເພື່ອພ້ອມກັນພັດທະນາວຽກງານໄອຍະການປະຊາຊົນຕາມທິດກ້າວໜ້າ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)