ກະຊວງການຕ່າງປະເທດສະຫຼຸບຕີລາຄາວຽກງານກວດກາ ປະຈຳປີ 2023

02/05/2024

ກະຊວງການຕ່າງປະເທດສະຫຼຸບຕີລາຄາວຽກງານກວດກາ ປະຈຳປີ 2023

ໃນວັນທີ 26 ເມສາ 2024 ຄະນະກວດກາ ຂອງກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ພ້ອມທັງເຜີຍແຜ່ເອກະສານທີ່ສໍາຄັນຈຳນວນໜຶ່ງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຄະນະປະຈຳພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີຄະນະພັກ-ຄະນະນຳກະຊວງ, ບັນດາເລຂາໜ່ວຍພັກ, ຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານນາງ ວິລິບ ບົວສີສະຫວັດ ຮອງຫົວໜ້າກົມກວດກາ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງໃນໄລຍະຜ່ານມາ ຄະນະພັກ-ຄະນະນໍາ, ຄະນະກວດກາພັກ-ອົງການກວດກາແຫ່ງລັດ ກະຊວງການຕ່າງປະເທດ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານຕິດຕາມ, ກວດກາ, ຊຸກຍູ້ບັນດາໜ່ວຍພັກ ຢູ່ພາຍໃນ ແລະ ຕ່າງປະເທດ ຄົ້ນຄວ້າ, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍເນຶ້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງ, ມະຕິກອງປະຊຸມໃຫຍ່ວຽກງານການຕ່າງປະເທດຄັ້ງທີ 14, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV. ນອກນັ້ນ, ໂດຍໄດ້ເພີ່ມທະວີເອົາໃຈໃສ່ວຽກງານຕິດຕາມ, ກວດກາການປະຕິບັດໜ້າທີ່ການເມືອງຂອງຄະນະພັກ, ສະາຊິກພັກ ແລະ ການຄຸ້ມຄອງບໍລິຫານລັດ ພາຍໃນກະຊວງດ້ວຍຄວາມຮັບຜິດຊອບສູງ, ຕິດຕາມ, ກວດກາການປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ໄດ້ເຂົ້າຮ່ວມໃນຄະນະກຳມະການວຽກງານຈັດຊື້-ຈັດຈ້າງ ແລະ ສ້ອມແປງດ້ວຍທຶນຂອງລັດ ຂອງກະຊວງການຕ່າງປະເທດ, ເຊິ່ງຜ່ານການຕິດຕາມ, ກວດກາຕົວຈິງ ເຫັນວ່າໄດ້ປະຕິບັດຖືກຕ້ອງຕາມກົດໝາຍ ວ່າດ້ວຍການຈັດຊື້້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຖືກຕາມຂັ້ນຕອນຂອງລະບຽບການຕ່າງໆ; ວຽກຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີປີຜ່ານມາໄດ້ຮັບຈົດໝາຍຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ 2 ສະບັບ, ຈົດໝາຍຮ້ອງຟ້ອງຂໍຄວາມເປັນທໍາຈາກບໍລິສັດ ຕໍ່ກັບພະນັກງານກະຊວງການຕ່າງປະເທດ 01 ສະບັບ, ຕໍ່ບັນຫາດັ່ງກ່າວ ກົົມກວດກາ ໄດ້ຄົ້ນຄວ້າເກັບກໍາຂໍ້ມູນ ແລະ ລາຍງານຄະນະພັກ-ຄະນະນຳ ກະຊວງ ເພື່ອຂໍທິດຊີ້້ນໍາ, ພ້ອມທັງສະເໜີມາດຕະການແກ້ໄຂ, ໄດ້ສໍາເລັດການຈັດຕັ້ງປະຕິບັດວຽກງານຕ່າງໆເຊັ່ນ: ການລົງນາມບົດບັນທຶກຮ່ວມກັບອົງການກວດສອບແຫ່ງລັດ ກ່ຽວກັບການຄຸ້ມຄອງບໍລິຫານງົບປະມານຮັບໃຊ້ການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ ກະຊວງການຕ່າງປະເທດ ຮັບຜິດຊອບ; ບົດລາຍງານການຕິດຕາມ, ກວດກາ ແລະ ການແກ້ໄຂຜົນຂອງການກວດກາ ປະຈໍາປີ 2023 ສົ່ງໃຫ້ອົງການກວດກາແຫ່ງລັດ. ພ້ອມນີ້, ຍັງໄດ້ຮັບຟັງການເຜີຍແຜ່ເນື້ອໃນ 03 ເອກະສານສໍາຄັນຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2023 ຄື: 1. ຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 159/ຄລສພ, ລົງວັນທີ 15 ສິງຫາ 2022 ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນຂອງການກວດກາ; 2. ຄໍາແນະນໍາຂອງຄະນະກວດກາສູນກາງພັກ, ສະບັບເລກທີ 379/ຄກສພ, ລົງວັນທີ 07 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ; 3. ຄໍາແນະນໍາຂອງອົງການກວດກາແຫ່ງລັດ, ສະບັບເລກທີ 331/ອກຫລ, ລົງວັນທີ 03 ຕຸລາ 2023 ກ່ຽວກັບການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ).

ຕອນທ້າຍກອງປະຊຸມ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກບາງດ້ານຄື: 1). ຄະນະກວດກາພັກກະຊວງ ແລະ ບັນດາຜູ້ຮັບຜິດຊອບວຽກງານກວດກາ ແຕ່ລະຂັ້ນ ຂອງກະຊວງການຕ່າງປະເທດ ຕ້ອງໄດ້ຄົ້ນຄວ້າ ແລະ ກຳແໜ້ນບັນດາພາລະບົດບາດ, ສິດ ແລະ ໜ້າທີ່ ລວມທັງບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານກວດກາ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, 2). ຫັນວຽກງານກວດກາ ໃຫ້ໄປຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ແລະ ທິດຊີ້ນໍາຂອງຂັ້ນເທິງເທື່ອລະກ້າວ.3) ຕ້ອງຖືເອົາວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງເປັນວຽກງານໜຶ່ງທີ່ສຳຄັນ ແລະ ຍົກລະດັບວຽກງານດັ່ງກ່າວຂຶ້ນເທື່ອລະຂັ້ນ, 4). ເພີ່ມທະວີການແກ້ໄຂຜົນການກວດກາໃຫ້ມີປະສິດຕິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ 5). ຖືເອົາວຽກງານກວດກາ ເປັນໜຶ່ງໃນພາລະບົດບາດ ແລະ ແບບແຜນການນໍາພາທີ່ສໍາຄັນຂອງພັກທີ່ຂາດບໍ່ໄດ້ ທັງເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ-ຄະນະນໍາ ພ້ອມທັງຄົ້ນຄວ້າປັບປຸງ ກົນໄກການຕິດຕາມ-ກວດກາ ໃຫ້ຄົບຖ້ວນ, ຕ້ອງມີຄວາມເຂົ້າໃຈຕໍ່ຄວາມສຳຄັນຂອງວຽກງານຕິດຕາມ-ກວດກາ ຢ່າງເລິກເຊິ່ງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)