ກະຊວງແຜນການ ແລະ ການລົງທຶນສະຫຼຸບຕີລາຄາວຽກງານກວດກາ ປະຈຳປີ 2023

02/05/2024

ກະຊວງແຜນການ ແລະ ການລົງທຶນສະຫຼຸບຕີລາຄາວຽກງານກວດກາ ປະຈຳປີ 2023

ຕອນເຊົ້າຂອງວັນທີ 30 ເມສາ 2024, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂຶ້ນທີ່ສະໂມສອນ ຂອງກະຊວງ ກຜທ, ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ນາງ ພອນວັນ ອຸທະວົງ, ຮອງເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ສະຫາຍ ປອ ດາວບົວລະພາ ບາວົງເພັດ ຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ມີບັນດາ ສະຫາຍ ປະທານກວດກາພັກ, ຄະນະປະຈຳພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ, ຫົວໜ້າພະແນກ ແລະພະນັກງານຫຼັກແຫຼ່ງຜູ້ທີ່ເຮັດວຽກງານກວດກາ ທົ່ວກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.

ໃນກອງປະຊຸມແມ່ນໄດ້ຮັບຟັງການລາຍງານ ຜົນການສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານກວດກາປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງກະຊວງແຜນການ ແລະ ການລົງທຶນ, ຜ່ານການຈັດຕັ້ງຜັນຂະຫຍາຍບັນດາ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ແຫ່ງຊາດ ຄັ້ງທີ XI ( 2021-2025) ໂດຍຕິດພັນກັບ 02 ວາລະແຫ່ງຊາດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງ ແລະ ຂະບວນການແຂ່ງຂັນສ້າງຜົນງານຮັບຕ້ອນກອງປະຊຸມໃຫຍ່ 03 ຂັ້ນ, ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກຜທ. ເຊິ່ງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ຂອງຄະນະກວດກາພັກ ແລະ ອົງການກວດກາແຫ່ງລັດ ທີ່ພົ້ນເດັ່ນຫຼາຍດ້ານ. ນອກຈາກນັ້ນກອງປະຊຸມຍັງໄດ້ ປະກອບຄຳຄິດເຫັນຢ່າງສ້າງສັນ ກົງໄປກົງມາຕໍ່ຮ່າງບົດສະຫຼຸບ ແລະ ຍັງໄດ້ຮັບຟັງການເຜີຍແຜ່ ເອກະສານທີ່ສຳຄັນ ເປັນຕົ້ນ: ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ເລກທີ169/ຄລສພ ກ່ຽວກັບເພີ່ມທະວີການນຳພາ-ຊີ້ນຳຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ, ຄຳແນະນຳຂອງອົງການກວດກາແຫ່ງລັດ ເລກທີ331/ອກຫລ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ(ສະບັບປັບປຸງ), ຄຳແນະນຳຂອງຄະນະກວດກາສູນກາງພັກ ເລກທີ285/ຄກສພ ກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງ ທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ໂອກາດນີ້, ສະຫາຍນາງ ພອນວັນ ອຸທະວົງ ຍັງໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມຄຳຄັນ ຂອງວຽກງານຕິດ ຕາມ, ກວດກາແມ່ນໜຶ່ງໃນພາລະບົດບາດຕົ້ນຕໍແຫ່ງການນຳພາຂອງພັກ ຖ້າບໍ່ມີການກວດກາກໍ່ໝາຍຄວາມວ່າບໍ່ມີການນຳພາ, ວຽກງານຕິດຕາມ, ກວດກາ ແມ່ນວຽກທີ່ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ເປັນວຽກທີ່ຕ້ອງໄດ້ເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ ສຳລັບການນຳພາຂອງພັກ ແລະ ການຄຸ້ມຄອງການບໍລິຫານຂອງລັດ; ການນຳພາຂອງພັກໃນເງື່ອນໄຂໃໝ່, ການຕິດຕາມກວດກາຍິ່ງມີບົດບາດສໍາຄັນ ເພື່ອຊອກໃຫ້ເຫັນຈຸດບົກພ່ອງດ້ານຫຍໍ້ທໍ້ຕ່າງໆ ແລະ ສະກັດກັ້ນ, ແກ້ໄຂຢ່າງທັນການ, ທັງເປັນການຍົກລະດັບຄວາມສາມາດ, ເສີມຂະຫຍາຍສະຕິປັນຍາ ຂອງຜູ້ທີ່ເຮັດວຽກງານກວດກາ, ເປັນການຮຽນຮູ້ຊຶ່ງກັນ ແລະ ກັນ, ພ້ອມນີ້ຍັງໄດ້ມີຄຳເຫັນ ໂອ້ລົມ ຕໍ່ກອງປະຊຸມເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະນຳແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ເອົາໃຈໃສ່ຍົກສູງຄຸນນະພາບຂອງວຽກງານຕິດ ຕາມ, ກວດກາ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ດີຂຶ້ນກວ່າເກົ່າ, ເພີ່ມທະວີຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຕໍ່ວຽກງານດັ່ງກ່າວໃຫ້ສູງຂຶ້ນ, ມີປະສິດທິພາບ, ມີຄວາມເຂັ້ມແຂງ ແລະ ທັນສະໄໝເທື່ອລະກ້າວ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)