ກອງປະຊຸມ ສະຫຼຸບວຽກງານກວດກາ ທົ່ວແຂວງໄຊສົມບູນ ປະຈໍາປີ 2023

29/04/2024

ກອງປະຊຸມ ສະຫຼຸບວຽກງານກວດກາ ທົ່ວແຂວງໄຊສົມບູນ ປະຈໍາປີ 2023

ວັນທີ 9 ເມສາ 2024 ຄະນະກວດກາພັກ-ລັດ ແຂວງໄຊສົມບູນຈັດກອງປະຊຸມ ສະຫຼູບວຽກງານກວດກາ ປະຈໍາປີ 2023 ແລະ ກໍານົດທິດທາງແຜນການປະຈໍາປີ 2024 ໂດຍການເປັນປະທານຂອງສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ, ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ, ອົງການກວດກາລັດລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງໄຊສົມບູນ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ພ້ອມດ້ວຍເລຂາພັກໜ່ວຍພັກ ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ຕະຫຼອດຮອດເລຂາພັກເມືອງເຈົ້າເມືອງທັງ 5 ເມືອງ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ຕຸ້ຍ ອ່ອນດວງພະຈັນ, ເລຂາໜ່ວຍພັກ, ຮອງປະທານຄະນະກວດກາພັກ-ລັດແຂວງ ໄດ້ຜ່ານຮ່າງບົດສະຫຼຸບຫຍໍ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ກວດກາປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຊຶ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະ 1 ປີຜ່ານມາ ຄະນະກວດກາພັກ, ອົງການກວດກາ ລັດ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ຄົ້ນຄວ້າ ຮ່າງ ນິຕິກໍາ ແລະ ບົດແນະນໍາຕ່າງໆ ກ່ຽວກັບວຽກງານກວດກາຕາມຄວາມຮັບຜິດຊອບຂອງຂັ້ນຕົນ 5 ຫົວຂໍ້ຄື: 1. ພາລະບົດບາດຂອງຄະນະກວດກາພັກແຂວງ. 2. ພາລະບົດບາດຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຂວງ. 3. ຄໍາແນະນໍາເພີ່ມເຕີມກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ສາມຂັ້ນຂອງພັກ 4. ແຈ້ງການແນະກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດຂອງຄະນະກວດກາພັກ,ອົງການກວດກາລັດຂັ້ນເມືອງ. 5. ຄໍາແນະນໍາກ່ຽວກັບການດໍາເນີນຊີວິດການເມືອງກາງສະໃໝຂອງຄະນະບໍລິຫານງານພັກແຂວງ. ໄດ້ເຜີຍແຜ່ເຊື່ອມຊຶມ ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໂດຍສະເພາະແມ່ນນິຕິກໍາກ່ຽວພັນກັບ ວຽກງານກວດກາ ໃຫ້ກັບບັນດາຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ຢ່າງທົ່ວເຖິງ ເຮັດໃຫ້ພະນັກງານ, ສະມາຊິກພັກ, ທະຫານ-ຕໍາຫຼວດຮັບຮູ້ເຂົ້າໃຈຕໍ່ພາລະບົດບາດ, ໜ້າທີ່ຂອງວຽກງານກວດກາ, ຄ່ຽງຄູ່ກັນນີ້ ກໍໄດ້ເອົາໃຈໃສ່ຕິດຕາມ, ກວດກາການຄຸ້ມຄອງ-ບໍລິຫານລັດ ໂດຍຮູບການກວດກາປົກກະຕິ ຂອງອົງການປົກຄອງແຂວງ ແລະ 5 ເມືອງ ໃນນີ້ໄດ້ຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ໄດ້ທັງໝົດ 12 ໂຄງການ, ກວດກາຮ່ວມກັບອົງການກວດກາແຫ່ງລັດ 2 ໂຄງການ, ກວດກາຮ່ວມກັບກະຊວງແຜນການ ແລະ ການລົງທຶນ 1 ໂຄງການ ແລະ ໂຄງການທີ່ແຂວງ ກໍານົດໄດ້ 9 ໂຄງການ, ໄດ້ດໍາເນີນການສືບສວນ-ສອບສວນພະນັກງານ-ລັດຖະກອນ ທີ່ມີພຶດຕິກໍາສໍ້ລາດບັງຫຼັວງ ທົ່ວແຂວງມີ 1 ກໍລະນີມີຜູ້ກະທຳຜິດ 2 ຄົນ, ເຊິ່ງໄດ້ຄົ້ນຄວ້າແກ້ໄຂທາງດ້ານບໍລິຫານແລ້ວ ໂດຍການປະຕິບັດວິໄນຂັ້ນ 3; ໄດ້ຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ທັງໝົດ 9 ສະບັບ ໄດ້ຮັບຄໍາຮ້ອງ ແລະ ຄໍາສະເໝີທີ່ເຂົ້າມາໃນປີ2023 ມີ5ສະບັບ ແລະ ຕົກຄ້າງມາຈາກປີ2022ມີ4ສະບັບ ລວມຄໍາຮ້ອງ ແລະ ຄໍາສະເໜີໃນປີ2023 ມີ 9 ສະບັບເຊິ່ງພົວພັນເຖິງການປະຕິບັດໜ້າທີ່ຂອງພະນັກງານລັດ ແລະ ຜູ້ປະກອບການ 29 ຄົນ, ໃນນັ້ນຂົງເຂດການເມືອງ 10 ຄົນ, ຂົງເຂດວັດທະນະທໍາ-ສັງຄົມ 6 ຄົນ, ຂົງເຂດເສດຖະກິດ 2 ຄົນ, ຂົງເຂດປ້ອງກັນຄວາມສະຫງົບ 6 ຄົນ, ຜູ້ປະກອບການ ແລະ ປະຊາຊົນ 5 ຄົນ; ໄດ້ຕິດຕາມການແກ້ໄຂຜົນຂອງການປະຕິບັດວິໄນຕໍ່ພະນັກງານລັດຖະກອນ 2 ເປົ້າໝາຍ, ຍິງ 1 ເປົ້າໝາຍ ປະຕິບັດວິໄນແລ້ວ 1 ເປົ້າໝາຍ ຮູບການວິໄນແມ່ນລືບຊື່ອອກຈາກລັດຖະກອນ ເຫດຜົນຍ້ອນປະລະໜ້າທີ່ ແລະ 1 ເປົ້າໝາຍ ຍັງຢູ່ໃນ ຂັ້ນຕອນການຄົ້ນຄວ້າປະຕິບັດວິໄນ. ນອກນີ້ ຜູ້ແທນກອງປະຊຸມຍັງໄດ້ ຜັດປ່ຽນກັນປະກອບຄໍາຄິດ-ຄໍາເຫັນໃສ່ຮ່າງບົດສະຫຼຸບ ຢ່າງກົງໄປ-ກົງມາ ດ້ວຍຄວາມຮັບຜິດຊອບສູງ ທັງນີ້ກໍເພື່ອພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ບັນລຸ ຕາມຄາດໝາຍທີ່ວ່າງໄວ້. ພ້ອມດຽວກັນນີ້ ສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ຍັງໄດ້ເຜີຍແຜ່ຄໍາແນະນໍາ ກ່ຽວກັບການ ປັບປຸງການຈັດຕັ້ງຄະນະກວດກາພັກ-ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ.
ໃນໂອກາດດຽວກັນນີ້ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ກໍ່ໄດ້ມີຄໍາເຫັນໂອລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຍ້ອງ ຍໍຊົມເຊີຍຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ຄະນະພັກ-ຄະນະກວດກາແຕ່ລະຂັ້ນ ຕ້ອງ ສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ໃຫ້ເລິກເຊິ່ງ, ໂດຍສຸມໃສ່ຕິດຕາມ ກວດກາຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ, ໃນການເຄື່ອນໄຫວຕີຖອຍການສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ ທີ່ບໍ່ຖືກຕ້ອງ ຕໍ່ລະບຽບຂອງພັກ-ກົດໝາຍຂອງລັດ, ເອົາໃຈໃສ່ປັບປຸງການເຄື່ອນໄຫວຕິດຕາມ, ກວດກາພັກ, ກວດກາລັດ ແລະ ຕ້ານ ການສໍ້ລາດບັງຫຼວງ ໃຫ້ໄດ້ດໍາເນີນຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ, ສຸມໃສ່ປັບປຸ່ງກົງຈັກການຈັດຕັ້ງຄະນະກວດກາແຕ່ລະຂັ້ນ ໃຫ້ໜັກແໜ້ນ, ເຂັ້ມແຂງ ເພື່ອຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ໃນການແກ້ໄຂວຽກງານດ້ານຕ່າງໆ ໃຫ້ແຂງແຮງ ແລະ ກວ້າງຂວາງ ກວ່າເກົ່າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)