ຜົນສຳເລັດກອງປະຊຸມໃຫຍ່ໜ່ວຍພັກ ຄະນະກວດກາ ເມືອງນາໝໍ້ ແຂວງອຸດົມໄຊ

29/04/2024

ຜົນສຳເລັດກອງປະຊຸມໃຫຍ່ໜ່ວຍພັກ ຄະນະກວດກາ ເມືອງນາໝໍ້ ແຂວງອຸດົມໄຊ

ວັນທີ 24 ເມສາ 2024 ນີ້, ໜ່ວຍພັກຄະນະກວດກາ ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ສຳເລັດການຈັດກອງປະຊຸມໃຫຍ່ໜ່ວຍພັກຂອງຕົນ ເຊິ່ງໄດ້ຈັດຂຶ້ນຢູ່ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານກອງປະຊຸມ ຂອງ ສະຫາຍ ນາງ ບົວພອນ ແກ້ວມະນີ ເລຂາໜ່ວຍພັກ ປະທານຄະນະກວດກາພັກ-ລັດເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ວົງສະຫວັນ ໄຊຍະວົງ ກຳມະການພັກແຂວງ, ເລຂາພັກ-ເຈົ້າເມືອງໆນາໝໍ້, ມີບັນດາສະຫາຍຄະນະພັກ, ສະມາຊິກພັກ, ຄະນະຮັບຜິດຊອບດຳເນີນກອງປະຊຸມໃຫຍ່ຂັ້ນແຂວງ-ຂັ້ນເມືອງ, ແຂກຖືກເຊີນອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຜ່ານບົດສຳຫຼວດການນໍາພາລວມຂອງຄະນະພັກໃນໄລຍະຜ່ານມາ, ຮ່າງລາຍງານການເມືອງ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ແຜນພັດທະນາຂະແໜ່ງການ, ບົດສະຫຼຸບເງິນສະຕິພັກ. ໂດຍໄດ້ຍົກໃຫ້ເຫັນຜົນງານການນໍາພາ-ຊີ້ນໍາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະພັກໃນໄລຍະ 5 ປີຜ່ານມາໄດ້ມີຜົນສໍາເລັດຫຼາຍດ້ານ. ພ້ອມທັງຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ ທີ່ຕ້ອງໄດ້ເສີມຂະຫຍາຍ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບັນດາບົດຮຽນທີ່ຖອດຖອນໄດ້, ພ້ອມນີ້ບັນດາສະຫາຍຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 03 ສະຫາຍ; ຍິງ 01 ສະຫາຍ. ເລືອກເອົາ 02 ສະຫາຍ, ໃນນັ້ນ ເລືອກໄດ້ 02 ສະຫາຍ, ຍິງ 01 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ນາງ ບົວພອນ ແກ້ວມະນີ ເປັນເລຂາໜ່ວຍພັກ ພ້ອມທັງເປັນຜູ້ກວດກາໜ່ວຍພັກ, ສະຫາຍ ບູນຕົວ ທໍເຍຍຮາວ ເປັນຮອງເລຂາໜ່ວຍພັກ.
ຕອນທ້າຍກອງປະຊຸມ ສະຫາຍ ປອ ວົງສະຫວັນ ໄຊຍະວົງ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຄະນະພັກທີ່ສາມາດຍາດໄດ້ໃນໄລຍະ 5 ປີຜ່ານມາ. ພ້ອມທັງເນັ້ນໝັກໃຫ້ຄະນະໜ່ວຍພັກຊຸດໃໝ່, ສະມາຊິກພັກທຸກສະຫາຍຕ້ອງເອົາໃຈໃສ່ ຈັດຕັ້ງປະຕິບັດທິດທາງແຜນການ ແລະ ແຜນພັດທະນາຂະແໜ່ງການ, ສຶກສາອົບການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານ, ຄົ້ນຄວ້າ,ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ໃຫ້ຮັບຮູ້ຕໍ່ແນວງທາງຂອງພັກ, ກົດໝາຍຂອງລັດ, ພາລະບົດບາດຂອງວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັດຫຼວງ, ສືບຕໍ່ບໍາລຸງ-ກໍ່ສ້າງພະນັກງານກວດກາອາຊີບ, ກວດກາຂະແໜ່ງການໃຫ້ມີຄວາມໜັກແໜ້ນທ້າງດ້ານຄຸນທາດການເມືອງ, ຄຸນສົມບັດສີນທຳປະຕິວັດ ພ້ັອມທັງປະຕິບັດຄຳຂວັນທີ່ວ່າ ກວດກາທົ່ວເຖິງ, ເລິກເຊິ່ງ, ໂປ່ງໃສ, ແກ້ໄຂບັນຫາຖືກຕ້ອງ, ເດັດຂາດ, ທັນການ ແລະ ເປັນທຳ. ຖືສໍາຄັນຕໍ່ວຽກງານຕິດຕາມ, ກວດກາເປັນປົກກະຕິ, ຕໍ່ເນື່ອງ, ແນ່ໃສ່ເຮັດໃຫ້ວຽກງານກວດກາພາຍໃນເມືອງມີຄວາມເຂັ້ມແຂງ, ຕີຕ້ານປະກົດການຍໍ້ທໍ້ທີ່ເປັນພຶດຕີກຳການສໍ້ລາດບັງຫຼວງໃຫ້ໜ້ອຍລົງ ແລະ ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນຄັ້ງນີ້ໃຫ້ເກີດດອກອອກຜົນຕົວຈິງ.
ພາບ-ຂ່າວ: ຈັນທະວີ ໄຊຍະສອນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)