ກອງປະຊຸມວຽກງານກວດກາປະຈຳປີ 2023 ກະຊວງສຶກສາທິການ ແລະ ກິລາ

23/04/2024

ກອງປະຊຸມວຽກງານກວດກາປະຈຳປີ 2023 ກະຊວງສຶກສາທິການ ແລະ ກິລາ

ວັນທີ 22 ເມສາ 2024 ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈ ວຽກງານກວດກາທົ່ວປະເທດ ປະຈຳປີ 2023 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ). ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ສະຫາຍ ປອ ສໍາລານ ພັນຄະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ວັນຄຳ ໄຊວົງສັກ ກຳມະການພັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ ຄະນະກວດກາສູນກາງພັກ, ມີບັນດາສະຫາຍຮອງລັດຖະມົນຕີ, ຄະນະປະຈໍາພັກກະຊວງ, ຜູ້ຕາງໜ້າຈາກ ຄະນະກວດກາສູນກາງພັກ, ຄະນະພັກ-ຄະນະກວດກາແຕ່ລະຂັ້ນ, ຄູ-ອາຈານ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ປອ ສໍາລານ ພັນຄະວົງ ຜ່ານຮ່າງບົດລາຍງານຫຍໍ້ການເຄື່ອນໄຫວວຽກງານກວດກາປະຈຳປີ 2023 ແລະ ທິດທາງແຜນການຈຸດສຸມປະຈໍາປີ 2024 ຂອງຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນ ຜົນງານການເຄື່ອນໄຫວວຽກງານກວດກາ ໄລຍະ 1 ປີຜ່ານມາຄະນະພັກ, ຄະນະນຳ ໄດ້ເອົາໃຈໃສ່ກໍາແໜ້ນທິດນໍາຕົ້ນຕໍ ໃນການເພີ່ມທະວີວຽກງານຕິດຕາມ-ກວດກາໃນສະພາບການໃໝ່, ມີຄວາມຮັບ ຜິດຊອບຕໍ່ວຽກງານກວດກາຫຼາຍຂຶ້ນ; ຄະນະກວດກາແຕ່ລະຂັ້ນເປັນເຈົ້າການໃນການປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນ; ດໍາເນີນການກວດກາຕາມແຜນການປົກກະຕິ, ຕາມຄໍາສັ່ງ ເພື່ອຊ່ວຍສະກັດກັ້ນ ແລະ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆໃນກົງຈັກການຈັດຕັ້ງຂອງພັກ-ລັດ ກໍ່ຄືໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທັງເປັນການປັບປຸງຍົກສູງສະຕິເຄົາລົບປະຕິບັດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ປັບປຸງສະຕິຕໍ່ການຈັດຕັ້ງໃຫ້ດີຂຶ້ນ. ນອກຈາກນີ້ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ເລກທີ 169/ຄລສພ ກ່ຽວກັບເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ, ຄໍາແນະນໍາຂອງຄະນະກວດກາສູນກາງພັກ ເລກທີ 379/ຄກສພ ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ, ຄໍາສັ່ງແນະນໍາຂອງອົງການກວດກາແຫ່ງລັດ ເລກທີ 331/ອກຫລ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ), ຂໍ້ກໍານົດ ຂອງເລຂາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຈັດຕັ້ງແລະ ການເຄື່ອນໄຫວຂອງຄະນະກວດກາພັກກະຊວງ, ຄະນະກວດກາຄະນະພັກຮາກຖານ ແລະ ຂອງໜ່ວຍກວດກາ ຫຼື ຜູ້ກວດກາຂອງໜ່ວຍພັກ; ໂອກາດນີ້ຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາເຫັນສົນທະນາແລກປ່ຽນເຊິ່ງກັນ ແລະ ກັນ ກ່ຽວກັບບັນຫາທີ່ຫຍຸ້ງຍາກ, ຂໍ້ຄົງຄ້າງ ເພື່ອເຮັດໃຫ້ການປະຕິບັດແຜນການໃນຕໍ່ໜ້າມີຜະສິດທິຜົນສູງ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ຮສ.ປອ ພຸດສິມມາລາວົງ ໄດ້ມີຄຳເຫັນໂອ້ລົມໂດຍໄດ້ເນັ້ນໃຫ້ຜູ້ເຮັດວຽກງານກວດກາຕ້ອງກໍາແໜ້ນຂອບເຂດພາລະບົດບາດຂອງແຕ່ລະວຽກໃຫ້ລະອຽດ ແລະ ມີແບບແຜນວິທີເຮັດວຽກສະເພາະ, ພ້ອມທັງ ຮຽກຮ້ອງມາຍັງສະຫາຍຄະນະພັກ, ຄະນະນຳ, ຄະນະກວດກາທຸກຂັ້ນ ແລະ ຜູ້ແທນກອງປະຊຸມຈົ່ງຮີບຮ້ອນນຳເອົາບັນດາເນື້ອໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງເຜີຍແຜ່ໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເຊື່ອມຊຶມກຳແໜ້ນ ເພື່ອພ້ອມກັນຜັນຂະຫຍາຍຈັດຕັ້ງປະຕິບັດ ບົນຈິດໃຈບຸກທະລຸທີ່ຕັ້ງ ໜ້າກວ່າເກົ່າ, ໂດຍຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກກະຊວງ ແລະ ຕິດພັນກັບການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ; ເຮັດໃຫ້ວຽກງານກວດກາພັກ, ກວດກາລັດ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງໄດ້ຮັບການຈັດຕັ້ງປະຕິບັດໃນອົງຄະນະພັກກະຊວງ ກໍຄືຂະແໜງການສຶກສາທິການ ແລະ ກິລາ ເພື່ອຫັນເຂົ້າສູ່ການຄຸ້ມຄອງລັດດ້ວຍກົດໝາຍຢ່າງຖືກຕ້ອງເຂັ້ມງວດ, ມີບາດກ້າວທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເທື່ອລະກ້າວ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)