ກອງປະຊຸມວຽກງານກວດກາທົ່ວເມືອງປາກແບງ ປະຈຳປີ 2023

09/04/2024

ກອງປະຊຸມວຽກງານກວດກາທົ່ວເມືອງປາກແບງ ປະຈຳປີ 2023

ໃນຕອນເຊົ້າຂອງວັນທີ 8 ເມສາ 2024 ຄະນະກວດກາພັກ, ອົງການກວດກາລັດເມືອງປາກແບງ ໄດ້ເປີດກອງປະຊຸມວຽກງານກວດກາທົ່ວເມືອງ ປະຈຳປີ 2023 ຂຶ້ນຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ອິນແປງ ປັນຍາທອງ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອງຕັ້ງເມືອງປາກແບງ, ໂດຍມີຄະນະປະຈຳພັກ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ພະນັກງານກໍ່ສ້າງຮາກຖານທີ່ມາຈາກແຂວງປະຈຳເມືອງ ແລະ ຜູ້ທີ່ເຮັດວຽກງານກວດກາຕາມຂະແໜງການອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມສະຫາຍ ສີໄວ ແສງດວງໃຈ ຮອງປະທານຄະນະກວດກາພັກ, ຮອງປະທານອົງການກວດກາລັດເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ເຊິ່ງສະຫາຍໃຫ້ຮູ້ວ່າໃນໄລຍະ 1 ປີຜ່ານມາ ຄະນະພັກ, ຄະນະກວດກາແຕ່ລະຂັ້ນແມ່ນໄດ້ເອົາໃຈໃສ່ຕິດຕາມ-ກວດກາການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ຜ່ານການຕິດຕາມ ກວດກາເຫັນໄດ້ວ່າ ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ສ່ວນຫຼາຍແມ່ນໄດ້ເອົາໃຈໃສ່ປະຕິບັດໄດ້ເປັນຢ່າງດີ ແລະ ຖືກຕ້ອງ, ຮັກສາໄດ້ບົດບາດນຳພາຂອງພັກ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີ, ມີລະບຽບວິໄນດີ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີແບບແຜນວິທີເຮັດວຽກ, ແບບແຜນດຳລົງຊີວິດທີ່ຖືກຕ້ອງ ສາມາດສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນພາຍໃນເມືອງເປັນຢ່າງດີ; ນອກນີ້ຍັງໄດ້ຕິດຕາມ-ກວດກາຕາມພາລະບົດບາດ ທັງໝົດ 8 ເປົ້າໝາຍ. ໃນນີ້, ກວດກາເປັນປົກກະຕິ 6 ເປົ້າໝາຍ, ກວດກາການປະຕິບັດຜົນຂອງການກວດກາ 2 ເປົ້າໝາຍ ພົບເຫັນຜົນເສຍຫາຍ 364.105.593 ກີບ, ສາມາດເກັບກູ້ໄດ້ຄືນ 325.339.593 ກີບ, ຍັງຄ້າງ 38.766.000 ກີບ; ນອກນັ້ນຍັງໄດ້ຕິດຕາມ-ກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຕ່າງໆພາຍໃນເມືອງ ມີໂຄງການທັງໝົດ 16 ໂຄງການ, ມູນຄ່າ 16,434.96 ລ້ານກວ່າກີບ ໄດ້ປະຕິບັດ ສໍາເລັດ 4 ໂຄງການ ແລະ ຍັງສືບຕໍ່ 12 ໂຄງການ; ກວດກາກອງທຶນແກ້ໄຂຄວາມທຸກຍາກບ່ວງ 500,000,000 ລ້ານ, ໄດ້ປ່ອຍໃຫ້ປະຊາຊົນກູ້ຢືມຈໍານວນ 10 ບ້ານ, ສະມາຊິກທັງໝົດ 397 ຄອບຄົວ. ມີເງິນກອງທຶນໃນເບື້ອງຕົ້ນທັງໝົດ 839.411.490 ກີບ ແລະ ດອກເບ້ຍທັງໝົດ 129.432.774 ກີບ, ລວມທັງຕົ້ນທຶນ ແລະ ດອກເບ້ຍທັງໝົດ 968.844.264 ກີບ, ປັດຈຸບັນ ຫ້ອງການກະສິກໍາ ແລະ ປ່າໄມ້ (ໜ່ວຍງານພັດທະນາຊົນນະບົດ) ໄດ້ລົງເກັບກູ້ຕົ້ນທຶນ ແລະ ດອກເບ້ຍນໍາສະມາຊິກໃນ 10 ບ້ານເປົ້າໝາຍ ເຊິ່ງໄດ້ເກັບກູ້ຕົ້ນທຶນ ແລະ ດອກເບ້ຍໄດ້ 45.617.890 ກີບ, ຍັງເກັບກູ້ບໍ່ທັນໄດ້ຕົ້ນທຶນ ແລະ ດອກເບ້ຍ 923.226.284 ກີບ; ຕິດຕາມ-ກວດກາພຶດຕິກໍາສໍ້ລາດບັງຫຼວງ 2 ກໍລະນີ ພົບເຫັນຜົນເສຍຫາຍ 82.214.000 ກີບ, ສໍາເລັດການແກ້ໄຂແລ້ວ ເກັບກູ້ເງິນໄດ້ແລ້ວ 82,214,000 ກີບ, ເງິນຈໍານວນດັ່ງກ່າວໄດ້ມອບເຂົ້າງົບປະມານຂອງລັດສໍາເລັດ.
ຈາກນັ້ນ ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ຄໍາແນະນຳຂອງອົງການກວດກາແຫ່ງລັດ ເລກທີ 331/ອກຫລ, ລົງວັນທີ 23 ຕຸລາ 2023 ກ່ຽວການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການກວດກາລັດ ແລະ ຄໍາແນະນໍາຂອງຄະນະກວດກາສູນກາງພັກ ເລກທີ 379/ຄກສພ; ລົງວັນທີ 7 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງ ຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ
ເພື່ອເຮັດໃຫ້ກອງປະຊຸມມີຄວາມໜັກແໜ້ນປະທານກອງປະຊຸມ ໄດ້ສະເໜີໃຫ້ຜູ້ແທນກອງປະຊຸມ ປະກອບຄຳເຫັນ ຕາມຄໍາຖາມເຈາະຈີ້ມ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ເພື່ອສ້າງການຫັນປຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ໃນຕອນທ້າຍກອງປະຊຸມປະທານກອງປະຊຸມ ໄດ້ເນັ້ນໃຫ້ຄະນະພັກ, ຄະນະກວດກາແຕ່ລະຂັ້ນຈົ່ງເສີມຂະຫຍາຍດ້ານດີ ທີ່ຕັ້ງໜ້າ ແລະ ຊອກໃຫ້ເຫັນສາຍເຫດທີ່ເປັນຈຸດອ່ອນ, ຂໍ້ຄົງຄ້າງຕ່າງໆຢູ່ພາຍໃນເມືອງ ເພື່ອພ້ອມກັນແກ້ໄຂໃຫ້ໄວ, ໃຫ້ດີ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນບັນດາເຜົ່າ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ.
ພາບ-ຂ່າວໂດຍ: ສົມບັດ ຫຼວງອຸດອນ ຈາກຄະນະກວດກາເມືອງປາກແບງ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)