ທີມງານຂ່າວສານວຽກງານກວດກາ ຄະນະກວດກາສູນກາງພັກ ລົງພົບປະຄະນະກວດກາພັກ-ລັດ ເມືອງບຸນໃຕ້ ແຂວງຜົ້ງສາລີ

04/04/2024

ທີມງານຂ່າວສານວຽກງານກວດກາ ຄະນະກວດກາສູນກາງພັກ ລົງພົບປະຄະນະກວດກາພັກ-ລັດ ເມືອງບຸນໃຕ້ ແຂວງຜົ້ງສາລີ

ໃນຕອນເຊົ້າຂອງວັນທີ 1 ເມສາ 2024 ນີ້, ທີ່ຫ້ອງປະຊຸມ ອົງການປົກຄອງເມືອງບຸນໃຕ້ ທີມງານຂ່າວສານວຽກງານກວດກາ ຄະນະກວດກາສູນກາງພັກ ນໍາໂດຍທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຮອງຫົວໜ້າຄະນະບັນນາທິການວາລະສານກວດກາ, ຫົວໜ້າທີມງານ ພ້ອມດ້ວຍຄະນະ ໄດ້ລົງພົບປະຄະນະກວດກາພັກ-ລັດ ເມືອງບຸນໃຕ້ ແຂວງຜົ້ງສາລີ ໂດຍມີ ທ່ານ ສົມຈິດ ເສີມມີໄຊ ຄະນະປະຈໍາພັກເມືອງ, ປະທານຄະນະກວດກາພັກ-ລັດເມືອງ, ບັນດາທ່ານຮອງປະທານ ພ້ອມດ້ວຍພະນັກງານກວດກາພັກ-ລັດເມືອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ສົມຈິດ ເສີມມີໄຊ ໄດ້ລາຍງານສະພາບລວມໃນການເຄື່ອນໄຫວວຽກງານກວດກາໃນໄລຍະຜ່ານມາ ໂດຍທ່ານໄດ້ຍົກໃຫ້ເຫັນສະພາບລວມຂອງເມືອງ, ການຈັດຕັ້ງປະຕິບັດວຽກງານຂອງຄະນະກວດກາ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງ, ໂດຍສະເພາະໃນ 1 ປີຜ່ານມາ ຄະນະພັກ, ຄະນະກວດ ກາພັກ-ລັດເມືອງ ໄດ້ເອົາໃຈໃສ່ໃນການສຶກສາອົບການເມືອງແນວຄິດ, ເຊື່ອມຊຶມບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຄໍາແນະນໍາ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ເອກະສານສໍາຄັນຕ່າງໆ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນປົກກະຕິ; ໄດ້ສຸມໃສ່ການຕິດຕາມ,ກວດກາວຽກງານກວດກາພັກ, ກວດກາລັດປົກກະຕິ ເຊິ່ງປັດຈຸບັນທົ່ວເມືອງມີ 9 ຄະນະພັກຮາກຖານ; ມີ 91 ໜ່ວຍພັກ, ໃນນີ້ ໜ່ວຍພັກສໍານັກງານ 33 ໜ່ວຍພັກ, ຮາກຖານບ້ານ 58 ໜ່ວຍພັກ; ມີສະມາຊິກພັກທັງໝົດ 1.752 ສະຫາຍ, ຍິງ 503 ສະຫາຍ,ໃນນັ້ນ ສໍາຮອງ 91 ສະຫາຍ, ຍິງ 21 ສະຫາຍ; ລົງຕິດຕາມ ການຮ່ວມຊີວິໜ່ວຍພັກ, ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຜ່ານການຕິດຕາມ, ກວດກາຕີລາຄາ, ໃນປີ 2023 ສາມາດຕີລາຄາສະມາຊິກພັກ, ໜ່ວຍພັກຄື: ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 27 ໜ່ວຍພັກ, ກາງ 62 ໜ່ວຍພັກ, ອ່ອນ 2 ໜ່ວຍພັກ; ມີສະມາຊິກພັກແຂງ 1.206 ສະຫາຍ, ຍິງ 408 ສະຫາຍ; ກາງ 345 ສະຫາຍ, ຍິງ 62 ສະຫາຍ; ອ່ອນ 9 ສະຫາຍ, ຍິງ 0 ສະຫາຍ; ບໍ່ໄດ້ຈັດປະເພດ 101 ສະຫາຍ, ຍິງ 12 ສະຫາຍ; ໄດ້ປະຕິບັດດວິໄນຕໍ່ສະມາຊິກພັກ 1 ສະຫາຍ, ຍິງ 1 ສະຫາຍ; (ເຫດຜົນປະລະໜ້າທີ່, ລະເມີດກົດລະບຽບຂອງພັກ, ອາຍຸສູງບໍ່ສາມາເຂົ້າຮ່ວມການເຄື່ອນໄຫວໄດ້), ເຂົ້າຮ່ວມຕິດຕາມບັ້ນດໍາເນີນຊີວິດການເມືອງ ຂອງຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານກຸ່ມໃນທົ່ວເມືອງ; ພ້ອມນີ້ ຍັງໄດ້ຕິດຕາມການຄຸ້ມຄອງ ການບໍລິຫານລັດ ສໍາເລັດທົ່ວເມືອງ 22 ເປົ້າໝາຍ, ຜ່ານການກວດກາພົບເຫັນເງິນທີ່ນໍາໃຊ້ບໍ່ຖືກເປົ້າໝາຍ ຈໍານວນ 16 ລ້ານກວ່າກີບ ເຊິ່ງຈໍານວນເງິນດັ່ງກ່າວແມ່ນມອບເຂົ້າງົບປະມານຂອງລັດແລ້ວ; ໄດ້ລົງຕິດຕາມເງິນກອງທຶນຂອງອົງການຈັດຕັ້ງມະຫາຊົນ ຄື ຫ້ອງການສະຫະພັນກໍາມະບານ ມີກໍາມະບານ 23 ຮາກຖານ , ມີເງິນກອງທຶນ 77 ລ້ານກວ່າກີບ; ຫ້ອງການຊາວໜຸ່ມ ມີໜ່ວຍຊາວໜຸ່ມຈໍານວນ 100 ໜ່ວຍ, ມີເງິນກອງທຶນ 45 ລ້ານກວ່າກີບ; ຫ້ອງການສະຫະພັນແມ່ຍິງເມືອງ, ມີກຸ່ມທ້ອງເງິນ 10 ກຸ່ມ, ຂັ້ນບ້ານມີ 6 ບ້ານ, ມີເງິນກອງທຶນ 2,7 ຕື້ກວ່າກີບ; ໄດ້ຮັບການແຈ້ງຊັບສິນຂອງພະນັກງານ-ລັດຖະກອນໃນທົ່ວເມືອງ ແລະ ຮັກສາເກັບມ້ຽນເອກະສານແຈ້ງຊັບສິນ ຈໍານວນ 152 ທ່ານ, ຍິງ 59 ທ່ານ; ຂັ້ນແຂວງຄຸ້ມຄອງ 22 ທ່ານ, ຍິງ 3 ທ່ານ; ຂັ້ນເມືອງຄຸ້ມຄອງ 130 ທ່ານ, ຍິງ 56 ທ່ານ; ໄດ້ຮັບຄໍາຮ້ອງ-ຄໍາສະເໜີທີ່ເປັນຫ່າງສຽງສັງຄົມຈາກພົນລະເມືອງທັງໝົດ 245 ສະບັບ, ໄດ້ຜ່ານຕູ້ 244 ສະບັບ, ໃນນີ້ ແກ້ໄຂຊີ້ແຈງຄືນແລ້ວ ຈໍານວນ 202 ສະບັບ, ກໍາລັງແກ້ຊີ້ແຈງຄືນ 43 ສະບັບ; ການແກ້ໄຂຜົນການກວດກາໃນປີຜ່ານມາ ຍັງຄ້າງ 1 ເປົ້າໝາຍ ຄື ຫ້ອງການສຶກສາທິການ ແລະ ກິລາເມືອງ ມີມູນຄ່າເສຍຫາຍທັງໝົດ 188 ລ້ານກວ່າກີບ, ໃນນັ້ນ ສົ່ງຄືນ ໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງ ຈໍານວນ 60 ລ້ານກວ່າກີບ, ຍັງຄ້າງຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຈໍານວນ 127 ລ້ານກວ່າກີບ, ເຊິ່ງອົງການກວດກາລັດເມືອງ ໄດ້ເຮັດໃບສະເໜີ ແລະ ເຮັດບົດລາຍງານ ສົ່ງໃຫ້ອົງການກວດກາລັດແຂວງແລ້ວ.

ພ້ອມນັ້ນຍັງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການວຽກງານໃນຕໍ່ໜ້າ. ພ້ອມດຽວກັນນີ້ ຄະນະທີມງານຂ່າວສານວຽກງານກວດກາຍັງໄດ້ມີບາງຄໍາຖາມເຈາະຈີ້ມ ແລະ ສົນທະນາແລກປ່ຽນບົດຮຽນກັບຄະນະກວດກາພັກ-ລັດ ເມືອງ ຕໍ່ບາງບັນຫາທີ່ສົນໃຈໃນການເຄື່ອນໄຫວວຽກງານກວດກາ ໃນໄລຍະຜ່ານມາ. ການເຄື່ອນໄຫວຂອງທີມງານຂ່າວຄັ້ງນີ້ ກໍເພື່ອເກັບກໍາຂໍ້ມູນເປັນບ່ອນອີງໃຫ້ແກ່ການຂຽນບົດ, ຂຽນຂ່າວໂຄສະນາຜົນສໍາເລັດໃນການເຄື່ອນໄຫວວຽກງານກວດກາຢູ່ຂັ້ນທ້ອງຖິ່ນ ແລະ ເປັນການຮຽນຮູ້ການເຄື່ອນໄຫວວຽກງານ, ວິຖີຊີວິດຢູ່ທ້ອງຖິ່ນ ເຊິ່ງຈະເຮັດໃຫ້ມູນມອງໃນການຂຽນແທດຕົວຈິງຫຼາຍຂຶ້ນ.
ຂ່າວ: ຄໍາຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)