ພະນັກງານກວດກາແຂວງ, ເມືອງ ແລະ ອ້ອມຂ້າງ ໄດ້ຮັບການຍົກລະດັບວຽກງານການຂຽນບົດ-ຂ່າວ ແລະ ການຖ່າຍຮູບພາບ

03/04/2024

ພະນັກງານກວດກາແຂວງ, ເມືອງ ແລະ ອ້ອມຂ້າງ ໄດ້ຮັບການຍົກລະດັບວຽກງານການຂຽນບົດ-ຂ່າວ ແລະ ການຖ່າຍຮູບພາບ

ວັນທີ 28 ມີນາ 2024 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ຄະນະກວດກາພັກ-ລັດແຂວງຜົ້ງສາລີ ຮ່ວມກັບຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດຝຶກອົບຮົມກ່ຽວກັບທັກສະການຂຽນບົດ-ຂຽນຂ່າວ ແລະ ການຖ່າຍພາບ ໃຫ້ແກ່ພະນັກງານຄະນະກວດກາພັກ-ລັດແຂວງ, ເມືອງ ແລະ ພະນັກງານບັນດາພະແນກການອ້ອມຂ້າງແຂວງ ຂຶ້ນ, ໂດຍການເປັນປະທານ ຂອງ ທ່ານ ໂລ ອາຍິງ ຮອງປະທານຄະນະກວດກາພັກ-ລັດແຂວງ, ມີທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຮອງຫົວໜ້າບັນນາທິການວາລະສານກວດກາ ຄະນະກວດກາສູນກາງພັກ, ມີນັກວິທະຍາກອນ, ນັກສຳມະນາກອນຈາກຄະນະກວດກາແຂວງ, ກວດກາເມືອງ ແລະ ພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮວ່ມ.

ໂອກາດນີ້ ທ່ານ ໂລ ອາຍິງ ຮອງປະທານຄະນະກວດກາພັກ-ອົງການກວດກາລັດແຂວງ ໄດ້ກ່າວເປີດຊຸດຝຶກອົບຮົມ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນກ່ຽວກັບການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບທັກສະໃນການເກັບກຳຂໍ້ມູນ, ການຂຽນຂ່າວ, ບົດ, ວິເຄາະ, ວິໄຈຂໍ້ມູນການຂຽນບົດ-ຂຽນຂ່າວ ແລະ ຖ່າຍຮູບພາບ ແນໃສ່ສ້າງຕາໜ່າງຂ່າວ ເພື່ອນຮ່ວມງານຢູ່ທ້ອງຖິ່ນໄດ້ມີຄວາມຮູ້, ຄວາມສາ ມາດດ້ານສື່ມວນຊົນ ແລະ ສາມາດສະໜອງແຫລ່ງຂໍ້ມູນຂ່າວສານ ສົ່ງໃຫ້ວາລະສານ ແລະ ລາຍການວິທະຍຸວຽກງານກວດກາໄດ້ທັນກັບເຫດການ ແລະ ເພື່ອຂະຫຍາຍຕາໜ່າງຂ່າວກ່ຽວກັບວຽກງານກວດກາຢູ່ທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງໃນການໂຄສະນາເຜີຍແຜ່ນິຕິກຳກ່ຽວກັບວຽກງານກວດກາພັກ, ກວດກາລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ ກໍ່ຄືການເຄື່ອນໄຫວວຽກງານຮອບດ້ານຂອງຄະນະກວດກາແຕ່ລະຂັ້ນ, ບັນດາຂະແໜງການຢູ່ທ້ອງຖິ່ນຂອງຕົນໃຫ້ກວ້າງຂວາງ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ.

 

ຊຸດຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນ ໄດ້ຮຽນຮູ້ພື້ນຖານກ່ຽວກັບການຂຽນຂ່າວ, ຂຽນບົດ, ເຕັກນິກການຖ່າຍພາບນິ້ງ, ຖ່າຍວິດີໂອ ໃນວຽກງານຂ່າວ ແລະ ການອອກຂ່າວທາງເວັບໄຊ, ເຟສບຸກ, ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຂຽນຂ່າວ, ຖ່າຍພາຍຕົວຈິງວິເຄາະ ວິໄຈ ບັນດາຂ່າວ, ຮູບພາບ ທີ່ໄດ້ຂຽນ ຂໍ້ມູນ ເພື່ອຄົ້ນຄວ້າແລກປ່ຽນບົດຮຽນ ໃນການຂຽນໃຫ້ຖືກຕ້ອງຕາມບັນດາປັດໄຈຂອງຂ່າວ. ການຝຶກອົບຮົມຄັ້ງນີ້ແມ່ນໄດ້ເຮັດໃຫ້ຜູ້ເຂົ້າຮ່ວມກໍາໄດ້ບັນດາເນື້ອໃນພື້ນຖານຂອງການຂຽນຂ່າວ, ບົດ, ການຖ່າຍພາບນິ້ງ, ການສົ່ງຂໍ້ມູນຂ່າວສານ ໃຫ້ວາລະສານກວດກາ, ລາຍການວິທະຍຸວຽກງານກວດກາ ໃຫ້ທັນເວລາ, ທັງນີ້ກໍ່ເພື່ອແນໃສ່ເຜີຍແຜ່ເຮັດໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈ ຕໍ່ການເຄື່ອນໄຫວວຽກງານກວດ ກາຢູ່ແຂວງຜົ້ງສາລີໃນແຕ່ລະໄລຍະ ໃຫ້ເລິກເຊິ່ງກວ້າງຂວາງຂຶ້ນຕື່ມ. ຊຶ່ງບັ້ນຝຶກອົບຮົມແມ່ນໄດ້ດຳ ເນີນເປັນເວລາ 2 ວັນ (ແຕ່ວັນທີ 28-29 ມິນາ 2024) ແລະ ໃນຕອນທ້າຍຂອງບັ້ນຝຶກອົບຮົມຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນອີກດ້ວຍ.
(ຂ່າວ: ແສງຄໍາ ສາລີວັນ)

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)