ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2023

02/04/2024

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2023

ຕອນເຊົ້າວັນທີ 01 ເມສາ 2024 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2023ຂຶ້ນ ໂດຍການເປັນປະທານຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ກໍາມະການປະຈໍາພັກ, ປະທານກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນທ່ານຮອງປະທານກວດກາພັກກະຊວງ, ຄະນະກົມກວດກາ, ຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ, ບັນດາເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ປະທານກວດກາຄະນະພັກຮາກຖານ, ຜູ້ກວດກາໜ່ວຍພັກ, ຜູ້ຮັບຜິດຊອບວຽກງານກວດກາອ້ອມຂ້າງກະຊວງ ແລະ ພະນັກງານກວດກາເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ດຮ ຄຳພົ້ວ ສຸດທິສົມບັດ ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ ໄດ້ຜ່ານບົດສະຫຼຸບວຽກງານກວດກາປະຈໍາປີ 2023 ແລະ ວາງທິດທາງແຜນການ ປະຈໍາປີ 2024 ໂດຍໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດບາງດ້ານເປັນຕົ້ນ ຄະນະພັກ, ຄະນະກວດກາແຕ່ລະຂັ້ນໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ການຄົ້ນຄວ້າສ້າງ ແລະ ຈັດຕັ້ງຜັນຂະຫຍາຍນິຕິກຳເຂົ້າໃນວຽກງານຕົວຈິງ; ເຜີຍແຜ່ເຊື່ອມຊຶມ ບັນດານິຕິກໍາຕ່າງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ຕິດຕາມຊຸກຍູ້ວຽກງານກວດກາລັດປົກກະຕິຢູ່ສູນກາງ 08 ພາກສ່ວນ ແລະ ທ້ອງຖິ່ນ 15 ແຂວງ, ເຊິ່ງແຕ່ລະແຂວງແມ່ນໄດ້ລົງຫ້ອງການສາທາລະນະສຸກເມືອງ ແລະ ໂຮງໝໍນ້ອຍ ແຂວງລະ 01 ແຫ່ງ; ໄດ້ກວດກາຕາມຄໍາສັ່ງ 02 ພາກສ່ວນ, ໃນນັ້ນ, ສໍາເລັດກວດກາການນໍາໃຊ້ເງິນປະກັນສຸຂະພາບ 01 ພາກສ່ວນ ແລະ ສືບຕໍ່ໄຈ້ແຍກຂໍ້ມູນ, ພິສູດຫຼັກຖານ ກ່ຽວກັບຜົນຂອງການກວດກາ 01 ພາກສ່ວນ; ລົງຕິດຕາມຊຸກຍູ້ການແກ້ໄຂຜົນຂອງການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈໍາປີ 2022. ຕິດຕາມການແກ້ໄຂຜົນຂອງການກວດສອບ ລວມມີ 31 ບັນຫາ, ໃນນັ້ນບັນຫາທີ່ໄດ້ຮັບການແກ້ໄຂຂາດຕົວ ມີ 18 ບັນຫາ, ແກ້ໄຂບໍ່ຂາດຕົວມີ 13 ບັນຫາ; ລົງກວດກາຕາມຜົນຂອງການກວດສອບລັດວິສາຫະກິດ 01 ພາກສ່ວນເຫັນວ່າຈັດຕັ້ງປະຕິບັດລາຍຈ່າຍບໍ່ຖືກຕ້ອງຕາມລະບຽບການແຕ່ໄດ້ຮັບແກ້ໄຂສໍາເລັດແລ້ວ; ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ 02 ຄະດີ ລວມມູນຄ່າເສຍຫາຍທັງໝົດ 1.920.912.742 ກີບ, ສາມາດເກັບກູ້ຄືນໄດ້ແລ້ວ ຈຳນວນ 195.760.000 ກີບ; ວຽກງານແຈ້ງຊັບສິນ ແລະ ລາຍຮັບແມ່ນສໍາເລັດການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ຂອງກະຊວງສາທາລະນະສຸກ ຂັ້ນສູນກາງຄຸ້ມຄອງ ຈຳນວນ 30 ທ່ານ ຍິງ 08 ທ່ານ ແລະ ຂັ້ນກະຊວງຄຸ້ມຄອງ 249 ທ່ານ ຍິງ 133 ທ່ານ; ປີ 2023 ມີຄໍາຮ້ອງ-ຄໍາສະເໜີ ທັງໝົດ 16 ເລື່ອງ, ໃນນັ້ນຮັບໃໝ່ 06 ເລື່ອງ, ຄົ້ນຄວ້າແກ້ໄຂແລ້ວ 10 ເລື່ອງ ແລະ ກໍາລັງດໍາເນີນ 06 ເລື່ອງ. ເນື້ອໃນຄໍາຮ້ອງ ສ່ວນຫຼາຍແມ່ນ ຂໍ້ຂັດແຍ່ງທີ່ດິນລະຫວ່າງລັດ-ເອກະຊົນ, ລະເມີດລະບຽບ-ກົດໝາຍ ຂອງພະນັກງານ-ລັດຖະກອນ, ການຄຸ້ມຄອງໂຄງການກໍ່ສ້າງ ແລະ ບັນຫາກ່ຽວກັບການປິ່ນປົວສຸຂະພາບຢູ່ສະຖານທີ່ບໍລິການສາທາລະນະສຸກ. ພ້ອມນີ້ ກອງປະຊຸມຍັງໄດ້ຜ່ານ 4 ເອກະສານທີ່ສຳຄັນຄື: ຄຳແນະນຳ ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ, ສະບັບເລກທີ 379/ຄກສພ ລົງວັນທີ 07 ພະຈິກ 2023; ຄໍາແນະນໍາການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ) ສະບັບເລກທີ 331/ອກຫລ ລົງວັນທີ 03 ຕຸລາ 2023; ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບເພີ່ມທະວີການນຳພາ-ຊີ້ນຳ ຕໍ່ການເຄື່ອງໄຫວວຽກງານກວດກາ ແລະ ແກ້ໄຂຜົນຂອງການກວດກາ ສະບັບເລກທີ 169/ຄລສພ ລົງວັນທີ 15 ສິງຫາ 2022 ແລະ ຄໍາແນະນໍາການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄຫມ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 285/ຄກສະ ລົງວັນທີ 15 ກັນຍາ 2023.

ຕອນທ້າຍກອງປະຊຸມ ທ່ານ ດຣ ໄພວັນ ແກ້ວປະເສີດ ຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໂດຍທ່ານໄດ້ເນັ້ນໜັກໃຫ້ຜູ້ທີ່ເຮັດວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຂອງແຕ່ລະພາກສ່ວນ ຕ້ອງກຳແໜ້ນຂອບເຂດສິດ, ພາລະບົດບາດ ແລະ ມີການກໍານົດແບບແຜນວິທີເຮັດວຽກໃຫ້ເປັນລະບົບກົມກຽວ, ສືບຕໍ່ຕິດຕາມການຜັນຂະຫຍາຍໝາກຜົນຂອງກອງປະຊຸມກາງສະໄໝ ຂອງໜ່ວຍພັກ, ອົງຄະນະພັກ ແລະ ຄະນະພັກກະຊວງ ຕິດພັນກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນ; ສືບຕໍ່ຄົ້ນຄວ້າກໍາແໜ້ນ ແລະ ປັບປຸງເນື້ອໃນ ກໍຄືແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງຕາມຂັ້ນຕອນ ຂອງລະບຽບກົດໝາຍໃນການຄຸ້ມຄອງບໍລິຫານລັດ ແລະ ສຸມໃສ່ແກ້ໄຂບັນຫາຕົວຈິງ; ເອົາໃຈໃສ່ຕິດຕາມ, ກວດກາ, ບໍາລຸງກໍ່ສ້າງ, ຍົກລະດັບວຽກງານວິຊາສະເພາະເວົ້າລວມ, ເວົ້າສະເພາະກໍແມ່ນວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ພ້ອມທັງ ສະເໜີໃຫ້ທຸກພາກສ່ວນເປັນເຈົ້າການນຳເອົາບັນດາຈິດໃຈ, ເນື້ອໃນຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນວຽກງານຂອງຕົນໃຫ້ມີປະສິດທິຜົນສູງກວ່າເກົ່າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)