ກະຊວງແຜນການ ແລະ ການລົງທຶນ ສ້າງຄວາມເຂັ້ມແຂງກ່ຽວກັບວຽກງານກວດກາພັກ-ລັດ ໃຫ້ພະນັກງານກວດກາຂະແໜງ ຂັ້ນສູນກາງ ແລະ ທ້ອງຖິ່ນ

21/03/2024

ກະຊວງແຜນການ ແລະ ການລົງທຶນ ສ້າງຄວາມເຂັ້ມແຂງກ່ຽວກັບວຽກງານກວດກາພັກ-ລັດ  ໃຫ້ພະນັກງານກວດກາຂະແໜງ ຂັ້ນສູນກາງ ແລະ ທ້ອງຖິ່ນ

ໃນຕອນບ່າຍວັນທີ 18 ມີນາ 2024, ທີ່ຫ້ອງປະຊຸມ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ທົ່ວຂະແໜງແຜນການ ແລະ ການລົງທຶນ ຊຸດທີ VI ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ຄະນະປະຈຳພັກ, ຮອງລັດຖະມົນຕີ, ປະທານຄະນະກວດກາພັກກະຊວງ, ມີເລຂາໜ່ວຍພັກບັນດາກົມ, ຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຜູ້ກວດກາໜ່ວຍພັກ, ພະນັກງານຫຼັກແຫຼ່ງບັນດາກົມພາຍໃນກະຊວງ ຜທ, ພະນັກງານຜູ້ທີ່ເຮັດວຽກງານກວດກາ ຂອງຂະແໜງກວດກາ ພະແນກແຜນການ ແລະ ການລົງທຶນ ແຂວງ, ນະຄອນຫຼວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດກ່າວເປີດພິທີ ສະຫາຍ ນາງ ພອນວັນ ອຸທະວົງ ໃຫ້ຮູ້ວ່າ: ພັກ-ລັດເຮົາຍາມໃດກໍຖືເອົາການຕິດຕາມກວດກາ ແມ່ນໜຶ່ງໃນພາລະບົດບາດ ຕົ້ນຕໍແຫ່ງການນຳພາຂອງພັກ “ຖ້າບໍ່ມີການກວດກາກໍ່ໝາຍຄວາມວ່າບໍ່ມີການນຳພາ” ເປັນວຽກທີ່ສອດຫ້ອຍເຂົ້າທຸກຂົງເຂດວຽກງານ, ຕ້ອງເຮັດເປັນປົກກະຕິ ໃນການຕິດຕາມ, ກວດກາການນໍາພາຂອງພັກ ແລະ ການຄຸ້ມຄອງການບໍລິຫານຂອງລັດ; ການປະຕິບັດໜ້າທີ່ການເມືອງຂອງຄະນະພັກແຕ່ລະ ຂັ້ນ ແລະ ການຄຸ້ມຄອງບໍລິຫານລັດ ໃນເງື່ອນໄຂໃໝ່ ຍົກສູງບົດບາດວຽກງານກວດກາ ເພື່ອເປັນເຄື່ອງມືຊອກເຫັນດ້ານດີ, ດ້ານຕັ້ງໜ້າເພື່ອເສີມຂະຫຍາຍ, ຊອກໃຫ້ເຫັນດ້ານອ່ອນຂໍ້ຄົງຄ້າງ ເພື່ອປັບປຸງແກ້ໄຂໃຫ້ທັນເວລາ, ເປັນການ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆເລີ່ມແຕ່ຫົວທີ. ສະນັ້ນ, ຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍ ເພື່ອຍົກລະດັບຄວາມສາມາດ, ເສີມຂະຫຍາຍສະຕິປັນຍາ, ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ທີ່ເຮັດວຽກງານກວດ ກາ, ເປັນການຮຽນຮູ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່ ແລະ ເປັນການກະຕຸກຊຸກຍູ້ການເຄື່ອນໄຫວວຽກງານກວດກາພັກ-ລັດ ຂອງບັນດາກົມ, ຫ້ອງການ, ສະຖາບັນ, ສູນສະຖິຕິແຫ່ງຊາດ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງກະຊວງ ແຜນການ ແລະ ການລົງທຶນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຕາມແນວທາງນະໂຍບາຍຂອງພັກ ແລະ ສອດຄ່ອງກັບກົດໝາຍຂອງລັດ ເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມໂປ່ງໃສ, ສາມາດກວດກາໄດ້; ພ້ອມນີ້ຍັງໄດ້ຮຽກຮ້ອງມາຍັງຄະນະນຳແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງທີ່ເຂົ້າຮ່ວມ ຈົ່ງພ້ອມກັນເພີ່ມທະວີເອົາໃຈໃສ່ຕໍ່ວຽກງານຕິດຕາມ-ກວດກາຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງພັກ, ກົດໝາຍຂອງລັດ, ໂດຍສະເພາະນັກສໍາມະນາກອນ ຕ້ອງຍາດແຍ່ງເອົາຄວາມຮູ້ໃໝ່ກ່ຽວກັບວຽກງານກວດກາຈາກຄູອາຈານ ແລະ ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຫັນວຽກງານກວດກາຂອງກະຊວງ ແຜນການ ແລະ ການລົງທຶນ ໃຫ້ມີເຂັ້ມແຂງ ແລະ ທັນສະໄໝເທື່ອລະກ້າວ.

ການຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນ ຈະໄດ້ຮຽນຮູ້ທິດສະດີ ແລະ ພຶດຕິກໍາຕົວຈິງຈາກຄູ-ອາຈານທີ່ມາຈາກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເປັນຕົ້ນວຽກງານຕິດຕາມຂອງພັກ; ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາຂອງພັກ; ການກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ-ພະນັກງານລັດຖະກອນເມື່ອມີປະກົດການລະເມີດ; ລະບຽບວິໄນຂອງພັກ ແລະ ກວດກາການລົງວິໄນພາຍໃນພັກ; ກວດກາພິສູດໃນວຽກງານກວດກາພັກ; ການແກ້ໄຂຜົນຂອງການກວດກາ ແລະ ການຕິດຕາມການຈັດຕັ້ງປະຕິບັດຜົນການກວດກາ; ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ; ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ວຽກງານຄົ້ນຄວ້າຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ; ຄວາມຮູ້ພື້ຖານກ່ຽວກັບການຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ; ຄວາມຮູ້ພື້ນຖານກ່ຽວກັບວຽກງານສືບສວນ-ສອບສວນ; ການສ້າງເອກະສານ, ສໍານວນ ແລະ ສໍາເນົາເອກະສານໃນວຽກງານກວດກາ; ວຽກກົງຈັກການຈັດຕັ້ງ ແລະ ບໍາລຸງກໍ່ສ້າງພະນັກງານກວດກາ; ບາງບັນຫາພື້ນຖານກ່ຽວກັບຈິດຕະສາດໃນວຽກງານກວດກາ. ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 10 ວັນ ນັບແຕ່ວັນທີ 18-29 ມີນາ 2024 ຈິ່ງຈະສໍາເລັດ.
ຂ່າວ: ຄໍາຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)