ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະຫຼຸບວຽກງານກວດກາ ປະຈໍາປີ 2023

14/03/2024

ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະຫຼຸບວຽກງານກວດກາ ປະຈໍາປີ 2023

ໃນຕອນເຊົ້າຂອງວັນທີ 14 ມີນາ 2024, ທີ່ຫ້ອງປະຊຸມກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2023 ແລະ ວາງທິດທາງແຜນການ ປະຈໍາປີ 2024 ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ປະທານຄະນະກວດກາພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນທ່ານຮອງປະທານຄະນະກວດກາພັກກະຊວງ, ຄະນະກົມກວດກາ, ບັນດາເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ປະທານກວດກາຄະນະພັກຮາກຖານ, ຜູ້ກວດກາໜ່ວຍພັກ, ຜູ້ຮັບຜິດຊອບວຽກງານກວດກາອ້ອມຂ້າງກະຊວງ ແລະ ພະນັກງານກວດກາ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ.

ໃນໂອກາດນີ້ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ຍົກໃຫ້ເຫັນຄວາມສໍາຄັນຂອງວຽກງານກວດກາ, ເຊິ່ງ ແມ່ນໜຶ່ງໃນພາລະບົດບາດ ແລະ ແບບແຜນການນຳພາທີ່ສຳຄັນຂອງພັກ “ບໍ່ມີການກວດກາ ກໍ່ໝາຍຄວາມວ່າບໍ່ມີການນຳພາ” ຍ້ອນເຫັນໄດ້ຄວາມສໍາຄັນດັ່ງກ່າວ ຄະນະພັກ, ຄະນະນໍາກະຊວງຈິ່ງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຄະນະພັກ, ຄະນະກວດກາແຕ່ລະຂັ້ນເອົາໃຈໃສ່ຈັດຕັ້ງເຄື່ອນໄຫວວຽກງານກວດກາຢ່າງເປັນປົກກະຕິ. ແຕ່ເມື່ອສົມທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ແລ້ວ ເຫັນວ່າຍັງມີຈຸດອ່ອນ, ຂໍ້ຄົງຄ້າງຢູ່ບໍ່ໜ້ອຍ ເຊິ່ງຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ. ສະນັ້ນ, ເພື່ອບັນລຸຄາດໝາຍທີ່ວາງໄວ້ ບັນດາສະຫາຍທີ່ເຂົ້າຮ່ວມ ຕ້ອງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ບົດສະຫຼຸບແຜນການຢ່າງກົງໄປກົງມາຕໍ່ເນື້ອໃນຕ່າງໆ ເພື່ອພ້ອມກັນຊອກວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດຕົວຈິງໃຫ້ມີຜົນສໍາເລັດດ້ວຍປະສິດທິຜົນສູງ ແນໃສ່ສ້າງໃຫ້ວຽກງານກວດກາມີຄວາມໜັກແໜ້ນ, ເຂັ້ມແຂງ. ພ້ອມນີ້, ຍັງໄດ້ເຜີຍແຜ່ເຊື່ອຊືມມະຕິ ເລກທີ 05/ຄບສພ, ລົງວັນທີ 05 ກັນຍາ 2023 ວ່າດ້ວຍ ການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ; ຈາກນັ້ນ, ສະຫາຍ ເຮີເຊັງ ເຢຍບໍເຮີ ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ ໄດ້ຜ່ານບົດສະຫຼຸບວຽກງານກວດກາປະຈໍາປີ 2023 ແລະ ວາງທິດທາງແຜນການ ປະຈໍາປີ 2024 ໂດຍໄດ້ຍົກໃຫ້ບັນດາຜົນສໍາເລັດ ບາງດ້ານ ເປັນຕົ້ນ. ຄະນະພັກ, ຄະນະກວດກາແຕ່ລະຂັ້ນໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ການຄົ້ນຄວ້າສ້າງ ແລະ ຈັດຕັ້ງຜັນຂະຫຍາຍນິຕິກຳ ເຂົ້າໃນວຽກງານຕົວຈິງຈໍານວນໜຶ່ງ; ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມຈັດປາຖະກະຖາບັນດານິຕິກໍາຕ່າງຂອງພັກ-ກົດໝາຍຂອງລັດ. ໂດຍສະເພາະບັນດານິຕິກຳກ່ຽວກັບວຽກງານກວດກາພັກ-ກວດກາລັດ; ໄດ້ຕິດຕາມ, ກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ຕິດຕາມການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ແລະ ຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ເລກທີ 169/ຄລສພ; ໄດ້ຕິດຕາມ, ກວດກາປົກກະຕິ ການຈັດປະຕິບັດພາລະບົດບາດ, ຂອບເຂດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງບັນດາກົມ ແລະ ທຽບເທົ່າ ທັງໝົດ 19 ເປົ້າໝາຍ; ຕິດຕາມການແກ້ໄຂຜົນຂອງການກວດກາ ຈໍານວນ 10 ເປົ້າໝາຍ; ຕິດຕາມ, ກວດກາການປະຕິບັດຜົນຂອງການກວດກາ ຂອງສະຖາບັນ ເງິນຝາກປະຢັດ ໄປສະນີລາວ ແລະ ບໍລິສັດ ໄປສະນີລາວ ຈໍາກັດ ສະບັບລົງວັນທີ 04 ມິຖູນາ 2020 ພົບເຫັນມູນຄ່າເສຍຫາຍ ຈໍານວນ 100 ຕື້ກວ່າກີບ ມາຮອດເດືອນ ມິຖຸນາ 2023 ສາມາດເກັບກູ້ໄດ້ ຈຳນວນ 41 ຕື້ກວ່າກີບ, ຍັງຄ້າງ ຈໍານວນ 58 ຕື້ກວ່າກີບ; ພ້ອມນັ້ນຍັງຍົກໃຫ້ເຫັນສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການວຽກຈຸດສຸມ ປີ 2024; ພ້ອມດຽວກັນນີ້, ສະຫາຍ ສະກຸນຄໍາ ແກ້ວບຸນຍາສິດ ຮອງປະທານຄະນະກວດກາພັກກະຊວງ, ຮອງຫົວໜ້າກົມກວດກາ ໄດ້ຜ່ານຄໍາແນະນໍາເລກທີ 379/ຄກສພ, ລົງວັນທີ 07 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ. ພ້ອມນີ້, ຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະ ບັນດາຄໍາຖາມເຈາະຈິ້ມ ຢ່າງກົງໄປກົງມາ, ພາວະວິໄສ ເພື່ອເຮັດໃຫ້ເນື້ອໃນຈິດໃຈເອກະສານມີຄວາມຄົບຖ້ວນສົມບູນ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອໃຫ້ບັນລຸຕາມຈຸດປະສົງທີ່ວາງໄວ້.

 

ຕອນທ້າຍກອງປະຊຸມ ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໂດຍສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ເຮັດວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຂອງແຕ່ລະພາກສ່ວນ ຕ້ອງກຳແໜ້ນຂອບເຂດສິດ, ພາລະບົດບາດ ແລະ ຕ້ອງມີການກໍານົດແບບແຜນວິທີເຮັດວຽກໃຫ້ເປັນລະບົບກົມກຽວ, ສືບຕໍ່ຕິດຕາມການຜັນຂະຫຍາຍໝາກຜົນຂອງກອງປະຊຸມກາງສະໄໝ ຂອງໜ່ວຍພັກ, ອົງຄະນະພັກ ແລະ ຄະນະພັກກະຊວງ ຕິດພັນກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນ; ສືບຕໍ່ຄົ້ນຄວ້າກໍາແໜ້ນ ແລະ ປັບປຸງເນື້ອໃນ ກໍຄືແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງຕາມຂັ້ນຕອນ ຂອງລະບຽບກົດໝາຍໃນການຄຸ້ມຄອງບໍລິຫານລັດ ແລະ ສຸມໃສ່ແກ້ໄຂບັນຫາຕົວຈິງ; ເອົາໃຈໃສ່ຕິດຕາມ ກວດກາ, ບໍາລຸງກໍ່ສ້າງ, ຍົກລະດັບວຽກງານວິຊາສະເພາະເວົ້າລວມ, ເວົ້າສະເພາະກໍແມ່ນວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ສືບຕໍ່ຍູ້ແຮງການເຜີຍແຜ່ການເຄື່ອນໄຫວວຽກງານກວດກາຜ່ານສື່ໃຫ້ຫຼາຍຮູບການທີ່ເໝາະສົມ; ສືບຕໍ່ເຊື່ອມຊຶມ ຜັນຂະຫຍາຍ ບັນດາເນື້ອໃນຈິດໃຈເອກະສານສໍາຄັນຂອງສູນກາງ, ອົງຄະນະພັກກະຊວງ ຕິດພັນກັບການປັບປຸງແກ້ໄຂປະເດັນບັນຫາສໍາຄັນຂອງວຽກງານກວດກາ, ພ້ອມທັງ ສະເໜີໃຫ້ທຸກພາກສ່ວນເປັນເຈົ້າການນຳເອົາບັນດາຈິດໃຈ, ເນື້ອໃນຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນວຽກງານຂອງຕົນໃຫ້ມີຜົນສໍາເລັດ.
ຂ່າວ: ຄໍາຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)