ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 114 ປີ

18/03/2024

ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 114 ປີ

ໃນຕອນເຊົ້າຂອງວັນທີ 15 ມີນາ 2024, ສະຫະພັນແມ່ຍິງຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 114 ປີ (ວັນທີ 08 ມີນາ 1910-08 ມີນາ 2024) ຂຶ້ນ, ທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສຸກຄໍາເພັດ ເຮືອງບຸດສີ ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ, ມີຄະນະສະຫະພັນແມ່ຍິງ, ຜູ້ຕາງໜ້າຈາກຫ້ອງການ-ບັນດາກົມ, ອົງການຈັດຕັ້ງມະຫາຊົນ, ຄອບຄົວການນໍາ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດເຂົ້າຮ່ວມ.

ໃນພິທີຄັ້ງນີ້ ທ່ານ ນາງ ອາລຸນາ ບຸດຕະລາດ ຮອງປະທານສະຫະພັນແມ່ຍິງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຂອງສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໂດຍໄດ້ຍົກໃຫ້ເຫັນສະພາບລວມ, ຜົນສໍາເລັດການເຄື່ອນໄຫວວຽກງານໃນເເຕ່ລະດ້ານ ເປັນຕົ້ນ ວຽກງານບໍາລຸງກໍ່ສ້າງພະນັກງານເພດຍິງ ໃນປີຜ່ານມາແມ່ນໄດ້ໄປຍົກລະດັບທາງດ້ານທິດສະດີຂັ້ນຕົ້ນ ຈໍານວນ 19 ທ່ານ, ຂັ້ນສູງ 01 ທ່ານ; ຍົກລະດັບດ້ານວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ ຈໍານວນ 3 ທ່ານ; ນອກນັ້ນ ສະມາຊິກສະຫະພັນແມ່ຍິງ ຍັງໄດ້ເປັນກໍາລັງແຮງສໍາຄັນໃນການປະຕິບັດວຽກງານວິຊາສະເພາະ, ວຽກງານຂະບວນການ ແລະ ວຽກງານອື່ນໆ. ພ້ອມນີ້ ຍັງໄດ້ຕີລາຄາຄືນດ້ານດີ-ດ້ານອ່ອນ,ສາເຫດ, ບາງບົດຮຽນທີ່ຖອດຖອນໄດ້, ທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ, ທ່ານ ນາງ ບຸນເສີມ ໄຊຍະຄໍາ ຮອງປະທານສະຫະພັນແມ່ຍິງ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 03 ດີ ປະຈໍາປີ 2023 ຂອງສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໂດຍໄດ້ຍົກໃຫ້ເຫັນສະພາບຈຸດພິເສດ, ຂະບວນການຈັດຕັ້ງປະຕິບັດວຽກງານ 03 ດີແຕ່ລະບາດກ້າວຜ່ານການປະເມີນ ໃນໄລຍະ 1 ປີ ຜ່ານມາ ເຫັນວ່າ ສາມາດຄັດເລືອກ ບຸກຄົນ 3 ດີໄດ້ຈໍານວນ 98 ຄົນ, ພົນລະເມືອງດີ 98 ຄົນ, ພັດທະນາດີ 95 ຄົນ, ສ້າງຄອບຄົວຜາສຸກ 95 ຄົນ ພ້ອມທັງຍັງໄດ້ຍົກໃຫ້ເຫັນບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ.

ໃນໂອກາດດຽວກັນນີ້້ ທ່ານ ສຸກຄໍາເພັດ ເຮືອງບຸດສີ ຍັງໄດ້ໃຫ້ກຽດປາຖະກະຖາ ເລົ່າມູນເຊື້ອວັນທີ 08 ມີນາ ຄົບຮອບ 114 ປີ ໂດຍໄດ້ຍົກໃຫ້ເຫັນສະພາບການກໍາເນີດ ແລະ ຂະບວນການທວງອິດສະຫຼະພາບຂອງເອື້ອຍນ້ອງແມ່ຍິງໃນທົ່ວໂລກ ທີ່ຖືກເອົາປຽບຈາກການກົດຂີ່ແຮງງານໃນດ້ານຕ່າງໆ ໃນທ່າມກາງສະພາບເສດຖະກິດ ຂອງສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານທີ່ຕໍ່າ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ດ້ວຍເຫດນີ້ກຳມະກອນແມ່ຍິງໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກລົງ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງ ມີສິດອອກສຽງເລືອກຕັ້ງ ແລະ ລົງຮັບສະໝັກເລືອກຕັ້ງ. ປີ 1910, ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍອອກໄປສູ່ທະວີບເອີຣົບ ແລະ ໃນປີນັ້ນເອງ ກອງປະຊຸມສາກົນ ກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດ ໄດ້ຈັດຂຶ້ນ ຢູ່ປະເທດເດນມາກ ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດເຂົ້າຮ່ວມ. ກອງປະຊຸມໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ. ດັ່ງນັ້ນ ວັນທີ 8 ມີນາ ຈຶ່ງເປັນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ແມ່ຍິງ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບເພດຊາຍ. ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງໄດ້ຮັບການສະເຫຼີມສະຫຼອງ ຢູ່ໃນຫຼາຍປະເທດທົ່ວໂລກ. ພ້ອມດຽວກັນນີ້ ທ່ານຍັງຍົກໃຫ້ເຫັນບົດບາດຄວາມສໍາຄັນຂອງພະນັກງານເພດຍິງ ໃນການປະຕິບັດໜ້າທີ່ວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ກໍຄືວຽກງານປິ່ນອ້ອມຂອງອົງການ ພ້ອມທັງເນັ້ນໜັກໃຫ້ແຕ່ລະພາກສ່ວນສືບຕໍ່ບໍາລຸງກໍ່ສ້າງ, ຊັບຊ້ອນຈັດວາງ, ຍົກສູງບົດບາດຂອງແມ່ຍິງ ເພື່ອກ້າວໄປເປັນພະນັກງານນໍາພາຄຸ້ມຄອງ ແລະ ສືບທອດປ່ຽນແທນໃນຕໍ່ໜ້າ.

ໃນຕອນທ້າຍຂອງພິທີ ທ່ານ ນາງ ສິຣິໂສພາ ບຸດດາຄໍາ ຍັງໄດ້ມອບເງິນອູປະຖໍາຈໍານວນ 80.000.000 ກີບໃຫ້ແກ່ສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເພື່ອປະກອບສ່ວນເຂົ້າໃນວຽກງານພັດທະນາແມ່ຍິງ. ຈາກນັ້ນ, ທ່ານ ສຸກຄໍາເພັດ ເຮືອງບຸດສີ ໄດ້ຕາງໜ້າໃຫ້ສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ມອບໃບຍ້ອງຍໍໃຫ້ຄອບຄົວການນໍາ ທີ່ໄດ້ໃຫ້ທຶນສະໜັບສະໜູນປະກອບສ່ວນເຂົ້າໃນການພັດທະນາເອື້ຶອຍນ້ອງແມ່ຍິງໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.
ຂ່າວ: ຄໍາຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)