ຊາວໜຸ່ມຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເປີດຂະບວນການແຂ່ງຂັນບານເຕະມິດຕະພາບເພືອເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ສ.ປປ ລາວ ຄົບຮອບ 42 ປີ

16/02/2024

ຊາວໜຸ່ມຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເປີດຂະບວນການແຂ່ງຂັນບານເຕະມິດຕະພາບເພືອເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ສ.ປປ ລາວ ຄົບຮອບ 42 ປີ

ຊາວໜຸ່ມຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເປີດຂະບວນການແຂ່ງຂັນບານເຕະມິດຕະພາບເພືອເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ສ.ປປ ລາວ ຄົບຮອບ 42 ປີ (16/02/1982–16/02/2024) ແລະ ຂໍ່ານັບຮັບຕ້ອນວັນສ້າງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (14/04/1955–14/04/2024)
ໃນວັນທີ 16 ກຸມພາ 2024, ຊາວໜຸ່ມຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຮ່ວມກັບຊາວໜຸ່ມກົມຕໍາຫຼວດເສດຖະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດຂະບວນການແຂ່ງຂັນບານເຕະມິດຕະພາບຂຶ້ນ ໂດຍການເປັນປະທານຂອງທ່ານ ອາລິສັກ ພົມປິດາ ກໍາມະການພັກ ຄະນະກວດກາສູນກາງພັກ, ຫົວໜ້າຫ້ອງການ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ, ມີຄະນະບໍລິຫານງານຊາວໜຸ່ມຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ, ຕາງໜ້າຄະນະນໍາກົມຕໍາຫຼວດເສດຖະກິດ ກະຊວງປ້ອງກັນຄວາມສະ ຫງົບ ພ້ອມດ້ວຍນັກກິລາ ແລະ ແຂກຖືກເຊີນເຂົ້່າຮ່ວມ.
ການແຂ່ງຂັນກິລາບານເຕະມິດຕະພາບໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດໂຊກມະຫາຊັບ ແລະ ສວນອາຫານທ່າແຕງຟາມຣີສອດ ໃນການສ້າງຂະບວນການເພື່ອຂໍ່ານັບຊົມເຊີຍວັນສ້າງຕັ້້ງອົງການກວດກາພັກ-ລັດ ສ.ປປ ລາວ ຄົບຮອບ 42 ປີ (16/02/1982–16/02/2024) ແລະ ຂໍ່ານັບຮັບຕ້ອນວັນສ້າງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (14/04/1955–14/04/2024), ພ້ອມທັງເປັນການສ້າງມິດຕະພາບ, ການຮ່ວມມື ແລະ ຄວາມສາມັກຄີເປັນປຶກແຜ່ນ ລະຫວ່າງສະມາຊິກຊາວໜຸ່ມຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ກັບ ຊາວໜຸ່ມກົມຕໍາຫຼວດເສດຖະກິດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ທັງເປັນການພັດທະນາຊັບພະຍາກອນມະນຸດ, ປຸກລະດົມຂົນຂວາຍຊາວໜຸ່ມໃຫ້ມີສ່ວນຮ່ວມໃນຂະບວນການຫຼີ້ນກິລາບານເຕະເພື່ອຮັກສາສຸຂະພາບ, ຜ່ອນຄາຍສະພາບຈິດໃຈໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ຍັງສະແດງຄວາມມີນໍ້າໃຈເສຍສະຫຼະ, ນໍ້າໃຈນັກກິລາ, ຮູ້ເສຍ ຮູ້ຊະນະ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ, ມີຄວາມຖືກຕ້ອງປອງດອງກັນ, ເປັນຈິດໜຶ່ງໃຈດຽວກັນ, ຂະບວນການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)