ພິທີປິດຝຶກອົບຮົມວຽກງານກວດກາພັກ-ລັດ ໄລຍະສັ້ນ ກະຊວງສາທາລະນະສຸກ

19/02/2024

ພິທີປິດຝຶກອົບຮົມວຽກງານກວດກາພັກ-ລັດ ໄລຍະສັ້ນ ກະຊວງສາທາລະນະສຸກ

ໃນວັນທີ 16 ກຸມພາ 2024, ກະຊວງສາທາລະນະສຸກໄດ້ຈັດພິທີປິດ ຊຸດຝຶກອົບຮົມວຽກງານກວດກາຂຶ້ນ ຢູ່ທີ່ຫ້ອງປະຊຸມ ກະຊວງສາທາລະນະສຸກ ຊັ້ໜ 06 (ຕຶກໃໝ່). ໂດຍການເປັນປະທານຮ່ວມຂອງ ທ່ານ ວັນຄຳ ໄຊວົງສັກ ກໍາມະການພັກ ຄະນະກວດກາສູນກາງພັກ, ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ທ່ານ ນາງ ສົມແພງ ສຸວັນນະເມທີ ຮອງຫົວໜ້າກົມກວດກາ ກະຊວງສາທາລະນະສຸກ ພ້ອມດ້ວຍ ນັກສຳມະນາກອນ ແລະ ແຂກທີ່ຖືກເຊີນຈາກບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ສົມແພງ ສຸວັນນະເມທີ ໄດ້ຜ່ານບົດລາຍງານກ່ຽວກັບຜົນສຳເລັດການຈັດຝຶກອົບຮົມວຽກງານກວດກາພັກ-ລັດ ໃນຄັ້ງນີ້, ເຊິ່ງໄດ້ດຳເນີນມາແຕ່ວັນທີ 06 ກຸມພາ ຫາ 16 ກຸມພາ 2024 (ຈໍານວນ 10 ວັນລັດຖະການ) ດ້ວຍຜົນສໍາເລັດອັນຈົບງາມ. ໃນຊຸດຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກກົມກອງອ້ອມຂ້າງກະຊວງສາທາລະນະສຸກ ຈຳນວນ 70 ທ່ານ, ຍິງ 39 ທ່ານ, ການຄົ້ນຄວ້າຮໍ່າຮຽນຄັ້ງນີ້ນັກສໍາມະນາກອນໄດ້ຮັບຟັງການເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 022/ຄບສພ, ລົງວັນທີ 13 ມັງກອນ 2017 ວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຮັບຟັງການບັນຍາຍເນື້ອໃນບົດຮຽນກ່ຽວກັບວຽກງານກວດກາ ທັງໝົດ 15 ບົດ, ພ້ອມທັງມີການຄົ້ນຄວ້າແລກປ່ຽນ ປະກອບຄຳຄິດ-ຄຳເຫັນ ແລະ ແກ້ໄຂຂໍ້ຂ້ອງໃຈ ນຳຄູ-ອາຈານຜູ້ທີ່ມີປະສົບການ ຈາກຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ລະຫວ່າງນັກສຳມະນາກອນດ້ວຍກັນ. ຜ່ານການຝຶກອົບຮົມເຫັນໄດ້ວ່າ ນັກສຳມະນາກອນໄດ້ມີຄວາມຮັບຮູ້ ແລະ ເຂົ້້າໃຈຕໍ່ກັບວຽກງານກວດກາເລິກເຊິ່ງຂຶ້ນຕື່ມ, ສາມາດກຳໄດ້ບັນດາເນື້ອໃນສຳຄັນຂອງບົດຮຽນ ເປັນຕົ້ນແມ່ນຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ, ກວດກາລັດ, ວຽກງານສືບສວນ-ສອບສວນ, ວຽກງານຕິດຕາມຂອງພັກ, ການກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ບາງບັນຫາຈິດຕະສາດຂອງວຽກງານກວດກາ, ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ. ບັນດາບົດຮຽນດັ່ງກ່າວ ເປັນພື້ນຖານໃຫ້ແກ່ນັກສຳມະນາກອນ ນຳເອົາໄປໝູນໃຊ້ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນ ເປັນຕົ້້ນການສ້າງແຜນການເຄື່ອນໄຫວ ແລະ ຊຸກຍູ້ໃຫ້ຂະແໜງການກວດກາ, ຜູ້ເຮັດວຽກງານກວດກາແຕ່ລະຂັ້ນ ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນເປັນປົກກະຕິ, ແນໃສ່ເຮັດໃຫ້ທິດທາງໜ້າທີ່ລວມ ທີ່ໄດ້ກໍານົດຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງສາທາລະ ນະສຸກຄັ້ງທີ IX ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາ.

ໃນຕອນທ້າຍຂອງພິທີ ທ່ານ ວັນຄຳ ໄຊວົງສັກ ຍັງໄດ້ໃຫ້ກຽດມອບໃບຢັ້ງຢືນ ແກ່ນັກສຳມະນາກອນ, ພ້ອມທັງມີບາງຄຳເຫັນໂອ້ລົມ ໃຫ້ນັກສໍາມະນາກອນທຸກໆທ່ານ ນໍາເອົາບັນດາບົດຮຽນທີ່ສໍາຄັນໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນ ໜ້າທີ່ວຽກງານຂອງຕົນຢ່າງປະດິດສ້າງ ສາມາດນຳໄປຈັດຕັ້ງປະຕິບັດຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)