ປະທານຄະນະກວດກາສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ

ປະທານຄະນະກວດກາສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ

ໂດຍຕອບສະໜອງຕາມໜັງສືເຊື້ອເຊີນ ຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ຄະນະຜູ້ແທນຂັ້ນສູງ ຂອງຄະນະກວດກາສູນກາງພັກ ເຊິ່ງນຳໂດຍ ສະຫາຍ ປອ. ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ, ປະທານ ອົງການກວດກາແຫ່ງລັດ ແລະ ຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ, ໃນລະຫວ່າງວັນທີ 5-9 ທັນວາ 2023.

ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດ ຕາມແຜນການຮ່ວມມືປະຈຳປີຂອງສອງພັກ ກໍຄື ສອງອົງການກວດກາ ລາວ-ຈີນ, ເປັນການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈ ທີ່ເປັນເອກະພາບກັນ ຂອງການນໍາສູງສຸດ 2 ພັກ, 2 ລັດ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ສືບຕໍ່ກ້າວສູ່ລ່ວງເລິກ.

ພິທີສົ່ງຄະນະຜູ້ແທນດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ທັນວາ 2023, ໂດຍມີ ສະຫາຍ ວິໄລວັນ ບຸດດາຄຳ ຮອງປະທານຄະນະກວດກາສູນກາງພັກ ຕາງໜ້າຄະນະນຳ ຄະນະກວດກາສູນກາງພັກ ແລະ ສະຫາຍ ຫວາງຊ້າງ, ອຸປະທູດ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະເຂົ້າຮ່ວມ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)