ພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 20 ປີ

08/12/2023

ພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 20 ປີ

ໃນວັນທີ 08 ທັນວາ 2023 ນີ້, ອົງການກວດກາແຫ່ງລັດ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 20 ປີ (9/12/2003-9/12/2023) ຂຶ້ນ ຢູ່ທີ່ສະໂມສອນຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານ ຂອງທ່ານ ວິໄລວັນ ບຸດດາຄໍາ, ກຳມະການສຳຮອງສູນກາງພັກ, ຮອງປະທານ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາຜູ້ຕາງໜ້າຈາກອົງການ UNODC, ສະຖານທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ສະຖາບັນ ILSTA, ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ແຂກຮັບເຊີນເຂົ້າຮ່ວມ.

ໃນພິທີ ທ່ານ ວິໄລວັນ ບຸດດາຄຳ ໄດ້ຫວນຄືນ ຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫຼວງສາກົນ, ໂດຍຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມເປັນອັນຕະລາຍ ຂອງການສໍ້ລາດບັງຫຼວງ ເຊິ່ງແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພັກ-ລັດ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະແມ່ນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກຫຼື ຮັ່ງມີກໍ່ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ; ການສໍ້ລາດບັງຫຼວງພວມເປັນໄພຂົ່ມຂູ່ຕໍ່ຄວາມມີສະຖຽນລະພາບຂອງການຈັດຕັ້ງລັດ ແລະ ເອກະຊົນ, ກໍ່ໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນສັງຄົມ, ເປັນການບັ່ນທອນກໍາລັງແຮງກໍ່ຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ບັນດາສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆ, ຍ້ອນເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງຄືດັ່ງກ່າວຈຶ່ງໄດ້ມີການຄົ້ນຄວ້າສ້າງກໍານົດໝາຍສາກົນ ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ປະເທດນັບທັງຢູ່ໃນຂົງເຂດພາກພື້ນ ແລະ ສາກົນ ເພື່ອພ້ອມກັນສະກັດກັ້ນ ແລະ ຕໍ່ສູ້ຢ່າງມີປະສິດຕິຜົນຕໍ່ການກະທໍາ ຫຼື ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ. ດັ່ງນັ້ນ, ກອງປະຊຸມໃຫຍ່ ອົງການສະຫະປະຊາຊາດປີ 2000 ຈຶ່ງໄດ້ມີມະຕິເລກທີ 55/61, ລົງວັນທີ 4 ທັນວາ 2000 ກໍານົດຄວາມຈໍາເປັນໃນການສ້າງກົດບັດສາກົນໃນການສະກັດກັ້ນແລະ ຕ້ານການສໍ້ລາດບັງຫຼວງ.

ຈາກນັ້ນສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫຼວງໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນໃນວັນທີ 18 ທັນວາ 2002 ທີ່ນິວຢອກ, ປະເທດສະຫະລັດອາເມລິກາ ແລະ ໄດ້ເປີດໃຫ້ປະເທດຕ່າງໆ ລົງນາມເຂົ້າເປັນສະມາຊິກໃນວັນທີ 9-11 ທັນວາ 2003 ທີ່ເມືອງ ເມລິດາ ປະເທດແມັກຊີໂກ, ມາຮອດປະຈຸບັນມີ 189 ລັດພາຄີ. ສໍາລັບ ສປປ ລາວ ໄດ້ລົງນາມໃນວັນທີ 10 ທັນວາ 2003 ແລະ ໃຫ້ສັດຕະຍາບັນໃນວັນທີ 25 ກັນຍາ 2009; ກອງປະຊຸມອົງການສະຫະປະຊາຊາດປີ 2003 ໄດ້ອອກຍັດຕິ 58/4 ໂດຍກໍານົດເອົາວັນທີ 9 ທັນວາ ຂອງທຸກໆປີເປັນວັນຕ້ານການສໍ້ລາດບັງຫຼວງສາກົນ. ນັບແຕ່ນັ້ນມາ, ວັນທີ 9 ທັນວາ ໄດ້ກາຍເປັນວັນທີ່ມີຄວາມໝາຍສໍາຄັນແຫ່ງຄວາມສາມັກຄີໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ຂອງບັນດາປະຊາຊາດໃນໂລກ; ສຳລັບຄຳຂັວນໃນປີນີ້ໄດ້ອອກຄໍາຂວັນວ່າ “ສາມັກຄີຮ່ວມກັບປະຊາຄົມໂລກ ຕ້ານການສໍ້ລາດບັງຫຼວງ”. ໂດຍເຫັນໄດ້ຜົນສະທ້ອນອັນໃຫຍ່ຫຼວງ ແລະ ເປັນໄພອັນຕະລາຍທີ່ຮ້າຍແຮງຄືດັ່ງກ່າວ: ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານແຫ່ງ ສປປລາວ ຈຶ່ງຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ຖືເອົາວຽກງານນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພັກ-ລັດ ແລະ ການຈັດຕັ້ງທຸກຂັ້ນ ໄດ້ສຸມໃສ່ເຄື່ອນໄຫວວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ໃນນັ້ນ, ໄດ້ວາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ນິຕິກຳຕ່າງໆ ຫຼາຍສະບັບ ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ໄດ້ເອົາໃຈໃສ່ສຶກສາອົບຮົມປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ,ຕໍາຫຼວດ,ນັກຮຽນ-ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນ ທຸກຊັ້ນຄົນຕ່າງໆ ດ້ວຍຫຼາຍຮູບການ ເພື່ອໃຫ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນຮ້າຍ ແລະໄພອັນຕະລາຍຮ້າຍແຮງຂອງການສໍ້ລາດບັງຫຼວງ; ມີສະຕິເຄົາລົບລະບຽບກົດໝາຍ, ເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ. ນອກນີ້, ຍັງໄດ້ພົວພັນປະສານງານກັບອົງການຈັດຕັ້ງສາກົນ ເຊັ່ນ: ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC), ສະຖານທູດສະຫະລັດອາເມລິການ, ສະຖາບັນຊ່ວຍເຫຼືອທາງກົດໝາຍ ແລະ ວິຊາການ ປະເທດ ລຸກຊຳບວກ (ILSTA), ສະພາທະນາຍຄວາມສະຫະລັດອາເມລິກາ (ABA), ທະນາຄານໂລກ ແລະ ສະຖາບັນອາຊີຕາເວັນອອກໄກເພື່ອປ້ອງກັນອາດຊະຍາກຳ, ການປະຕິບັດຕໍ່ຜູ້ກະທຳຜິດ ແຫ່ງອົງການສະຫະປະຊາຊາດ (UNAFEI) ແລະ ການຮ່ວມມືດ້ານເສດຖະກິດຂົງເຂດອາຊີ-ປາຊີຟິກ (APEC) ແລະ ອື່ນໆ ເພື່ອອັດຊ່ອງວ່າງ ແລະ ສະກັດກັ້ນພຶດຕິກຳທີ່ເປັນການສໍ້ລາດບັງຫຼວງໃຫ້ຫຼຸດໜ້ອຍຖອຍລົງ. ໂອກາດນີ້ຍັງໄດ້ຮັບຟັງ ຄຳຄິດ, ຄຳເຫັນຈາກຜູ້ຕາງໜ້າ ອົງການ UNODC; ຕາງໜ້າສະຖານທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ; ຕາງໜ້າສະຖາບັນ ILSTA ຕໍ່ວັນຕ້ານການສໍ້ລາດບັງຫຼວງຕື່ມອີກ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)