ຄະນະຜູ້ແທນຂັ້ນສູງ ຄະນະກວດກາສູນກາງພັກ ປະຊາຊົນ ປະຕິວັດລາວ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ

ຄະນະຜູ້ແທນຂັ້ນສູງ ຄະນະກວດກາສູນກາງພັກ ປະຊາຊົນ ປະຕິວັດລາວ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ

ໂດຍປະຕິບັດຕາມການເຊື້ອເຊີນຂອງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ແລະ ປະຕິບັດຕາມແຜນການຮ່ວມມືປະຈຳປີຂອງສອງພັກ ກໍຄືສອງອົງການກວດກາພັກ-ລັດ ລາວ-ຈີນ ແລະ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈທີ່ເປັນເອກະພາບຂອງການນໍາສູງສຸດສອງພັກສອງລັດ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການປະຕິບັດເນື້ອໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ພັກກອມ ມູນິດຈີນ (ປີ 2024 - 2028) ກ່ຽວກັບການສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນຂົງເຂດວຽກງານຕິດຕາມ, ກວດກາ ຂອງສອງອົງການກວດກາພັກ-ລັດ ລາວ-ຈີນ. ໃນລະຫວ່າງວັນທີ 5-9 ທັນວາ 2023, ຄະນະຜູ້ແທນຂັ້ນສູງ ຂອງຄະນະກວດກາສູນກາງພັກ ນຳໂດຍ ສະຫາຍ ປອ. ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ, ປະທານ ອົງການກວດກາແຫ່ງລັດ ແລະ ຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ.
ໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ຄັ້ງນີ້ ໄດ້ພົບປະແລກປ່ຽນບົດຮຽນລະຫວ່າງສອງຄະນະກວດກາ, ຝ່າຍລາວ ໄດ້ແຈ້ງໂດຍຫຍໍ້ຜົນສໍາເລັດອັນພົ້ນເດັ່ນໃນໄລຍະກາງສະໄໝການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ໂດຍສະເພາະໃນການເຄື່ອນໄຫວວຽກງານຕິດຕາມ-ກວດກາ ແລະ ການຕ້ານການສໍ້ລາດບັງຫຼວງ, ລວມທັງການຕິດຕາມ, ກວດກາຄວາມປອດໃສຂອງໂຄງການທາງລົດໄຟລາວ-ຈີນ ໃຫ້ຝ່າຍຈີນ ຊາບ. ຈາກນັ້ນ, ຝ່າຍຈີນ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກຂອງຝ່າຍລາວ ແລະ ໄດ້ແຈ້ງສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ, ສະພາບກ່ຽວກັບການເຄື່ອນໄຫວວຽກງານກວດກາລະບຽບວິໄນຂອງພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ, ການຮ່ວມມືສາກົນເສັ້ນທາງສາຍໄໝປອດໃສຂາວສະອາດ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ບັນຫາການກໍ່ສ້າງພັກໃນສະພາບຍຸກສະໄໝໃໝ່. ສໍາລັບວຽກງານກວດກາ ຝ່າຍຈີນ ແມ່ນເນັ້ນໃສ່ວຽກງານຕ້ານການສໍ້ລາດບັງຫຼວງຕິດພັນກັບການດຳເນີນການຄຸ້ມຄອງລະບຽບວິໃນພັກເຂັ້ມງວດຮອບດ້ານ ແລະ ການກໍ່ສ້າງພັກແບບ ແຜນປອດໃສຂາວສະອາດ.
ຜ່ານການຢ້ຽມຢາມຄັ້ງນີ້ເຫັນວ່າ ຢູ່ສູນກາງ ແລະ ທ້ອງຖິ່ນ ຝ່າຍຈີນ ແມ່ນໃຫ້ການຕ້ອນຮັບຢ່າງອົບອຸ່ນ, ໃຫ້ຄວາມສຳຄັນ ແລະ ມີຄວາມຈິງໃຈແລກປ່ຽນບົດຮຽນ ໃຫ້ຄະນະຜູ້ແທນລາວເຮົາ. ເຊິ່ງໃນການພົບປະກັນຄັ້ງນີ້້ ສອງຝ່າຍເປັນເອກະພາບກັນໃນການສືບຕໍ່ພົວພັນຮ່ວມມືນຳກັນໃນຕໍ່ໜ້າເປັນປົກກະຕິ ທັງໃນລະດັບຄະນະຜູ້ແທນຂັ້ນສູງ ແລະ ລະດັບວິຊາການ; ສືບຕໍ່ຮ່ວມມືການຕິດຕາມ, ກວດກາຄວາມປອດໃສ ໃນໄລຍະດຳເນີນກິດຈະການຂອງລົດໄຟລາວ-ຈີນ, ລົງເລີກການຮ່ວມມືດ້ານກົດໝາຍຕ້ານການສໍ້ລາດບັງຫຼວງ, ການນຳຫາຜູ້ກະທຳຜິດທີ່ຫລົບໜີໄປຢູ່ຕ່າງປະເທດ ແລະ ການນໍາຄືນຊັບສິນທີ່ເສຍຫາຍຈາກການສໍ້ລາດບັງຫຼວງ; ເພີ່ມທະວີການປຶກສາຫາລື, ປະສານສົມທົບໃນຂອບ ‘‘ສົນທິສັນຍາວ່າດ້ວຍການຕ້ານການສໍ້ລາດບັງຫລວງຂອງສະຫະປະຊາຊາດ’’, ຂອບ ຈີນ-ອາຊຽນ ແລະ ຂອບການຮ່ວມມືຫຼາຍຝ່າຍ. ພ້ອມນີ້້, ຝ່າຍຈີນ ເຫັນດີຈະໃຫ້ການຊ່ວຍເຫຼືອໃນການຈັດຝຶກອົບຮົມພະນັກງານກວດກາດ້ານເຕັກນິກ ແລະ ສະໜັບສະໜູນອຸປະກອນຮັບໃຊ້ທີ່ຈໍາເປັນໃນການເຄື່ອນໄຫວວິຊາສະເພາະຂອງຄະນະກວດກາພັກ-ລັດ ຕາມສະພາບເງື່ອນໄຂຕົວຈິງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)