ທ່ານ ປອ ຄໍາພັນ ພົມມະທັດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງບໍ່ແກ້ວ

ທ່ານ ປອ ຄໍາພັນ ພົມມະທັດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງບໍ່ແກ້ວ

ໃນວັນທີ 21 ທັນວາ 2023 ນີ້, ທີ່ສະໂມສອນຫ້ອງວ່າການປົກຄອງແຂວງບໍ່ແກ້ວ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງບໍ່ແກ້ວ, ໂດຍມີຄະນະປະຈໍາພັກແຂວງ, ຄະນະບໍລິຫານງານພັກແຂວງ, ຄະນະທີມງານຈາກຄະນະກວດກາສູນກາງພັກ, ຄະນະກວດກາພັກ-ລັດແຂວງ, ປະທານຄະນະກວດກາພັກ-ລັດເມືອງ, ປະທານກວດກາຄະນະພັກຮາກຖານ, ປະທານກວດກາໜ່ວຍພັກຮາກຖານອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີຄັ້ງນີ້້, ທ່ານ ປອ ບົວຄົງ ນາມມະວົງ ເລຂາພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ລາຍງານສະພາບລວມຂອງແຂວງ ແລະ ການນໍາພາຊີ້ນໍາການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະກາງສະໄໝຜ່ານມາ ວ່າ: ຄະນະພັກ, ຄະນະນໍາແຂວງບໍ່ແກ້ວ ໄດ້ເອົາໃຈໃສ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ນໍາພາການຈັດຕັ້ງປະຕິບັດບັນດາມະຕິ ຂອງສູນກາງພັກ ກໍຄືຂອງແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດລະບຽບພັກ, ມະຕິ, ຄໍາສັ່ງຕ່າງໆ, ໂດຍໄດ້ສຸ່ມໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ທັງໝົດ 481 ໜ່ວຍພັກ, ປັບປຸງແກ້ໄຂໜ່ວຍພັກດຽວນໍາພາຫຼາຍບ້ານໄດ້ຈໍານວນ 10 ບ້ານ, ສໍາເລັດການດໍາເນີນກອງປະຊຸມກາງສະໄໝ ກອງປະຊຸມໃຫຍ່ຂອງພັກໃນທົ່ວແຂວງ; ຕິດຕາມ ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ມີ 8 ໂຄງການ ລວມມູນຄ່າ 863 ຕື້ກວ່າກີບ; ກວດກາໂຄງການລົງທຶນ ຂອງລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນ ແລະ ມູນຄ່າ 10 ຕື້ກີບລົງ ມີທັງໝົດ 77 ໂຄງການ, ມູນຄ່າສະພາຮັບຮອງ 1.068 ຕື້ກວ່າກີບ; ຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງພົນລະເມືອງ ທັງໝົດ 19 ສະບັບ; ຄົ້ນຄວ້າການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ຈໍານວນ 163 ສະຫາຍ, ສົ່ງພະນັກງານນໍາພາ-ຄຸ້ມຄອງໄປຍົກລະດັບ ທັງພາຍໃນ ແລະ ຕ່າງປະເທດຈໍານວນ 252 ທ່ານ; ໄດ້ຍຸບໂຮມບາງຂະແໜງການຊ່ວຍວຽກຂັ້ນແຂວງ ແລະ ບາງໜ່ວຍງານກົງຈັກຊ່ວຍວຽກຂັ້ນເມືອງ; ໄດ້ເອົາໃຈໃສ່ສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດຜ່ານມາ ມີຄະດີຢາເສບຕິດເກີດຂຶ້ນ 532 ເລື່ອງ; ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 3.2%; ລວມຍອດຜະລິດຕະພັນພາຍໃນ GDP 3.545 ຕື້ກວ່າກີບ, ສະເລ່ຍລາຍຮັບຫົວຄົນ 1.010 ກວ່າໂດລາສະຫະລັດຕໍ່ຄົນຕໍ່ປີ; ໄດ້ສັກຢາປ້ອງກັນພະຍາດທີ່ເກີດຂຶ້ນຕາມລະດູການ ແລະ ສ້າງນໍ້າລິນ ນໍ້າສະອາດກວມ 98,41%, ສ້າງບ້ານສາທາລະນະສຸກແບບຢ່າງກວມ 96,77% ຂອງຈໍານວນບ້ານທົ່ວແຂວງ; ມີກຸ່ມບ້ານວັດທະນະທໍາ 14 ກຸ່ມ, ມີບ້ານວັດທະນະທໍາໃໝ່ໄດ້ 208 ບ້ານ, ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແຂວງບໍ່ແກ້ວ ປີ 2023 ຈໍານວນ 252.831 ເທື່ອຄົນ ສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ 12.641 ກວ່າໂດລາສະຫະລັດ; ມີບ້ານພັດທະນາ ກວມ 48,39%, ມີຄອບຄົວພັດທະນາ ກວມ 59,62%; ມີບ້ານພົ້ນທຸກ ກວມ 75,81%, ມີຄອບຄົວພົ້ນທຸກ ກວມ 79,54% ແລະ ສາມາດສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດໄດ້ 4 ບ້ານ; ສຸມໃສ່ສ້າງເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜິ້ງ ເປັນຫົວໜ່ວຍເຂັ້ມແຂງ-ຮອບດ້ານບັນລຸ 80,8%, ການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ແມ່ນສໍາເລັດ 96% ພວມສະເໜີເປີດນໍາໃຊ້ພາຍໃນເປັນປົກກະຕິ. ນອກນີ້, ຍັງຍົກໃຫ້ເຫັນບາງດ້ານທີ່ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິິດທາງແຜນການໃນຕໍ່ໜ້າອີກດ້ວຍ.

ໂອກາດດຽວກັນນີ້ ທ່ານ ປອ ຄໍາພັນ ພົມມະທັດ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມພະຍາຍາມບຸກບືນສູ້ຊົນ ຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ຕະຫຼອດຮອດສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າຂອງແຂວງບໍ່ແກ້ວ ທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ຍູ້ແຮງການຜັນຂະຫຍາຍເນື້ອໃນເອກະສານສໍາຄັນຂອງພັກ, ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນ ໃຫ້ອີງໃສ່ທ່າແຮງທີ່ເປັນພື້ນຖານຂອງແຂວງ ເພື່ອກະຕຸ້ນການພັດທະນາເສດຖະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວ, ສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນ ເຮັດໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ ໄປຄຽງຄູ່ກັບການພັດທະນາວັດທະນະທໍາ-ສັງຄົມ ມີຄວາມສະຫງົບ, ສີວິໄລ; ພ້ອມນີ້, ຍັງຮຽກຮ້ອງມາຍັງຄະນະພັກ, ຄະນະນໍາແຕ່ລະຂັ້ນ ຕ້ອງເປັນແບບຢ່າງໃນການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານກວດກາ, ເພີ່ມທະວີການແກ້ໄຂບັນດາໜໍ່ແໜງປະກົດການຫຍໍ້ທໍ້ຕ່າງໆໃນຖັນແຖວສະມາຊິກພັກ-ພະນັກງານ ກໍຄືໃນສັງຄົມ ໂດຍຖືເອົາວຽກງານກວດກາເປັນວຽກງານທີ່ສໍາຄັນ, ເປັນເຄື່ອງມືໃນການເຄື່ອນໄຫວກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ຕິດພັນໂດຍກົງກັບການສະກັດກັ້ນ, ຕີຖອຍການສວຍໃຊ້ໜ້າທີ່ຕຳແໜ່ງ, ບັນຫາທີ່ເປັນໄພຄຸກຄາມ, ເປັນໜໍ່ແໜງທີ່ບໍ່ດີ ຕໍ່ການຈັດຕັ້ງພັກ-ລັດ ໃຫ້ໝົດໄປ ແລະ ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນ ໃຫ້ໜັກແໜ້ນ ແນໃສ່ສູ້ຊົນບັນລຸລະດັບຄາດໝາຍທີ່ວາງໄວ້ໃນຕໍ່ໜ້າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)