ທ່ານ ປອ ຄໍາພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມ ຂົງເຂດເສດຖະກິດ ແລະ ການກະສິກໍາ ຢູ່ແຂວງບໍ່ແກ້ວ

ທ່ານ ປອ ຄໍາພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມ ຂົງເຂດເສດຖະກິດ ແລະ ການກະສິກໍາ ຢູ່ແຂວງບໍ່ແກ້ວ

ໃນໂອກາດທີ່ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບໍ່ແກ້ວ ໃນລະຫວ່າງວັນທີ 20-22 ທັນວາ 2023 ນີ້, ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ໄດ້ລົງຢ້ຽມຢາມ ຂົງເຂດເສດຖະກິດ ແລະ ການກະສິກໍາຢູ່ ແຂວງ ບໍ່ແກ້ວ, ໂດຍມີຄະນະນໍາຂອງແຂວງ, ຄະນະທີມງານຈາກຄະນະກວດກາສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງ.

ໃນການເຄື່ອນໄຫວຢ້ຽມຢາມຄັ້ງນີ້້, ທ່ານ ປອ ຄໍາພັນ ພົມມະທັດ ພ້ອມດ້ວຍຄະນະ ແລະ ການນໍາຂອງແຂວງ ໄດ້ລົງເບິ່ງການເຮັດກະສິກໍາ ແລະ ບາງຂົງເຂດເສດຖະກິດສໍາຄັນຂອງແຂວງບໍ່ແກ້ວ ເປັນຕົ້ນ ຢ້ຽມຊົມການປູກໝາກພຸກ ຂອງບໍລິສັດ ຊິ່ງຕາລີ່ ສົ່ງເສີ່ມການປູກພຶດເປັນສິນຄ້າ ຈໍາກັດ ຢູ່ບ້ານດ່ານຖິ່ນ ເມືອງຫ້ວຍຊາຍ ທີ່ມີເນື້ອທີ່ການຜະລິດ 430 ເຮັກຕາ ໂດຍເຊົ່າທີ່ດິນຈາກປະຊາຊົນ ເຊິ່ງຜົນຜະລິດແມ່ນສົ່ງອອກ ສປ ຈີນ; ຢ້ຽມຊົມຂົວມິດຕະພາບລາວ-ໄທ ແຫ່ງທີ່ 4 ແລະ ສາງຄ່ຽນຖ່າຍສິນຄ້າ ຂອງລັດວິສາຫະກິດ ລາວ-ສາກົນ ໂລຈິດສຕິດ ສາຂາແຂວງບໍ່ແກ້ວ ຢູ່ບ້ານດອນ ເມືອງຫ້ວຍຊາຍ ; ຢ້ຽມຊົມການລ້ຽງປາໃນໜອງ ເປັນສິນຄ້າ ຢູ່ບ້ານປາກງາວ ເມືອງຫ້ວຍຊາຍ, ມີໜອງລ້ຽງປາທັງໝົດ 12 ໜອງ, ເນື້ອທີ່ທັງໝົົດ 6 ເຮັກຕາ; ຢ້ຽມຊົມໂຮງງານຂັດແຍກໝາກຖົ່ວເຫຼືອງ ແລະ ສວນໝາກຖົ່ວເຫຼືອງ ຂອງບໍລິສັດ ວັງເຢ ຢູ່ບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ທີ່ມີເນື້ອທີ່ການຜະລິດ 600 ເຮັກຕາ; ຈາກນັ້ນ, ຍັງໄດ້ຢ້ຽມຊົມບັນດາຂົງເຂດການລົງທຶນຂອງ ກຸ່ມບໍລິສັດດອກງິ້ວຄໍາ ໃນເມືອງຕົ້ນເຜິ້ງ ເຊັ່ນ: ຢ້ຽມຊົມສະໜາມກ໊ອບ, ບັນດາກິດຈະການກໍ່ສ້າງຕ່າງໆ ພາຍໃນສະໜາມບິນສາກົນບໍ່ແກ້ວ ທີ່ກຽມເປີດໃຫ້ບໍລິການການບິນ; ພ້ອມນີ້ຍັງ ໄດ້ຢ້ຽມຊົມຟາມລ້ຽງງົວພັນຊີ້ນ, ຢ້ຽມຊົມສະຖານທີ່ສໍາຄັນຕ່າງໆພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ. ເຊິ່ງການຢ້ຽມຊົມສະຖາມທີ່ຕ່າງໆໃນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ຈາກພາກສ່ວນດັ່ງກ່າວ ທັງໃນດ້ານດີ ທີ່ເປັນສິ່ງອໍານວຍຄວາມສະດວກ, ວິໄສທັດ, ແນວທາງໃນໄລຍະສັ້ນ ແລະ ຍາວນານ, ບາງບັນຫາທີ່ຍັງເປັນປັດໄຈຄົງຄ້າງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ, ບັນດາບົດຮຽທີ່ຖອດຖອນໄດ້ຈາກການປະຕິບັດວຽກງານໃນຕົວຈິງ ແລະ ບາງຂໍ້ສະເໜີຕໍ່ຂັ້ນເທິງ.

ໂອກາດທີ່ໄດ້ເຄື່ອນໄຫວຢ້ຽມຢາມ ສະຖານທີ່ຕ່າງໆ ພາຍໃນແຂວງບໍ່ແກ້ວໃນຄັ້ງນີ້ ທ່ານ ປອ ຄໍາພັນ ພົມມະທັດ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາບາງດ້ານຕໍ່ພາກສ່ວນດັ່ງກ່າວ ໃຫ້ພ້ອມກັນສືບຕໍ່ສຸມໃສຈັດຕັ້ງຜັນຂະຫຍາຍດ້ານດີອັນພົ້ນເດັ່ນ, ປັບປຸງບາງດ້ານທີ່ຍັງຄົງຄ້າງ ໂດຍອີງໃສ່ທ່າແຮງທີ່ມີຢູ່ ເພື່ອພັດທະນາຂົງເຂດວຽກງານຂອງຕົນ ໄປຕາມແນວທາງນະໂຍບາຍຂອງພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການພັດທະນາຫົວໜ່ວຍທຸລະກິດ, ການກະສິກໍາ ກໍຄືການສ້າງເສດຖະກິດຂອງແຂວງ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ, ສືບຕໍ່ສ້າງການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ, ຍາດແຍ່ງເອົາບົດຮຽນ, ປະສົບການ ແລະ ການລົງທຶນໃນແຕ່ລະຂະແໜ່ງການໃຫ້ຫຼາຍຂຶ້ນ ເພື່ອເພີ່ມວຽກເຮັດງານທໍາໃຫ້ແກ່ປະຊາຊົນບັນດາເຜົ່າໃນທົ່ວແຂວງ ບໍ່ແກ້ວ ເຮັດໃຫ້ເຂົາເຈົ້າຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)