ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈໍາປາສັກ

ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈໍາປາສັກ

ໃນລະຫວ່າງວັນທີ 11-12 ມັງກອນ 2024 ນີ້, ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວ ໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ. ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍຄະນະ.

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກໃນຄັ້ງນີ້, ທ່ານ ປອ ຄໍາພັນ ພົມມະທັດ ພ້ອມດ້ວຍຄະນະ ໄດ້ເຮັດວຽກຮ່ວມກັບຄະນະປະຈໍາພັກແຂວງ, ຟັງການລາຍງານສະພາບລວມ, ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາທີ່ພົ້ນເດັ່ນ, ດ້ານຄົງຄ້າງ ແລະ ທິດທາງແຜນການຈຸດສຸມໃນຕໍ່ໜ້າ ຈາກ ທ່ານ ວິໄລວົງ ບຸດດາຄໍາ. ຈາກນັ້ນ, ທ່ານ ປອ ຄໍາພັນ ພົມມະທັດ ກໍໄດ້ມີຄໍາເຫັນແລກປ່ຽນ ແລະ ໃຫ້ທິດຊີ້ນໍາບາງດ້ານ. ພ້ອມນີ້, ໃນຕອນເຊົ້າ ຂອງວັນທີ 12 ມັງກອນ ໄດ້ພົບປະໂອ້ລົມພະນັກງານກວດກາ ພາຍໃນແຂວງຈໍາປາສັກ ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ ໂດຍມີຄະນະກວດກາແຂວງ, ຄະນະປະຈໍາພັກເມືອງ-ນະຄອນ, ຄະນະກວດກາເມືອງ-ນະຄອນ, ປະທານກວດກາຂອງຄະນະພັກຮາກຖານ ແລະ ຜູ້ກວດກາໜ່ວຍພັກອ້ອມຂ້າງແຂວງ ເຂົ້າຮ່ວມ ເຊິ່ງໃນກອງປະຊຸມ ທ່ານ ປະດິດ ວັນນະລັດສະໝີ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກພັກ-ອົງການກວດກາລັດແຂວງ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ໄດ້ລາຍງານສະພາບການເຄື່ອນ ໄຫວວຽກງານກວດກາ ໃນໄລຍະຜ່ານມາເຫັນວ່າ: ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ການຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງສູນກາງ ກໍຄືຂອງແຂວງ, ຕິດຕາມການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໂດຍໄດ້ປະຕິບັດວິໄນຕໍ່ສະມາຊິກພັກທີ່​ລະ​ເມີດຕໍ່ກົດ​ລະບຽບຂອງ​ພັກ ຈໍານວນ 23 ສະຫາຍ, ຍິງ 03 ສະຫາຍ; ກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນ ຈໍານວນ 42 ໂຄງການ; ໄດ້ຕິດຕາມ, ກວດກາໂຄງ​ການ​ລົງ​ທຶນ​ຂອງ​ລັດ ທີ່​ມີ​ມູນ​ຄ່າ 10 ຕື້​ກີບ​ລົງ​ ຈໍານວນ 207 ໂຄງ​ການ; ໄດ້ຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຈໍານວນ 02 ໂຄງການ; ພົບເຫັນການຮັບສິນບົນ, ຍັກຍອກຊັບຂອງລັດ ຫຼື ລວມໝູ່ ສ້າງຜົນເສຍຫາຍເບື້ອງຕົ້ນລວມມູນຄ່າ 8 ຕື້ກວ່າກີບ; ໄດ້ດຳເນີນການສືບສວນ-ສອບສວນ ບຸກຄົນທີ່ມີສ່ວນຮ່ວມກັບຄະຄະດີສໍ້ລາດບັງຫຼວງທັງໝົດ 04 ລາຍຄະດີ, ມີບຸກຄົນທີ່ພົວພັນທັງໝົດ 14 ຄົນ ພົບເຫັນຜົນເສຍຫາຍທັງໝົດ 67 ຕື້ກວ່າກີບ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງ ແລະ ທິດທາງວຽກງານຈຸດສຸມໃນຕໍ່ໜ້າ. ຈາກນັ້ນ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ຍົກບາງບັນຫາໃນການເຄື່ອນໄຫວວຽກງານກວດກາຢູ່ພາຍໃນກົມກອງຂອງຕົນ ເພື່ອແລກປ່ຽນບົດຮຽນຕື່ມອີກ.

 

ໂອກາດດຽວກັນນີ້ ທ່ານ ປອ ຄໍາພັນ ພົມມະທັດ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍໍ່ບັນດາທ່ານທີ່ເຮັດວຽກງານກວດກາໃນທົ່ວແຂວງຈໍາປາສັກ ໂດຍໄດ້ເນັ້ນໜັກໃຫ້ ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ຈົ່ງພ້ອມກັນເປັນເຈົ້າການຍົກສູງບົດບາດຂອງວຽກງານກວດກາ, ຕ້ອງຮັບປະກັນຄວາມສັກສິດດ້ານລະບຽບກົດໝາຍ ເພື່ອຈໍາກັດຊ່ອງວ່າງທີ່ກໍ່ໃຫ້ເກີດມີການກະທໍາຜິດ, ສ້າງຄວາມສະດຸ້ງໄວ ແລະ ວັດທະນະທໍາໃນການບໍລິການປະຊາຊົນ-ສັງຄົມໃນລະບົບການເມືອງ, ຕ້ອງຮັບປະກັນຄວາມບໍລິສຸດ, ໂປ່ງໃສ ແລະ ມີຄຸນນະພາບ ເພື່ອສະກັດກັ້ນການລະເມີດກົດໝາຍ, ຮັບປະກັນການແກ້ໄຂບັນຫາການກະທໍາຜິດຢ່າງຖືກຕ້ອງ, ຕີຖ່ອຍການສວຍໃຊ້ໜ້າທີ່ຕໍາແໜ່ງໃນແຕ່ລະຂົງເຂດວຽກງານໃຫ້ຫຼຸດໜ້ອຍຖອຍລົງ, ຍົກລະດັບຄວາມສາມາດໃນການສືບສວນ-ສອບສວນ, ການຕ້ານການສໍ້ລາດບັງຫຼວງ, ເອົາໃຈໃສ່ປັບປຸງແບບແຜນການເຄື່ອນໄຫວໄລຍະຍາວໃນວຽກງານກວດກາຢ່າງມີຈຸດສຸມ, ສ້າງກົນໄກລະອຽດ, ຍົກສູງບົດບາດຂອງວຽກງານກວດກາ ໃຫ້ສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມວຽກງານກວດກາຢ່າງກວ້າງຂວາງ.
ຂ່າວ: ຄໍາຫວັນ ຈັນທະວົງ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)