ທ່ານ ປອ ຄໍາພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມຂົງເຂດເສດຖະກິດ ຂອງແຂວງຈໍາປາສັກ

ທ່ານ ປອ ຄໍາພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມຂົງເຂດເສດຖະກິດ ຂອງແຂວງຈໍາປາສັກ

ໃນໂອກາດທີ່ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ໃນລະຫວ່າງວັນທີ 11-13 ມັງກອນ 2024 ນີ້, ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນໍາຂອງແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມຂົງເຂດເສດຖະກິດ ຂອງແຂວງຈໍາປາສັກ.

ການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານ ປອ ຄໍາພັນ ພົມມະທັດ ພ້ອມດ້ວຍຄະນະ ແລະ ຄະນະນໍາຂອງແຂວງ ແມ່ນໄດ້ລົງຢ້ຽມຢາມບາງຂົງເຂດເສດຖະກິດທີ່ສໍາຄັນ ແລະ ເປັນທ່າແຮງຂອງແຂວງ ຈໍາປາສັກ ເປັນຕົ້ນ ໄດ້ລົງຢ້ຽມຢາມດ່ານທ່າບົກວັງເຕົ່າ ທີ່ບ້ານວັງເຕົ່າ ເມືອງໂພນທອງ ໂດຍມີເນື້ອທີ່ສໍາປະທານທັງໝົດ 253 ເຮັກຕາ; ພ້ອມ ນັ້ນ, ຍັງໄດ້ລົງຢ້ຽມຢາມສະຖານທີ່ ທີ່ເປັນທ່າແຮງ ແລະ ຂົງເຂດການກໍ່ສ້າງພັດທະນາພື້ນຖານໂຄງລ່າງ ຂອງເມືອງໂຂງ ຄື: ດ່ານສາກົນດອນນົກຂຽນ ຊາຍແດນລາວ-ກໍາປູເຈຍ ທີ່ບ້ານເວີນຂາມ; ເຂື່ອນໄຟຟ້າດອນສະໂຮງ ຂອງບໍລິສັດ ເຂື່ອນໄຟຟ້າດອນສະໂຮງ ຈໍາກັດ ທີ່ບ້ານດອນສະໂຮງ; ຈາກນັ້ນ, ຍັງໄດ້ລົງຢ້ຽມຊົມພື້ນຖານໂຄງການພັດທະນາ ຂອງກຸ່ມບໍລິສັດຮ່ວມພັດທະນາມະຫານະທີສີທັນດອນ ຈໍາກັດ ເຊັ່ນ: ໂຄງການສ້າງບ້ານຈັດສັນ,ໂຄງການພັດທະນາການຜະລິດການລ້ຽງປາໃນໜອງເປັນສິນຄ້າ, ໂຄງການພັດທະນາກໍ່ສ້າງຕຶກແຄນຄູ່ ແລະ ໂຄງການກໍ່ສ້າງອີກຈໍານວນໜຶ່ງ. ເຊິ່ງການຢ້ຽມຢາມແຕ່ລະສະຖານທີ່ ແມ່ນໄດ້ຮັບການຕ້ອນຮັບ ແລະ ຟັງການລາຍງານສະພາບການໂດຍລວມ ຈາກພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ທັງໃນດ້ານດີທີ່ເປັນຜົນສໍາເລັດ, ເປັນທ່າແຮງສໍາຄັນ, ບາງດ້ານທີ່ຍັງຄົງຄ້າງ ທີ່ກໍາເປັນສິ່ງທ້າທາຍຕໍ່ການເຄື່ອນໄຫວພັດທະນາຂົງເຂດວຽກງານດັ່ງກ່າວ, ທິດທາງແຜນການຈຸດສຸມໃນໄລຍະສັ້ນ ແລະ ຍາວນານ, ວິໄສທັດໃນຕໍ່ໜ້າ, ພ້ອມນັ້ນຍັງມີບາງຄໍາສະເໜີຕໍ່ຂັ້ນເທິງເພື່ອມີທິດຊີ້ນໍາຕື່ມອີກ.

ໃນການຢ້ຽມຢາມແຕ່ລະສະຖານທີ່ ຂອງແຂວງຈໍາປາສັກໃນຄັ້ງນີ້, ທ່ານ ປອ ຄໍາພັນ ພົມມະທັດ ແມ່ນໄດ້ມີຄໍາເຫັນແລກປ່ຽນ ແລະ ທິດຊີ້ນໍາບາງດ້ານ ຕໍ່ກັບການພັດທະນາ ຂົງເຂດວຽກງານຂອງພາກສ່ວນດັ່ງກ່າວເວົ້າລວມ ເວົ້າສະເພາະກໍແມ່ນການພັດທະນາໂຄງການຕ່າງໆ, ເປັນຕົ້ນ ໄດ້ເນັ້ນໃຫ້ແຕ່ລະພາກສ່ວນພ້ອມກັນສືບຕໍ່ນໍາເອົາບົດຮຽນຈາກການປະຕິບັດໜ້າທີ່ວຽກງານຕົວຈິງ ເພື່ອເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ, ແກ້ໄຂດ້ານທີ່ຍັງຄົງຄ້າງ ໂດຍອີງໃສ່ທ່າແຮງທີ່ສໍາຄັນຂອງເມືອງ ກໍຄືຂອງແຂວງ ເພື່ອສຸມໃສ່ພັດທະນາຂົງເຂດວຽກງານດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງ, ມີບາດກ້າວທີ່ທັນສະໄໝ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ໄປຕາມແນວທາງນະໂຍບາຍຂອງພັກ-ລັດ, ຖືກຕ້ອງຕາມລະບຽບກົດໝາຍ, ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ເພື່ອປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີບາດກ້າວໃໝ່ທຽບເທົ່າກັບພາກພື້ນ ແລະ ສາກົນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)