ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ໃນວັນທີ 15 ມັງກອນ 2024 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມພະນັກງາານຫຼັກແຫຼ່ງ ຂອງແຂວງສະຫວັນນະເຂດ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ, ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ການພົບປະຄັ້ງນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດໄດ້ລາຍງານຫຍໍ້ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນການເຕີບໂຕດ້ານເສດຖະກິດຂອງແຂງ ເຊິ່ງຜະລິດຕະພັນພາຍໃນ (GDP) ຂະຫຍາຍໂຕຢູ່ໃນລະດັບ 7,8%; ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 3.066 ຕື້ກວ່າກີບ; ໄດ້ຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ປະຈໍາປີ 2021-2022 ມີທັງໝົດ 24 ໂຄງການ ມູນຄ່າ 31 ຕື້ກວ່າກີບ; ກວດກາໂຄງການລົງທຶນຂອງລັດພາຍໃນແຂວງ ທີ່ປະຕິບັດບໍ່ສອດຄ່ອງກັບລະບຽບກົດໝາຍ 54 ໂຄງການ ແລະ ໂຄງການທີ່ບໍ່ທັນສໍາເລັດການກໍ່ສ້າງ 59 ໂຄງການ. ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງ ແລະ ທິດທາງວຽກຈຸດສຸມປະຈໍາປີ 2024. ພ້ອມດຽວກັນນີ້, ຍັງໄດ້ພົບປະໂອ້ລົມພະນັກງານກວດກາ ຂອງແຂວງສະຫວັນນະເຂດ ໂດຍມີຄະນະກວດກາແຂວງ, ປະທານກວດກາເມືອງ, ປະທານກວດກາຂອງຄະນະພັກຮາກຖານ ແລະ ຜູ້ກວດກາໜ່ວຍພັກອ້ອມຂ້າງແຂວງ ເຂົ້າຮ່ວມ, ຮັບຟັງການລາຍງານຜົນການຊີ້ນໍາ-ນໍາພາວຽກງານກວດກາທົ່ວແຂວງໃນໄລຍະກາງສະໄໝຜ່ານມາ ຈາກ ທ່ານ ລໍາທອງ ຂອບສີລາວົງ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງ ໂດຍທ່ານໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດໃນການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ-ກວດກາລັດ, ວຽກງານສະກັດກັ້ນ, ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າແກ້ໄຂຄໍຮ້ອງ ແລະ ຄໍາສະເໜີ ໃນໄລຍະຜ່ານມາ, ບັນດາດ້ານອ່ອນ-ຂໍ້ຄົງຄ້າງ ແລະ ທິດທາງແຜນການແຕ່ນີ້ຮອດປີ 2025.

ໂອກາດນີ້້, ທ່ານ ຄໍາພັນ ພົມມະທັດ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ຄະນະພັກ, ຄະນະນໍາຂອງແຂວງ ກໍຄືຄະນະກວດກາແຕ່ລະຂັ້ນຂອງແຂວງສະຫວັນນະເຂດ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຍົກໃຫ້ເຫັນບັນດາສະພາບການທີ່ເປັນການເລັ່ງທວງຂອງສັງຄົມ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືການບັນຫາຄົງຄ້າງອື່ນໆ, ພ້ອມທັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນຕ້ອງເພີ່ມທະວີຄວາມເປັນເຈົ້າການໃນການແກ້ໄຂບັນຫາ ໂດຍຖືເອົາວຽກງານຕິດຕາມ, ກວດກາເປັນເຄື່ອງມືສໍາຄັນໃນການຟື້ນຟູບົດບາດການນໍາພາຂອງພັກ, ການຈັດຕັ້ງທຸກຂັ້ນ; ສຸມໃສ່ກວດກາການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ເນື້ອໃນຈິດໃຈເອກະສານສໍາຄັນຂອງສູນກາງພັກ ກໍຄືຂອງອົງຄະນະພັກແຂວງ ຕິດພັນກັບການຕິດຕາມ, ກວດກາຄວາມຮັບຜິດຊອບການປະຕິບັດລະບຽບວິໄນ ຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ໃນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ, ການຈັດຕັ້ງທຸກຂັ້ນ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ເອົາໃຈໃສ່ຕີຖອຍປະກົດການສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອສໍ້ລາດບັງຫຼວງ ຂອງພະນັກງານ ພ້ອມທັງຖືເອົາວຽກງານຕ້ານ ແລະ ສືບສວນ-ສອບສວນ ເປັນກົນໄກສໍາຄັນ ໃນການຈໍາກັດສິ່ງຫຍໍ້ທໍ້ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພັກ, ຖັນແຖວພະນັກງານ, ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຍົກສູງຄວາມເປັນແບບຢ່າງນໍາໜ້າ ພ້ອມສ້າງບາດກ້າວບຸກທະລຸໃໝ່ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

ໃນຕອນບ່າຍຂອງວັນດຽວກັນ ທ່ານ ປອ ຄໍາພັນ ພົມມະທັດ ພ້ອມດ້ວຍຄະນະ ແລະ ຄະນະນໍາຂອງແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ຂົງເຂດກະສິກໍາ ແລະ ເຂດເສດຖະກິດ ຂອງແຂວງສະຫວັນນະເຂດ ເຊັ່ນ: ຢ້ຽມຊົມໂຄງການກໍ່ສ້າງຂະຫຍາຍຟາມລ້ຽງໝູ ຂອງບໍລິສັດ ຟາມໝູ ອິນເທັກລາວ ຈໍາກັດ ທີ່ບ້ານແກ້ງຫີນສູງ, ຢ້ຽມຊົມການລ້ຽງໄກ່ລາດ ຂອງ ຟາມໄກ່ລາດ ນາກ້າ ທີ່ບ້ານດົງຄໍາຫຼວງ ນະຄອນໄກສອນພົມວິຫານ ແລະ ຢ້ຽມຢາມເຂດເສດຖະກິດພິເສດທ່າບົກສະຫວັນອີກດ້ວຍ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)