ທ່ານ ປອ ຄຳພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມ ກອງພັນທະຫານຮາບ ທີ 3

ທ່ານ ປອ ຄຳພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມ ກອງພັນທະຫານຮາບ ທີ 3

ໃນວັນທີ 14 ມັງກອນ 2024 ນີ້, ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະນໍາຂອງແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງບໍລິໂພກ ແລະ ອຸປະໂພກ ຈໍານວນໜຶ່ງ ເພື່ອເປັນຂວັນກໍາລັງໃຈໃຫ້ ກອງພັນທະຫານຮາບທີ 3 ຂອງແຂວງສະຫວັນນະເຂດ.

ໃນໂອກາດດັ່ງກ່າວ, ທ່ານ ພັທ ແກ້ວແກ່ນໃຈ ໄຊຍະແສນ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງກອງພັນທະຫານຮາບທີ 3 ໄດ້ລາຍງານກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເຊິ່ງກອງພັນທະຫານຮາບທີ 3 ໄດ້ປະຕິບັດໜ້າທີ່ຕາມພາລະບົດຂອງຕົນ, ເປັນກໍາລັງໜຶ່ງທີ່ເປັນເສນາທິການໃຫ້ກອງບັນຊາການທະຫານແຂວງ, ມີໜ້າທີ່ເຄື່ອນໄຫວຮັກສາຄວາມສະຫງົບປອດໄພ ຮັບໃຊ້ປະຊາຊົນ 3 ຕົວເມືອງຄື: ເມືອງຈໍາພອນ, ເມືອງຊົນນະບູລີ ແລະ ເມືອງໄຊພູທອງ, ດ້ານແນວຄິດການເມືອງ ພະນັກງານນັກຮົບໃນທົ່ວກົມກອງແມ່ນຍັງຮັກສາໄດ້ຄຸຍທາດການເມືອງ, ຄຸນສົມບັດສິນທໍາປະຕິບັດ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ປະຕິບັດມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ຫ້າວຫັນຕໍ່ໜ້າທີ່ວຽກງານ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງກົມກອງ ແລະ ເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ. ພ້ອມນີ້, ຍັງຍົກໃຫ້ເຫັນວຽກງານທີ່ຍັງຄົງຄ້າງ ແລະ ບາງຂໍ້ສະເໜີຕໍ່ຂັ້ນເທິງ.

ໃນໂອກາດລົງມາເຄື່ອນໄຫວຢ້ຽມຢາມກອງພັນທະຫານຮາບທີ 3 ໃນຄັ້ງນີ້, ທ່ານ ປອ ຄຳພັນ ພົມມະທັດ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາມາໄດ້ຕະຫຼອດໄລຍະຜ່ານມາ ແລະ ຄວາມມານະອົດທົນຂອງອ້າຍນ້ອງນັກຮົບທີ່ໄດ້ຜ່ານຄວາມຫຍຸ້ງຍາກ ໃນສະພາບສັງຄົມໃນບັດຈຸບັນ. ພ້ອມທັງ ຍົກໃຫ້ເຫັນບົດບາດຄວາມສໍາຄັນໃນວຽກງານກວດກາ ເພື່ອຕີຖອຍປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ນັກຮົບ ກໍຄືປະກົດການຫຍໍ້ທໍ້ທາງສັງຄົມ ແລະ ໄດ້ຮຽກຮ້ອງມາຍັງທຸກສະຫາຍໃນຄະນະພັກ-ຄະນະບັນຊາ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ປຸກລະດົມຈິດໃຈຮັກຊາດ, ຮັກສາໄດ້ຄຸນທາດການເມືອງຂອງນາຍ ແລະ ພົນທະຫານ. ພ້ອມນັ້ນ ຕ້ອງເສີມຂະຫຍາຍຄວາມເປັນເຈົ້າຕົນເອງ, ຊອກຫາທາງອອກທີ່ເໝາະສົມ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນສະພາບການປັດຈຸບັນ. ພ້ອມທັງໄດ້ຢ້ຽມຊົມຕຶກອາຄານ, ສໍານັກງານຫ້ອງການ ແລະ ເດີ່ນຝຶກແອບ ພາຍໃນຄ້າຍກອງພັນທະຫານຮາບທີ 3 ເພື່ອສະເໜີການປັບ ປຸງໃນຕໍ່ໜ້າ.

 

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)