ທ່ານ ປອ ຄໍາພັນ ພົມມະທັດ ເຄື່ອໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄໍາມ່ວນ

ທ່ານ ປອ ຄໍາພັນ ພົມມະທັດ ເຄື່ອໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄໍາມ່ວນ

ໃນລະຫວ່າງວັນທີ 16-17 ມັງກອນ 2024 ນີ້, ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວ ໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄໍາມ່ວນ ໃນຄັ້ງນີ້, ທ່ານ ປອ ຄໍາພັນ ພົມມະທັດ ໄດ້ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງຂອງແຂວງ, ໂດຍມີບັນດາທ່ານໃນຄະນະປະຈໍາພັກແຂວງ ເຂົ້າຮ່ວມ ພ້ອມທັງໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງແຂວງ ໃນ 1 ປີຜ່ານມາຈາກ ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຄໍາມ່ວນ ໃຫ້ຮູ້ວ່າ: ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແມ່ນຂະຫຍາຍຕົວຢູ່ໃນ​ລະ​ດັບ 5,88% ບັນ​ລຸ​ໄດ້ 16.593 ຕື້ກີບ; ລາຍຮັບສະເລ່ຍຕໍ່ຫົວຄົນ ເທົ່າກັບ 36 ລ້ານກວ່າກີບ/ຄົນ; ຄະນະພັກ, ອຳນາດການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຕໍ່ວຽກງານຕິດຕາມ-ກວດກາ ພາຍໃນພັກ, ກວດກາການຄຸ້ມຄອງບໍລິຫານລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ຄົ້ນຄວ້າພິຈາລະນາແກ້ໄຂຄໍາຮ້ອງ-ຄຳສະເໜີ ຂອງພົນລະເມືອງ; ໄດ້​ສົມ​ທົບ​ກັບ​ອົງ​ການກວດ​ກາ​ແຫ່ງ​ລັດ ກວດກາໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບລົງມາ ແລະ 10 ຕື້ກີບຂຶ້ນໄປ ຈໍານວນ 116 ໂຄງການ; ວຽກງານກວດກາພັກແມ່ນໄດ້ສຸມໃສ່ຕິດຕາມ, ກວດກາຄວາມຮັບຜິດຊອບ, ໜ້າທີ່ ຂອງຄະນະພັກ, ສະມາຊິກພັກ ຜ່ານການຕິດຕາມ, ກວດກາ ໃນປີ 2023 ມີຄະນະພັກ ແລະ ສະມາຊິກພັກລະເມີດຕໍ່ກົດລະບຽບຂອງພັກ, ກົດໝາຍຂອງລັດ, ເຊິ່ງຖືກປະຕິບັດວິໄນຈຳນວນ 115 ສະຫາຍ, ຍິງ 16 ສະຫາຍ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ທິດທາງແຜນການຈຸດສຸມໃນຕໍ່ໜ້າ. ໂອກາດດຽວກັນນີ້ ຍັງໄດ້ພົບປະໂອ້ລົມ ພະນັກງານກວດກາ ແຂວງຄໍາມ່ວນ ໂດຍມີຄະນະກວດກາ ແຂວງ, ປະທານກວດກາເມືອງ, ປະທານກວດກາຂອງຄະນະພັກຮາກຖານ ແລະ ຜູ້ກວດກາໜ່ວຍພັກອ້ອມຂ້າງແຂວງ ເຂົ້າຮ່ວມ, ຮັບຟັງການລາຍງານການເຄື່ອນໄຫວວຽກງານກວດກາ ໃນປີ 2023 ຜ່ານມາ ຈາກທ່ານ ຄໍາສອນ ອ້ວນທະວີ ກໍາມະການພັກ ປະທານຄະນະກວດກາພັກ-ອົງການການກວດກາລັດແຂວງຄໍາມ່ວນ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານກວດກາພັກ, ກວດກາລັດ, ວຽກງານຕິດຕາມ-ກວດກາການປະຕິບັດຜົນຂອງການກວດກາ, ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ, ວຽກງານສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ; ບັນດາຂໍ້ຄົງຄ້າງ ແລະ ທິດທາງແຜນການເຄື່ອນໄຫວໃນປີ 2024.

ໂອກາດນີ້, ທ່ານ ປອ ຄໍາພັນ ພົມມະທັດ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ຄະນະພັກ, ຄະນະນໍາຂອງແຂວງ ແລະ ຄະນະກວດກາແຕ່ລະຂັ້ນຂອງແຂວງຄໍາມ່ວນ ໂດຍໄດ້ຍົກໃຫ້ເຫັນບັນຫາທີ່ເປັນການເລັ່ງທວງໃຫ້ຕ້ອງມີການແກ້ໄຂໃນສະພາບການປັດຈຸບັນ, ພ້ອມທັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນຕ້ອງເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການໃນການແກ້ໄຂບັນຫາຮ່ວມກັນ ໂດຍຖືເອົາວຽກງານຕິດຕາມ, ກວດກາເປັນປັດໄຈສໍາຄັນໃນການຟື້ນຟູຄວາມເຊື່ອໝັ້ນ ຕໍ່ບົດບາດການນໍາພາຂອງພັກ, ການຈັດຕັ້ງທຸກຂັ້ນ; ຕ້ອງມີຄວາມເປັນເອກະພາບກັນໃນວຽກງານການເມືອງແນວຄິດໃນວຽກງງານກວດກາໃຫ້ມີຄວາມຈະແຈ້ງ, ຊັດເຈນ; ຕ້ອງເຂົ້າໃຈ ແລະ ກໍາແໜ້ນ ເນື້ອໃນຈິດໃຈ ບັນດາມະຕິ, ຄໍາສັ່ງ, ເອກະສານສໍາຄັນຂອງສູນກາງພັກ ກໍຄືຂອງອົງຄະນະພັກແຂວງ ຕິດພັນກັບການຕິດຕາມ, ກວດກາຄວາມຮັບຜິດຊອບການປະຕິບັດລະບຽບວິໄນ ຂອງພະນັກງານ, ການຈັດຕັ້ງທຸກຂັ້ນ ຕາມກົດລະບຽບຂອງ ພັກ, ກົດໝາຍຂອງລັດ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ເອົາໃຈໃສ່ຕີຖອຍປະກົດການສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອສໍ້ລາດບັງຫຼວງ ຂອງພະນັກງານ ພ້ອມທັງຖືເອົາວຽກງານຕ້ານ ແລະ ສືບສວນ-ສອບສວນ ເປັນກົນໄກສໍາຄັນ ໃນການຈໍາກັດສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຍົກສູງຄວາມເປັນແບບຢ່າງນໍາໜ້າ ແລະ ລະດັບວິຊາສະເພາະ ຂອງພະນັກງານທີ່ເຮັດວຽກງານກວດກາ ແລະ ພ້ອມກັນແກ້ໄຂບັນຫາສິ່ງຫຍໍ້ທໍ້ຕ່າງໆ.

​ພ້ອມນີ້, ຍັງໄດ້ໄປຢ້ຽມຢາມໂຮງງານແຈ່ວປາແດກແຊບແມ່ພອນທິບ ທີ່ເປັນຫົວໜ່ວຍທຸລະກິດຄອບຄົວ ຢູ່ບ້ານໂພນສະໜາມ ເມືອງທ່າແຂກ, ຢ້ຽມຢາມຮ້ານຂາຍຜະລິດຕະພັນສິນຄ້າ ຂອງແມ່ຍິງແຂວງຄໍາມ່ວນ ຢູ່ຫ້ອງການສະຫະພັນແມ່ຍິງ ແຂວງຄໍາມ່ວນ. ນອກນີ້ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມຂົງເຂດກິດຈະການການຜະລິດ, ການຂະຫຍາຍເຂດການກໍ່ສ້າງ-ສໍາປະທານ ຂອງບໍລິສັດຊີໂນ-ອາກຣີ ໂປຼຕາສ ຈໍາກັດ ອີກດ້ວຍ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)