ພິທີປິດກອງປະຊຸມປະຈຳປີ ການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງອາຊຽນ ຄັ້ງທີ 19 (ອາຊຽນ-ແພັກ ASEAN-PAC)

ພິທີປິດກອງປະຊຸມປະຈຳປີ ການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງອາຊຽນ ຄັ້ງທີ 19 (ອາຊຽນ-ແພັກ ASEAN-PAC)

ພາຍຫຼັງທີ່ໄດ້ດຳເນີນກອງປະຊຸມມາເປັນເວລາ 1 ວັນເຄິ່ງ, ໃນວັນທີ 30 ພະຈິກ 2023 ນີ້, ກອງປະຊຸມປະຈຳປີການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງອາຊຽນ ຄັ້ງທີ 19 (ອາຊຽນ-ແພັກ ASEAN-PAC) ໄດ້ປິດລົງຢ່າງເປັນທາງການ, ໂດຍມີຄະນະຜູ້ແທນຈາກອົງການຕ້ານການສໍ້ລາດບັງຫຼວງ ຂອງ 10 ປະເທດອາຊຽນ ຫຼື ອາຊຽນ-ແພັກ, ຄະນະຜູ້ແທນຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ແລະ ແຂກພາຍໃນເຂົ້າຮ່ວມ.

ກອງປະຊຸມໄດ້ດໍາເນີນຕາມວາລະ ແລະ ຕາມຈຸດປະສົງຄາດໝາຍທີ່ກໍານົດໄວ້ ດ້ວຍບັນຍາກາດແຫ່ງຄວາມສາມັກຄີ, ເຂົ້າອົກເຂົ້າໃຈ, ຈິງໃຈໃຫ້ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດບັນທຶກກອງປະຊຸມອາຊຽນ-ແພັກຄັ້ງທີ 18 ຂອງປີ 2022; ຈາກນັ້ນ, ໄດ້ຮັບຟັງການສະເໜີສະພາບການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງປະເທດສະມາຊິກ, ໄດ້ປຶກສາຫາລືເປັນເອກະພາບກັນ ກ່ຽວກັບແຜນການເຄື່ອນໄຫວໄລຍະ 2023-2024; ໄດ້ຮັບຮອງເອົາການນໍາໃຊ້ປື້ມຂໍ້ມູນອາຊຽນ-ແພັກ ຫຼື ອີບຸກເລັດ; ໄດ້ແລກປ່ຽນຄວາມຄິດ, ຄວາມເຫັນກ່ຽວກັບການປະຕິບັດຜົນການທົບທວນການຈັດຕັ້ງປະຕິບັດສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ແຜນການຮ່ວມມືຕໍ່ໜ້າ ກັບອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC), ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ລາຍງານ ການເຄື່ອນໄຫວວຽກງານຕ້ານການສໍ້ລາດບັງຫຼວງ; ບັນດາປະເທດສະມາຊິກອາຊຽນ-ແພັກ ສະເໜີບົດຮຽນ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ; ປຶກສາຫາລື ກ່ຽວກັບການຮ່ວມມືລະຫວ່າງ ອາຊຽນ-ແພັກ; ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ນໍາສະເໜີ ກ່ຽວກັບການຈັດຕັ້ງປະຕິບັດຜົນການທົບທວນສົນທິສັນຍາ (ພາກທີ III: ການກໍານົດ ເປັນຄວາມຜິດທາງອາຍາ ແລະ ການບັງຄັບປະຕິບັດກົດໝາຍ); ລາຍງານຄວາມຄືບໜ້າ ກ່ຽວກັບການເຂົ້າເປັນສະມາຊິກອາຊຽນ-ແພັກ ຂອງຄະນະກຳມະການຕ້ານການສໍ້ລາດບັງຫຼວງຕີມໍ-ເລດເຕ; ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີເປັນເອກະພາບກັນ ໃຫ້ອົງການຕ້ານການສໍ້ລາດບັງຫຼວງຂອງ ອິນໂດເນເຊຍ ເປັນເຈົ້າພາບຈັດກອງປະຊຸມອາຊຽນແພັກຄັ້ງທີ 20 ໃນປີ 2024; ນອກນີ້, ຍັງໄດ້ປຶກສາຫາລື ເພີ່ມທະວີການຮ່ວມມືວຽກງານຕ້ານການສໍ້ລາດບັງຫຼວງ; ປຶກສາຫາລື ກ່ຽວກັບການສະເຫຼີມສະຫຼອງການກໍ່ຕັ້ງອາຊຽນ-ແພັກຄົບຮອບ 20 ປີ; ລາຍງານ ກ່ຽວກັບລາຍຊື່ຈຸດປະສານຂອງອາຊຽນ-ແພັກຫຼ້າສຸດ. ນອກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ໃຫ້ກຽດເປັນສັກຂີພິຍານໃນພິທີເຊັນບົດບັນທຶກການຮ່ວມມືສອງຝ່າຍລະຫວ່າງອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຂອງ ສປປລາວ ກັບອົງການຕ້ານການສໍ້ລາດບັງຫຼວງຂອງອິນໂດເນເຊຍ ແລະ ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງຂອງ ສປປ ລາວ ກັບ ອົງການຕ້ານການສໍ້ລາດບັງຫຼວງ ຂອງສະຫະພາບມຽນມາ. ນອກຈາກນີ້ ກອງປະຊຸມຍັງໄດ້ຕົກລົງເປັນເອກະພາບເພື່ອຮັບຮອງເອົາຄະນະກຳມະການຕ້ານການສໍ້ລາດບັງຫຼວງຕີມໍ-ເລດເຕເຂົ້າເປັນສະມາຊິກຊອງອາຊຽນ-ແພັກແຕ່ການຈັດຕັ້ງປະຕິບັດຕົວຈິງແມ່ນໃຫ້ໄປຕາມຂັ້ນຕອນຂອງອາຊຽນ.

ຫຼັງຈາກນັ້ນ ທ່ານ ປອ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງແຫ່ງ ສປປ ລາວ ກໍ່ໄດ້ກ່າວຕໍ່ກອງປະຊຸມວ່າ ພວກເຮົາໄດ້ມີການສົນທະນາປຶກສາຫາລື, ແລກປ່ຽນຄໍາຄິດເຫັນ, ບົດຮຽນປະສົບການ ເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດອັນສ້າງສັນ ແລະ ອົບອຸ່ນ; ຕະຫຼອດເວລາດໍາເນີນກອງປະຊຸມຄັ້ງນີ້, ຜົນສໍາເລັດຂອງກອງປະຊຸມ ແມ່ນມາຈາກການປະກອບສ່ວນສໍາຄັນຂອງບັນດາຄະນະຜູ້ແທນ ແລະ ຜູ້ເຂົ້າຮ່ວມທຸກທ່ານ ເຊິ່ງໄດ້ເປັນເຈົ້າການໃນການປະກອບຄໍາເຫັນ, ໃຫ້ຄໍາປຶກສາຫາລືແລກປ່ຽນບົດຮຽນປະສົບການອັນດີ, ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ, ເປັນຂໍ້ມູນທີ່ດີສໍາລັບການສືກສາຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ.
ໃນໂອກາດ ເພື່ອສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ວັນທີ 9 ທັນວາ ຄົບ ຮອບ 20 ປີ, ພວກເຮົາຄອບຄົວ ອົງການຕ້ານການສໍ້ລາດບັງຫຼວງ ຂົງເຂດອາຊີຕາເວັນອອກສຽງໃຕ້ (ອາຊຽນ-ແພັກ) ຖືເອົາໂອກາດກອງປະຊຸມຄັ້ງນີ້ ສະແດງເຖິງການຕັດສິນໃຈເດັດດ່ຽວຮ່ວມແຮງຮ່ວມໃຈກັນ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນແຕ່ລະປະເທດປະກອບສ່ວນເຂົ້າໃນຜົນສໍາເລັດລວມ ຂອງທົ່ວການຈັດຕັ້ງພາຄີຂອງພວກເຮົາ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)