ຄະນະຜູ້ແທນອົງການກວດກາແຫ່ງລັດ ເຂົ້າຮ່ວມກອງປະຊຸມເວທີປາໄສການຮ່ວມມືສາກົນໜຶ່ງແລວໜຶ່ງເສັ້ນທາງຄັ້ງທີ III ພາຍໃຕ້ຫົວຂໍ້: ເສັ້ນທາງສາຍໄໝປອດໃສຂາວສະອາດ

25/10/2023

ຄະນະຜູ້ແທນອົງການກວດກາແຫ່ງລັດ ເຂົ້າຮ່ວມກອງປະຊຸມເວທີປາໄສການຮ່ວມມືສາກົນໜຶ່ງແລວໜຶ່ງເສັ້ນທາງຄັ້ງທີ III ພາຍໃຕ້ຫົວຂໍ້: ເສັ້ນທາງສາຍໄໝປອດໃສຂາວສະອາດ

ຕອນບ່າຍຂອງວັນທີ 18 ຕຸລາ 2023 ນີ້, ຄະນະຜູ້ແທນອົງການກວດກາແຫ່ງລັດ ນໍາໂດຍທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານອົງການກວດກາແຫ່ງລັດ, ຫົວໜ້າຄະນະສະເພາະກິດຕິດຕາມ, ກວດກາຄວາມປອດໃສໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີປາໄສການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ພາຍໃຕ້ຫົວຂໍ້ເສັ້ນທາງສາຍໄໝປອດໃສຂາວສະອາດ (Thematic Forum On Clean Silk Road), ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງປັກກິ່ງ ສປ ຈີນ, ປະກອບມີຜູ້ເຂົ້າຮ່ວມທັງໝົດ 200 ກວ່າທ່ານ, ມາຈາກ 31 ປະເທດ ອົງການຕ້ານການສໍ້ລາດບັງຫຼວງ ແລະ 6 ອົງການຈັດຕັ້ງສາກົນ ແລະ ສະຖາບັນທີ່ກ່ຽວຂ້ອງ ເຊິ່ງຈັດໂດຍຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາແຫ່ງຊາດຈີນ; ໃຫ້ກຽດກ່າວເປີດກອງປະຊຸມຮ່ວມໂດຍ ທ່ານ ລິວ ຈິນກົວ (LIU Jinguo) ຮອງເລຂາ ຄະນະກໍາມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ, ຫົວໜ້າຄະນະກຳມະການກວດກາແຫ່ງຊາດຈີນ; ທ່ານ XU Feihong ຜູ້ຊ່ວຍ ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ແລະ ທ່ານ ນາງ Ghada Fathi Waly ຜູ້ອໍານວຍການໃຫຍ່ ຫ້ອງ ການສະຫະປະຊາຊາດ ຢູ່ວຽນນາ, ຫົວໜ້າ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ.

ໃນກອງປະຊຸມຝ່າຍເຈົ້າພາບ ແລະ ຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມ “ ເສັ້ນທາງສາຍໄໝປອດໃສຂາວສະອາດ ” ໄດ້ສຸມໃສ່ຫົວຂໍ້ “ເພີ່ມທະວີການຮ່ວມມືສາກົນຕ້ານການສໍ້ລາດບັງຫຼວງ ແລະ ຮ່ວມກັນສ້າງເສັ້ນທາງສາຍໄໝປອດໃສຂາວສະອາດ”, ພ້ອມກັນຢືນຢັນຄືນຄຳໝັ້ນສັນຍາຮ່ວມກັນການສ້າງເສັ້ນທາງສາຍໄໝປອດໃສຂາວສະອາດ, ກວດ ກາຄືນປະສິດທິຜົນ ແລະ ການປະກອບສ່ວນຂອງເສັ້ນທາງສາຍໄໝປອດໃສຂາວສະອາດ, ອະທິບາຍວິໄສທັດເສັ້ນທາງສາຍໄໝປອດໃສຂາວສະອາດ, ປຶກສາຫາລືກ່ຽວກັບການແກ້ໄຂສິ່ງທ້າທາຍຕໍ່ການສໍ້ລາດບັງຫຼວງ, ປຶກສາຫາລືກ່ຽວກັບມາດຕະການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງຂ້າມແດນ, ຊຸກຍູ້ຄວາມເປັນທຳຂອງວິສາຫະກິດ ແລະ ເພີ່ມທະວີການຮ່ວມມືສາກົນໃນການຕ້ານການສໍ້ລາດບັງຫຼວງ, ນອກຈາກນີ້ ຍັງໄດ້ມີການສົນທະນາຢ່າງເລິກເຊິ່ງ ແລະ ໄດ້ຮັບ ໝາກຜົນຢ່າງຫຼວງຫລາຍ. ສປ ຈີນ ໄດ້ຮ່ວມກັບບັນດາປະເທດຄູ່ຮ່ວມມືປະກາດ ‘‘ ຜົນສໍາເລັດ ແລະ ການຮ່ວມມືໃນອະນາຄົດ ໜຶ່ງແລວໜຶ່ງເສັ້ນທາງ’’ ແລະ ‘‘ ຫຼັກການຂັ້ນສູງການສ້າງຄວາມປອດໃສຂາວສະອາດ ໜຶ່ງແລວໜຶ່ງເສັ້ນທາງ’’ ສ້າງລະບົບການປະເມີນ “ວິສາຫະກິດປອດໃສຂາວສະອາດ ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ໄດ້ມາດຖານ, ສະ ຫຼຸບສັງລວມບັນດາໝາກຜົນທີ່ພົ້ນເດັ່ນໃນການສ້າງ “ຄວາມປອດໃສຂາວສະອາດໜຶ່ງແລວໜຶ່ງເສັ້ນທາງ” ໃນໄລຍະ 10 ປີຜ່ານມາ. ເປັນການສືບຕໍ່ອະທິບາຍຈຸດຢືນ ຫຼັກການປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຮັບຜົນປະໂຫຍດ ຮ່ວມ, ເຊິ່ງໄດ້ຮັບການຊົມເຊີຍ ແລະ ການສະຫນັບສະຫນູນຈາກທຸກຝ່າຍຢ່າງເຕັມທີ່, ເຮັດໃຫ້ເສັ້ນທາງສາຍໄໝທີ່ປອດໃສຂາວສະອາດຂຶ້ນສູ່ລະດັບໃໝ່.

ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ສຸກຄຳເພັດ ເຮືອງບຸດສີ ໄດ້ມີຄຳເຫັນຕໍ່ກອງປະຊຸມເຊິ່ງມີເນື້ອໃນບາງຕອນວ່າ: ສປປ ລາວ ຍາມໃດກໍ່ຖືສໍາຄັນ ການຮ່ວມມືກັບຕ່າງປະເທດ ທັງພາຄີ ແລະ ພະຫຸພາຄີ ໃນການກວດກາ, ຕ້ານ ແລະ ສືບສວນ-ສອບສວນ ການສໍ້ລາດບັງຫຼວງ, ໃນນັ້ນ ມີການຮ່ວມມືສອງຝ່າຍທີ່ແໜ້ນແຟ້ນ ກັບຄະນະກໍາມະການກວດກາແຫ່ງຊາດຈີນ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ການຮ່ວມມືຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນໃນຂົງເຂດວຽກງານຕ້ານການສໍ້ລາດບັງຫຼວງ ລະຫວ່າງບັນດາປະເທດ ຈະເປັນການເພີ່ມທະວີການລົງເລິກ ຮ່ວມມືດ້ານຍຸຕິທໍາ, ການສຶບສວນ-ສອບສວນ, ການດຳເນີນຄະດີ ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງທີ່ມີປະສິດທິຜົນສູງ ເພື່ອສອດຄອງກັບນະໂຍບາຍການພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ “ ຂໍ້ລິເລີ່ມ ເສັ້ນທາງສາຍໄໝປອດໃສຂາວສະອາດ” ຂອງ ສປ ຈີນ, ພວກຂ້າພະເຈົ້າຖືໂອກາດນີ້ຂໍສະແດງການສະໜັບສະໜູນຕໍ່ຂໍ້ສະເໜີລິເລີມ 4 ຂໍ້ ຂອງ ສປ ຈີນ ໃນກອງປະຊຸມໃຫ່ຍຂອງອົງການ ສປຊ ເດືອນມິຖຸນາ ປີ 2021 ເພື່ອສົ່ງເສີມການຮ່ວມມືໃນການຕ້ານການສໍ້ລາດບັງຫຼວງທີ່ມີປະສິດຕິຜົນ, ເຄົາລົບອະທິປະໄຕ, ລະບອບການເມືອງ, ລະບົບກົດໝາຍຂອງແຕ່ລະປະເທດ ຕາມກົດບັດຂອງອົງການ ສປຊ ແລະ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ສົ່ງເສີມໃຫ້ມີການຮ່ວມມືດ້ານຍຸຕິທໍາ, ການສົ່ງຊັບສິນກັບຄືນ, ການສົ່ງຜູ້ຮ້າຍຂ້າມແດນທີ່ກ່ຽວຂ້ອງກັບການຕ້ານການສໍ້ລາດບັງຫຼວງ, ເຂົ້າຮ່ວມແລກປ່ຽນ, ຝຶກອົບຮົມຕາມຫົວຂໍ້ຕ່າງໆ ແລະ ອື່ນໆ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)