ທ່ານ ປອ ຄໍາພັນ ພົມມະທັດ ລົງເຄື່ອນໄຫວຢ້ຽມຢາມ ສູນສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ຮ່ວມມືລາວ-ຫວຽດນາມ ຢູ່ແຂວງຫົວພັນ

06/10/2023

ທ່ານ ປອ ຄໍາພັນ ພົມມະທັດ ລົງເຄື່ອນໄຫວຢ້ຽມຢາມ ສູນສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ຮ່ວມມືລາວ-ຫວຽດນາມ ຢູ່ແຂວງຫົວພັນ

ໃນຕອນເຊົ້າຂອງວັນທີ  6 ຕຸລາ 2023 , ທ່ານ  ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງພ້ອມດ້ວຍຄະນະທີມງານຈາກຄະນະກວດກາສູນກາງພັກ ແລະ ຄະນະນໍາຂອງແຂວງຫົວພັນ ໄດ້ລົງເຄື່ອນໄຫວຢ້ຽມຢາມສູນສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ຮ່ວມມືລາວ-ຫວຽດນາມ ທີ່ບ້ານອົ້ງ ເມືອງຊໍາເໜືອ ແຂວງຫົວພັນ ໃນໂອກາດທີ່ລົງເຄື່ອນໄຫວວຽກງານຢູ່ແຂວງຫົວພັນ ໂດຍການຕ້ອນຮັບຂອງທ່ານ ແອຊໍາ ວິໄລຈິດ ຫົວໜ້າສູນສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ຮ່ວມມືລາວ-ຫວຽດນາມພ້ອມດ້ວຍຄະນະ

ໂອກາດນີ້ ທ່ານ ແອຊໍາ ວິໄລຈິດ ໄດ້ລາຍງານ ສະພາບລວມຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງສູນກາງ ກໍຄືຂອງແຂວງວາງອອກ ແລະ ການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2023, ໂດຍມີບາງເນື້ອໃນວ່າສູນສົ່ງເສີມເຕັກນິກກະສິກໍາ ແລະປ່າໄມ້ຮ່ວມມືລາວ-ຫວຽດນາມ (ສກປມີພາລະບົດບາດເປັນເສນາທິການໃຫ້ແກ່ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊິ່ງຕັ້ງຢູ່ບ້ານອົ້ງເມືອງຊໍາເໜືອມີເນື້ອທີທັງໜົດ15,2 ເຮັກຕາເນື້ອທີ່ປ່າໄມ້ 72%, ປະກອບມີ 4 ກຸ່ມວຽກກຸ່ມວຽກບໍລິຫານ ແຜນການ ແລະ ການເງິນກຸ່ມວຽກຝຶກອົບຮົມ ແລະ ບໍລິການກະຈາຍຂໍ້ມູນຂ່າວສານກຸ່ມວຽກສົ່ງເສີມ ແລະ ບໍລິການເຕັກນິກການຜະລິດກະສິກໍາ ແລະ ປ່າໄມ້ກຸ່ມວຽກຈັດຕັ້ງກຸ່ມ ແລະ ສະຫະກອນມີພະນັກງານ-ລັດຖະກອນທັງໝົດ 13  ຄົນຍິງ 6 ຄົນພະນັກງານອາສາສະມັກຕາມສັນຍາ 3  ຄົນຍິງ 1 ຄົນໃນນັ້ນ ມີ 5 ກິດຈະກໍາຕົ້ນຕໍຄືກິດຈະກໍາລ້ຽງເປັດໄກ່ກິດຈະກໍາປູກໄມ້ໃຫ້ໝາກ ແລະ ສວນກ້າເບ້ຍໄມ້ກິດຈະກໍາປູກພືດຜັກອິນຊີກິດຈະກໍາການລ້ຽງປາໃນໜອງກິດຈະກໍາລ້ຽງໝູໃນປີ 2023 ໄດ້ເພີ່ມອີກກິດຈະກໍາ ຄື ລ້ຽງແບ້ແບບຂັງ ແລະ ປະສົມພັນກົບໃນໄລຍະຜ່ານມາໄດ້ລົງຊຸກຍູ້ສົ່ງເສີມບໍລິການສັກຢາປ້ອງກັນພະຍາດສັດໃຫຍ່ ໃຫ້ແກ່ປະຊາຊົນ 9 ບ້ານອອກຂ້າງກອງຮ້ອຍຜະລິດ ກອງບັນຊາການທະຫານແຂວງກອງພັນ163; ລົງຕິດຕາມແນວພັນໝາກພຸກຫມາກກຽ້ງ ທີ່ສູນແຈກຍາຍໃຫ້ປະຊາຊົນຈໍານວນ 9 ຄອບຄົວມີ 1700 ຕົ້ນສຳເລັດການຈັດຝືກອົບຮົມວຽກງານການປູກ-ການລ້ຽງໃຫ້ກັບຊາວກະສິກອນ ແລະ ພະນັກງານວິຊາການຂັ້ນເມືອງ10 ເມືອງທົ່ວແຂວງສາມາດກ້າເບ້ຍໄມ້ ໄດ້ຈໍານວນ 28,090 ເບ້ຍໄມ້ອຸດສາຫະກໍາ ຈໍານວນ 25,287 ເບ້ຍເບ້ຍກາເຟໝາກນາວໝາກກ້ຽງໝາກມ່ວງໝາກມາດ ແລະ ດອກຄາຍປ່າ ຈໍານວນ 2,803 ເບ້ຍສຽບຍອດໝາກໝັ້ນໃຫຍ່ ແລະ ໝາກຄາຍໃຫຍ່ ພັນຈາກສສ ຫວຽດນາມ ໃສ່ກັບຕົ້ນໝາກຄາຍນ້ອຍຢູ່ສູນ ຈຳນວນ 15 ຕົ້ນລ້ຽງໄກ່ພໍ່ແມ່ພັນຊະນິດພື້ນເມືອງໄດ້ 3,680 ໂຕພໍ່-ແມ່ພັນສັດປີກທົ່ວໄປ 274ໂຕຜະລິດເປັດນ້ອຍ-ໄກ່ນ້ອຍ ໄດ້ 2,906 ໂຕສາມາດສະໜອງຊີ້ນສັດປີກອອກສູ່ຕະຫຼາດໄດ້ 1.253 ກິໂລບໍລິການຝັກໄຂ່ໄດ້2,611 ໜ່ວຍຈໍາໜ່າຍປາອອກສູ່ສັງຄົມໄດ້ຈຳນວນ 2,512 ກິໂລມີພໍ່-ແມ່ພັນໝູຈໍານວນ 28 ໂຕຈໍາໝ່າຍຊີ້ນໝູໄດ້ 3,164 ກິໂລຈໍາໝ່າຍໝູນ້ອຍ 263 ໂຕຈໍາໝ່າຍປະເພດຜັກຕ່າງໆໄດ້ 1,700 ກວ່າກິໂລທົດລອງປູກໝາກແຕງແຄນຕະລຸບ 235 ຖົງຂາຍຢາປິ່ນປົວສັດໄດ້ 10,079,000 ກີບຂາຍອາຫານເສີມສັດລ້ຽງໄດ້ 1,042,000 ກີບຂາຍປູນຂາວຂ້າເຊື້ອຈໍານວນ 40 ກິໂລສ້າງຄອກແບ້ສໍາເລັດຈຳນວນ 2 ຄອກນໍາແນວພັນແບ້ເຂົາມາລ້ຽງຈໍານວນ 17 ໂຕກະກຽມສ່ວນຫຍ້າອາຫານສັດໄດ້ປະມານ 3,3 ຮັກຕາແບ້ເກີດໃໝ່ຈຳນວນ 3 ໂຕ
ໃນໂອກາດລົງເຄື່ອນໄຫວຢ້ຽມຢາມສູນສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ຮ່ວມມືລາວ-ຫວຽດນາມ ຄັ້ງນີ້ ທ່ານ ປອ ຄໍາພັນ ພົມມະທັດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຂອງສູນ ໃຫ້ພ້ອມກັນສືບຕໍ່ຜັນຂະຫຍາຍບັນດາໜ້າວຽກທີ່ມີຢູ່ແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໄປຕາມແຜນການ ແລະ ທິດຊີ້ນໍາຂອງຂັ້ນເທິງເວົ້າລວມເວົ້າສະເພາະກໍແມ່ນພະແນກກະສິກໍາ ແລະປ່າໄມ້ແຂວງວາງອອກ ໃຫ້ມີຜົນສໍາເລັດຍິ່ງຂຶ້ນກວ່າເກົ່າຕ້ອງສຸມໃສ່ໃນການປະຕິບັດໜ້າວຽກຕົວຈິງ ໄປຄຽງຄູ່ກັບທິດສະດີ ເພື່ອສາມາດແຈກຢາຍແນວພັນພຽງພໍກັບຄວາມຕ້ອງການຂອງພໍ່ແມ່ປະຊາຊົນ ພ້ອມທັງໃຫ້ຄໍາແນະນໍາສາທິດການປູກການລ້ຽງ ແລະ ຕິດຕາມປະເມີນ ຢ່າງເປັນລະບົບ ເພື່ອໃຫ້ຫົວໜ່ວຍຄອບຄົວມີລາຍຮັບ ແລະ ສູນມີຄວາມເຂັ້ມແຂງສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ໃນໄລຍະຍາວຈາກນັ້ນທ່ານ ປອ ຄໍາພັນ ພົມມະທັດ ຍັງໄດ້ໃຫ້ກຽດປູກຕົ້ນໄມ້ ແລະ ລົງເບິ່ງບັນດາຄອກສັດລ້ຽງໜອງປາຕົ້ນໄມ້ກິນໝາກພາຍໃນສູນອີກດ້ວຍ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)