ຄະນະຜູ້ແທນຂັ້ນສູງ ຄະນະກວດກາລັດຖະບານ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ຄະນະກວດກາພັກ-ລັດ ແຂວງວຽງຈັນ

08/08/2023

ຄະນະຜູ້ແທນຂັ້ນສູງ ຄະນະກວດກາລັດຖະບານ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ຄະນະກວດກາພັກ-ລັດ ແຂວງວຽງຈັນ

ໃນຕອນເຊົ້າຂອງວັນທີ 8 ສິງຫາ 2023 ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງວຽງຈັນ ໄດ້ຈັດກອງປະຊຸມພົບປະລະຫວ່າງ ຄະນະຜູ້ແທນຂັ້ນສູງ ຄະນະກວດກາລັດຖະບານ ສສ ຫວຽດນາມ ແລະ ຄະນະກວດກາພັກ-ລັດ ແຂວງວຽງຈັນ. ໂດຍການໃຫ້ກຽດຕ້ອນຮັບຂອງ ສະຫາຍ ສົມດີ ແກ້ວດາລາວິນ ປະທານຄະນະກວດກາພັກ-ລັດ ແຂວງວຽງຈັນ, ແລະ ນໍາພາຄະນະຜູ້ແທນຂັ້ນສູງ ຄະນະກວດກາລັດຖະບານ ສສ ຫວຽດນາມໂດຍ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ບຸ່ຍ ຫງັອກ ລາມ ຮອງປະທານ ຄະນະກວດກາລັດຖະບານ ພ້ອມດ້ວຍຄະນະເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສົມດີ ແກ້ວດາລາວິນ ໄດ້ລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານການກວດກາ ຕາມພາລະບົດບາດ, ສິດ, ໜ້າທີ່ຂອງຄະນະກວດກາພັກ-ລັດ ແຂວງວຽງຈັນ ໃນ 06 ເດືອນຕົ້ນປີ 2023 ເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດຮຽນ ທາງດ້ານວິຊາການນຳຄະນະຜູ້ແທນຂັ້ນສູງຂອງ ຄະນະກວດກາລັດຖະບານ ສສ ຫວຽດນາມ, ເຊິ່ງມີບາງເນື້ອໃນຄື: ສະພາບຈຸດພິເສດຂອງແຂວງວຽງຈັນ; ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະກວດກາພັກ-ລັດແຂວງ; ການເຄື່ອນໄຫວວຽກງານວິຊາສະເພາະກວດກາ ເປັນຕົ້ນວຽກງານຕິດຕາມກວດກາພັກແມ່ນໄດ້ຈັດຕັ້ງເຊື່ອມຊືມ ແລະ ປະຕິບັດຄຳແນະນຳຂອງ ຄະນະກວດກາສູນກາງພັກ ເລກທີ 74/ຄກສພ, ດໍາເນີນຊີວິດການເມືອງກາງສະໄໜ ຄະນະບໍລິຫານງານພັກແຂວງ ສະໄໜທີ VI ແລະ ມີຜົນສໍາເລັດເປັນຢ່າງດີ, ວຽກງານກວດກາລັດ ແລະ ຕິດຕາມຜົນຂອງການກວດກາ ໄລຍະຜ່ານມາແມ່ນໄດ້ສຸມໃສ່ຕິດຕາມ ກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ການປະຕິບັດສອງວາລະແຫ່ງຊາດຂອງແຂວງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດ ລະບຽບກົດໝາຍ ແລະ ດຳເນີນການກວດກາບັນດາເປົ້າໝາຍຢ່າງເປັນປົກກະຕິ, ວຽກງານຄົ້ນຄວ້າ ແລະ ແກ້ໄຂຄຳຮ້ອງ-ຄໍາສະເໜີ ຄະນະກວດກາ ໄດ້ເປັນເຈົ້າການປະຕິບັດ ພາລະບົດບາດ, ສິດ, ໜ້າທີ່ ຂອງຕົນໃນການຄົ້ນຄ້ວາແກ້ໄຂຄຳຮ້ອງ-ຄໍາສະເໜີ ດ້ວຍການຕິດຕາມ ກວດກາ ເກັບກຳຂໍ້ມູນຫຼັກຖານຈາກຄວາມເປັນຈິງ, ວິເຄາະ ໄຈ້ແຍກ ຕາມເຫດຜົນຢ່າງພາວະວິໄສ ສອດຄ່ອງກັບລະບຽບກົດໝາຍຂອງລັດ, ວຽກງານຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ແມ່ນໄດ້ເອົາໃຈໃສ່ໃນການຄື່ອນໄຫວຈັດຕັ້ງເຜີຍແຜ່ກົດໜາຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການແຈ້ງຊັບສິນ ພ້ອມນັ້ນ ກໍ່ໄດ້ເອົາໃຈໃສ່ໃນການເກັບກຳສະພາບຂໍ້ມູນຫາງສຽງຕ່າງໆທີ່ເກີດຂຶ້ນກັບຄະນະພັກ, ສະມາ
ຊິກພັກ, ພະນັກງານ-ລັດຖະກອນ ເພື່ອສະເໜີຄະນະພັກ, ຄະນະນຳຂອງແຂວງພິຈາລະນາແກ້ໄຂ.
ໃນຕອນທ້າຍຂອງກອງປະຊຸມຄະນະຜູ້ແທນທັງ 2 ຝ່າຍຍັງໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ບາງບັນຫາທີ່ສົນໃຈ ຢ່າງກົງໄປກົງມາ ເພື່ອເປັນການເສີມຂະຫຍາຍຄວາມຮັບຮູ້-ເຂົ້າໃຈໃຫ້ເລິກເຊິ່ງຍິ່ງຂຶ້ນ ແລະ ພ້ອມກັນນຳໄປປະຕິບັດຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານກວດກາໃນຂົງເຂດຂອງຕົນໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ. ການພົບປະແລກປ່ຽນບົດຮຽນຄັ້ງນີ້ ກໍເພື່ອເປັນການເສີມຂະຫຍາຍສາຍພົວພັນ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງ ຄະນະກວດກາລັດຖະບານ ສສ ຫວຽດນາມ ກັບຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເວົ້າລວມ, ເວົ້າສະເພາະກໍຄືຄະນະກວດກາພັກ-ລັດແຂວງວຽງຈັນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດນີ້ຄະນະຜູ້ແທນຂັ້ນສູງ ຄະນະກວດກາລັດຖະບານ ສສ ຫວຽດນາມ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງວຽງຈັນ.
ຈາກນັ້ນ, ຍັງໄດ້ໄປຢ້ຽມຊົມຫໍສີລາລຶກອາສາສະໝັກ ຫວຽດນາມ ທີ່ເມືອງທຸລະຄົມ ແລະ ເຂື່ອນນໍ້າງຶ່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ເຊິ່ງການເຄື່ອນໄຫວຢ້ຽມແລກປ່ຽນບົດຮຽນຂອງຄະຜູ້ແທນຂັ້ນສູງ ຄະນະກວດລັດຖະບານ ສສ ຫວຽດນາມ ຄັ້ງນີ້ແມ່ນໄດ້ດໍາເນີນເປັນເວລາ 5 ວັນ, ນັບແຕ່ວັນທີ 6-9 ສິງຫາ 2023.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)