ພົບປະແລກປ່ຽນບົດຮຽນ ລະຫວ່າງ ອົງການກວດກາລັດ ແຂວງເຊກອງ ສປປລາວ ແລະ ຄະນະກວດກາລັດ ແຂວງກວາງນາມ ສສ ຫວຽດນາມ

05/10/2023

ພົບປະແລກປ່ຽນບົດຮຽນ ລະຫວ່າງ ອົງການກວດກາລັດ ແຂວງເຊກອງ ສປປລາວ ແລະ ຄະນະກວດກາລັດ ແຂວງກວາງນາມ ສສ ຫວຽດນາມ

ໃນວັນທີ 24 ກໍລະກົດ 2023 ນີ້, ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ເພື່ອເສີ່ມຂະຫຍາຍສາຍພົວພັນໃນການຮ່ວມມື ຕາມບົດບັນທຶກຊ່ວຍຈຳທີ່ໄດ້ເຊັນໃນປິ 2019-2023 (ໄລຍະ5ປີ) ລະຫວ່າງ ອົງການກວດກາລັດ ແຂວງເຊກອງ ແລະ ຄະນະກວດກາລັດ ແຂວງກວາງນາມ ໂດຍຄະນະຜູ້ແທນຝ່າຍລາວນຳໂດຍ ທ່ານ ນາງ ແສງມະນີ ໄຊສົງຄາມ ຮອງປະທານອົງການກວດກາລັດແຂວງ, ຝ່າຍ ສ ສ ຫວຽດນາມ ນໍາໂດຍ ທ່ານ ຫງຽນດຶກຕ໋ຽມ ກຳມະການພັກແຂວງ ປະທານຄະນະກວດກາລັດແຂວງກວາງນາມ, ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມທັງໝົດ 20 ທ່ານ.

ກອງປະຊຸມໃນຄັ້ງນີ້, ຄະນະນໍາທັງສອງຝ່າຍ ໄດ້ຜ່ານບົດລາຍງານການເຄື່ອນໄຫວກ່ຽວກັບຈັດຕັ້ງປະຕິບັດວຽກງານກວດກາລັດໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າໃນການຮ່ວມມືເຊິ່ງກັນ ແລະ ກັນ, ພ້ອມນີ້ທັງສອງຝ່າຍຍັງໃຫ້ຄໍາໝັ້ນສັນຍາຕໍ່ກັນໃນການຮັກສາມູນເຊື້ອອັນດີງາມລະຫວ່າງສອງພັກສອງລັດລາວ-ຫວຽດນາມ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນເທື່ອລະກ້າວ. ພ້ອມກັນຈັດຕັ້ງໜ້າທີ່ວຽກງານແລກປ່ຽນຖອດຖອນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດໄປໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ. ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ແລກປ່ຽນບົດຮຽນຮ່ວມກັນ ຢ່າງກົງໄປກົງມາຕໍ່ບັນຫາທີ່ມີຄວາມສົນໃຈ ເພື່ອເຮັດໃຫ້ວຽກງານກວດກາລັດມີຄວາມເຂັ້ມແຂງຂື້ນເລື້ອຍໆ.
ໃນຕອນທ້າຍ, ທ່ານ ນາງ ແສງມະນີ ໄຊສົງຄາມ ຮອງປະທານອົງການກວດກາລັດແຂວງເຊກອງ ໄດ້ສະແດງຄວາມຂອບໃຈ ໃນການມາພົບປະຢ້ຽມຍາມ ແລະ ແລກປ່ຽນບົດຮຽນ ຂອງຄະນະກວດກາລັດແຂວງກວາງນາມໃນຄັ້ງນີ້ ພ້ອມທັງເປັນການຢັ້ງຢືນ ເຖິງການສືບຕໍ່ເສີມຂະຫຍາຍສາຍພົວພັນໃຫ້ກ້ວາງຂວາງເລິກເຊິ່ງ ສະນິດ ແໜ້ນກ່ວາເກົ່າ ແລະ ພ້ອມກັນຮັກສາມູນເຊື້ອຄວາມສາມັກຄີຮັກແພງ, ໂດຍສະເພາະແມ່ນການຮ່ວມມືມິດຕະພາບຮອບດ້ານຂອງສອງແຂວງ ເຊກອງ ແລະ ແຂວງ ກວາງນາມ ໃຫ້ງອກງາມຍິ່ງໆຂຶ້ນ.
ຜູ້ຂຽນຂ່າວ : ທ້າວ ຕຶ່ງລັງສິດ ບຸນຈິດ.

 

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)