ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດຝຶກອົບຮົມວຽກງານພິທີການທູດ ໃຫ້ພະນັກງານພາຍໃນອົງການ

28/06/2023

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດຝຶກອົບຮົມວຽກງານພິທີການທູດ ໃຫ້ພະນັກງານພາຍໃນອົງການ

ວັນທີ 28 ມິຖຸນາ 2023 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດຝຶກອົບຮົມວຽກງານພິທີການທູດ ໃຫ້ພະນັກງານພາຍໃນອົງການ ໃຫ້ກຽດເຂົ້າຮ່ວມພິທີ ແລະ ກ່າວເປີດຂອງ ທ່ານ ນາງ ບຸນທະວີ ຈິດຕິລາດ ຮອງຫົວໜ້າກົມພົວພັນຕ່າງປະເທດ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ໂດຍມີທ່ານ ນາງ ຕະນາວິລັດ ແກ້ວດວງດີ ຮອງຫົວໜ້າພະແນກ ກົມພິທີການທູດ ກະຊວງການຕ່າງປະເທດ ທັງເປັນນັກວິທະຍາກອນບັນລະຍາຍເອກະສານ, ມີພະນັກງານຈາກຫ້ອງການ, ບັນດາກົມ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແກ່ງລັດເຂົ້າຮ່ວມທັງໝົດ 40 ທ່ານ, ຍິງ 31 ທ່ານ.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອເປັນການກຽມພ້ອມສໍາລັບຜູ້ທີ່ເຮັດວຽກງານປະສານງານໃນການປະຕິບັດໜ້າທີ່ວຽກງານພົວພັນຮ່ວມກັບຫຼາຍພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ໃນການຕ້ອນຮັບແຂກການນໍາ, ການຈັດກອງປະຊຸມ ຫຼື ພິທີການຕ່າງໆ ໃນລະດັບຊາດ, ພາກພື້ນ ແລະ ສາກົນ. ໂອກາດນີ້, ທ່ານ ນາງ ຕະນາວິລັດ ແກ້ວດວງດີ ໄດ້ນໍາສະເໜີຄວາມຮູ້ພື້ນຖ່ານກ່ຽວກັບວຽກງານພິທີການທູດ ໂດຍສະເພາະ ແມ່ນພາລະບົດບາດ ແລະ ໜ້າທີ່ຂອງພະນັກງານປະສານງານ ເປັນຕົ້ນ ຄວາມຮູ້ກ່ຽວກັບພະນັກງານປະສານງານ, ໜ້າທີ່ຕົ້ນຕໍ, ຄວາມຮູ້ຮອບຕົວ, ຄຸນສົມບັດຂອງພະນັກງານປະສານງານ ແລະ ໜ້າທີ່ສະເພາະຂອງພະນັກງານປະສານງານ ຄື: ບ່ອນພັກຂອງຄະນະຜູ້ແທນ; ການຮັບປະທານອາຫານ; ການກະກຽມຂະບວນລົດ; ການກະກຽມຕ້ອນຮັບກ່ອນອອກສະໜາມບິນ; ການຕ້ອນຮັບທີ່ສະໜາມບິນ; ນາງສາວມອບຊໍ່ດອກໄມ້ ໃນພິທີຮັບ-ພິທີສົ່ງ; ຂະບວນລົດເຖິງໂຮງແຮມ; ການເຂົ້າຮ່ວມພິທີເປີດ-ປິດກອງປະຊຸມ, ການເຂົ້າຮ່ວມກອງປະຊຸມ, ງານລ້ຽງ, ເຂົ້າຂໍ່ານັບ ແລະ ເຂົ້າຮ່ວມພິທີຕ່າງໆ; ການກະກຽມກັບຄືນປະເທດ; ກໍລະນີສຸກເສີນ ແລະ ສິ່ງທີ່ຄວນເອົາໃຈໃສ່ຂອງຂອງພະນັກງານປະສານງານ. ຈາກນັ້ນ, ຜູ້ທີ່ເຂົ້້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນສົນທະນາແລກປ່ຽນບົດຮຽນນໍານັກວິທະຍາກອນ ໃນຫຼາຍບັນຫາ ກ່ຽວກັບວຽກງານປະສານງານ ຢ່າງກົງໄປກົງມາ ເພື່ອໃຫ້ເກີດຄວາມເຂົ້າໃຈກ່ຽວກັບວຽກງານດັ່ງກ່າວຢ່າງເລິກເຊິ່ງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃນຕົວຈິງໃຫ້ມີປະສິດທິຜົນ. ການຝຶກອົບຮົມແມ່ນໄດ້ດໍາເນີນເປັນເວລາເຄິ່ງວັນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)