ອົງການກວດກາແຫ່ງລັດ ຮ່ວມກັບ ອົງການ UNODC

13/06/2023

ອົງການກວດກາແຫ່ງລັດ ຮ່ວມກັບ ອົງການ UNODC

ເປີດຝຶກອົບຮົມວຽກງານຕ້ານການສໍ້ລາດບັງຫຼວງ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ
ໃນວັນທີ 13 ມິຖຸນາ 2023 ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ເປີດຊຸດຝຶກອົບຮົມວຽກງານຕ້ານການສໍ້ລາດບັງຫຼວງ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂຶ້ນ ທີ່ຫ້ອງປະຊຸມໂຮງແຮມລາວພລາຊ່າ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສູນທະລາ ເຂັມພິລາດ ຮອງຫົວໜ້າກົມພົວພັນຕ່າງປະເທດ ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ທ່ານນາງ ນິຊານີ ວົງບາ ເຈົ້າໜ້າທີ່ຕ້ານການສໍ້ລາດບັງຫຼວງ ອົງການ UNODC ປະຈໍາພາກພື້ນຣາຊະອານາຈັກໄທ ໂດຍມີຄະນະຊ່ຽວຊານ ອົງການ UNODC ແລະ ສຳມະນາກອນທີ່ມາຈາກອົງການກວດກາແຫ່ງລັດ ແລະ ຈາກ 12 ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 30 ທ່ານ, ຍິງ 9 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ສູນທະລາ ເຂັມພິລາດ ໄດ້ກ່າວວ່າ: ການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ເປັນໂອກາດດີ ທີ່ໄດ້ຮໍ່າຮຽນບົດຮຽນອັນໃໝ່ ແລະ ປະສົບການຕົວຈິງຈາກບັນດາຄູ-ອາຈານ ທັງພາຍໃນ ແລະ ຕ່າງປະທດ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ, ວຽກງານສືບສວນສອບສວນ ໂດຍລົງເລິກການຕ້ານການສໍ້ລາດບັງຫຼວງ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ບັນຫາອື່ນໆຈາກຄະນະຊ່ຽວຊານລະດັບສູງຂອງສາກົນ ແລະ ຂອງ ສປປ ລາວ. ສະນັ້ນ, ເພື່ອບັນລຸຈຸດປະສົງຄາດໝາຍຂອງການຝຶກອົບຮົມຄັ້ງນີ້ ຈຶ່ງຮຽກຮ້ອງມາຍັງບັນດານັກສໍາມະນາກອນທຸກທ່ານ ຈົ່ງສຸ່ມທຸກສະຕິປັນຍາເພື່ອຮໍ່າຮຽນເອົາຄວາມຮູ້ທາງດ້ານທິດສະດີ, ປະສົບການຕົວຈິງ ກ່ຽວກັບວຽກງານດັ່ງກ່າວຈາກບັນດາຄູອາຈານ ໃຫ້ສາມາດຮັບຮູ້, ກໍາແໜ້ນ ແລະ ເປັນບົດຮຽນ ນໍາໄປຈັດຕັ້ງປະຕິບັດຕາມເງື່ອນໄຂຕົວຈິງ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ພ້ອມທັງເອົາໃຈໃສ່ໃນການຮັບຟັງການບັນລະຍາຍ, ຕັ້ງຄໍາຖາມ ແລະ ຕອບຄໍາຖາມ ຢູ່ໃນຂອບເຂດບົດຮຽນຕາມຫົວຂໍ້ຢ່າງມີຄວາມຮັບຜິດຊອບຂອງຕົນ ເພື່ອແລກປ່ຽນບົດຮຽນ ແລະ ຄວາມຮູ້ຈາກຄະນະຊ່ຽວຊານ ເພື່ອສ້າງບາດກ້າວໃໝ່ທາງດ້ານຈິນຕະນາການ ເພື່ອນໍາໄປໜູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມເງື່ອນໄຂຕົວຈິງ ຂອງແຕ່ລະພາກສ່ວນ.

ບົດຮຽນທີ່ນໍາມາຝຶກອົບຮົມໃນຄັ້ງນີ້, ປະກອບມີ ການສືບສວນ-ສອບສວນທາງການເງິນ; ການສືບສວນ-ສອບສວນບັນດາບໍລິສັດ ແລະ ກອງທຶນ; ການສົມຍອມການສະເໜີລາຄາຈັດຊື້-ຈັດຈ້າງທາງພາກລັດ; ການຕ້ານການສໍ້ລາດບັງຫຼວງໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ ລວມມີ: ການກວດສອບການປະຕິບັດໂຄງການ ແລະ ການປະເມີນໂຄງການ, ການກວດຫາການສໍ້ໂກງ, ການສໍ້ລາດບັງຫຼວງໃນໄລຍະການປະຕິບັດໂຄງການ ແລະ ຮູບແບບການສໍ້ໂກງ, ວິທີການ ແລະ ບາດກ້າວສຳລັບການແກ້ໄຂການສໍ້ໂກງພາຍໃນໂຄງການ, ວິທີການສຳລັບການເກັບກູ້ຊັບສິນຄືນຈາກການສໍ້ລາດບັງຫຼວງພາຍໃນໂຄງການ ໃນກໍລະນີມີການນຳໃຊ້ຊັບສິນໄປໃນທາງທີ່ບໍ່ຖືກຕ້ອງເພື່ອຜົນປະໂຫຍດສ່ວນຕົວ ຫຼື ການນຳໃຊ້ແຫຼ່ງຊັບພະຍາກອນໃນແນວທາງອື່ນ (ບໍ່ຖືກຕ້ອງ ແລະ ເໝາະສົມ) ທັງພາຍໃນ ແລະ ຕ່າງປະເທດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານສືບສວນ-ສອບສວນຄະດີການສໍ້ລາດບັງຫຼວງ. ພິທີຝຶກອົບຮົມຄັ້ງນີ້ ແມ່ນໄດ້ດໍາເນີນເປັນເວລາ 4 ວັນ (ນັບແຕ່ວັນທີ 13-16 ມິຖຸນາ 2023).
ຂ່າວ: ຄໍາຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)