ກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ຂອງຊາວໜຸ່ມ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

21/04/2023

ກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ຂອງຊາວໜຸ່ມ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ຄະນະບໍລິຫານງານຊາວໜຸ່ມ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສະຫຼຸບ ການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂຶ້ນ ໃນວັນທີ 21 ເມສາ 2023 ທີ່ສະໂມສອນຄະນະກວດກາສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ກົງໃຈ ວິໄລສັກ ຄະນະບໍລິຫານງານສູນກາງຊາວໝຸ່ມ ປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສຸກຄໍາເພັດ ເຮືອງບຸດສີ, ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ມີຜູ້ຕາງໜ້າຄະນະບໍລິຫານງານສະຫະພັນກໍາມະບານ, ສະຫະພັນແມ່ຍິງ ແລະ ບັນດາຄະນະນໍາ ຄະນະຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 150 ສະຫາຍ, ຍິງ 54 ສະຫາຍ.

ກອງປະຊຸມດັ່ງກ່າວ, ສະຫາຍ ພູວາລິນ ເສນທະວົງ ຄະນະບໍລິຫານງານຊາວໜຸ່ມ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2022, ທິດທາງແຜນການ ປະຈໍາປີ 2023 ໂດຍໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະ 1 ປີຜ່ານມາ ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທີ່ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ, ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກຄະນະກວດກາສູນກາງພັກ ກໍ່ຄືຄະນະພັກຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຢ່າງໃກ້ຊິດ. ໂດຍໄດ້ຊຸກຍູ້ໃຫ້ຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ເອົາໃຈໃສ່ຄົ້ນຄ້ວາເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຂອງລັດ, ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, 2 ວາລະແຫ່ງຊາດ ແລະ ເອກະສານທີ່ສໍາຄັນຕ່າງໆຂອງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນຈັດຂຶ້ນ ຄຽງຄູ່ກັບການສຶກສາອົບຮົມດ້ານການເມືອງ-ແນວຄິດ ໂດຍຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຢ່າງເປັນປົກກະຕິ ແລະ ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຢ່າງເປັນຂະບວນການຟົດຟື້ນ ພ້ອມທັງຍົກໃຫ້ເຫັນດ້ານດີ-ດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມດຽວກັນນີ້້, ກອງປະຊຸມຍັງໄດ້ຜ່ານມະຕິ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄັ້ງທີ 4 ສະໄໝທີ VIII; ຜ່ານຂໍ້ຕົກລົງ ຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ວ່າດ້ວຍການມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນ ຄະນະກວດກາສູນກາງພັກ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານຂອງຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ ແລະ ໄດ້ມອບຫຼຽນກາລະນຶກ 65 ປີ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຄະນະກວດກາສູນກາງພັກ ຈໍານວນ 104 ສະຫາຍ, ຍິງ 43 ສະຫາຍ.

ໂອກາດດຽວກັນນີ້, ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນໍາຕໍ່ກອງປະຊຸມ ເຊິ່ງໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ຍ້ອງຍໍຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານ ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະກວດກາສູນກາງພັກ ໃນໄລຍະທີ່ຜ່ານມາ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ເອົາໃຈ¬ໃສ່ໃນການນຳ¬ພາ-ຊີ້ນໍາ, ສຶກ¬ສາອົບ¬ຮົມຖັນແຖວສະ¬ມາ¬ຊິກຊາວໜຸ່ມ ໃຫ້ສອດ¬ຄ່ອງກັບແຕ່ລະເປົ້າໝາຍ, ເຮັດເລິກ¬ເຊິ່ງ, ທົ່ວເຖິງ ແລະ ຕໍ່ເນື່ອງ; ຍົກລະດັບການສຶກ¬ສາອົບ¬ຮົມໃຫ້ເປັນລະບົບ ແລະ ເຂັ້ມງວດ; ຕ້ອງເປີດກວ້າງວິໄສທັດ, ບຸກທະລຸດ້ານຈິນຕະນາການ, ມີການແຂ່ງ¬ຂັນເຊິ່ງກັນ ແລະ ກັນ; ເອົາ¬ໃຈ¬ໃສ່ຄົ້ນຄວ້າ, ມີນະ¬ໂຍ¬ບາຍ ແລະ ວິ¬ທີການຕົວຈິງ ອັນສອດ¬ຄ່ອງ ເພື່ອຊຸກ¬ຍູ້ສົ່ງ¬ເສີມຊາວໜຸ່ມຜູ້ທີ່ມີພອນສະຫວັນ, ດຸ¬ໝັ່ນໃນການຊອກຮູ້ຮ່ຳ¬ຮຽນ; ສືບຕໍ່ປຸກລະດົມກໍາລັງແຮງ ຂອງຊາວໜຸ່ມ ເຂົ້າສູ່ຂະບວນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານວິຊາສະເພາະໃຫ້ແຂງແຮງ, ເສີມຂະຫຍາຍມູນເຊື້ອປະຈັນບານຊ່ວຍເຫຼືອສັງຄົມ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ໃຫ້ກາຍເປັນກຳລັງແຮງຂັບເຄື່ອນວຽກງານພັດທະນາຊາວໜຸ່ມ ເພື່ອປະກອບສ່ວນພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)