ທ່ານ ຄຳພັນ ພົມມະທັດ ໂອ້ລົມຄະນະພັກ, ຄະນະນຳແຂວງ ຫຼວງພະບາງ

06/04/2023

ທ່ານ ຄຳພັນ ພົມມະທັດ ໂອ້ລົມຄະນະພັກ, ຄະນະນຳແຂວງ ຫຼວງພະບາງ

ໃນໂອກາດທີ່ໄດ້ເຄື່ອນໄຫວຢ້ຽມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງວັນທີ 6 ເມສາ 2023 ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ກໍ່ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ຄະນະບໍລິຫານງານພັກແຂວງ ກໍ່ຄືພະນັກງານຫຼັກແຫຼ່ງຂອງແຂວງ ແລະ ພະນັກງານກວດກາແຂວງຫຼວງພະບາງ.

ໂອກາດນີ້ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງໄດ້ລາຍງານການພັດທະນາເສດຖະກິດ-ສັງຄົມຂອງແຂວງຫຼວງພະບາງ ປີ 2022 ໂດຍໄດ້ຍົກໃຫ້ເຫັນການເຕີບໂຕຂອງເສດຖະກິດຂອງແຂວງ ເຊິ່ງລວມຍອດມູນຄ່າຜະລິດຕະພັນພາຍໃນ GDP ໃນ 1 ປີ ເສດຖະກິດຂອງແຂວງເຕີບໂຕໃນລະດັບ 4,8% (ແຜນການ 5,6%), ຄິດເປັນມູນຄ່າເທົ່າກັບ 14.615,51 ຕື້ກີບ, ລື່ນແຜນການປີ 69,23% .ໃນນີ້ຂົງເຂດກະສິກໍາ-ປ່າໄມ້ຂະຫຍາຍຕົວ 4,39 % ກວມ 48,84 % ຂອງ GDP, ຂົງເຂດອຸດສາຫະກໍາ-ຫັດຖະກໍາຂະຫຍາຍຕົວ 6,06 % ກວມ 20,34 % ຂອງ GDP,​ ຂົງເຂດບໍລິການຂະຫຍາຍຕົວ 4,23 % ກວມ 30,82% ຂອງ GDP, ສາມາດເກັບລາຍຮັບງົບປະມານ ລວມພູດສູນກາງ ແລະ ພູດທ້ອງຖິ່ນ ບັນລຸໄດ້ທັງໝົດ 432,88 ຕື້ກີບ, ລື່ນແຜນ 14,59% . ໃນນີ້ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 415,21 ຕື້ກີບ, ລື່ນແຜນ 13,27 % . ດ້ານລາຍຈ່າຍປະຕິບັດໄດ້ 690,31 ຕື້ກີບ, ເທົ່າກັບ 99,50% ,​ ສາມາດຍາດແຍ່ງ​ທຶນ ເຂົ້າໃນການພັດທະນາແຂວງຫຼວງພະບາງໄດ້ທັງໝົດ 2.781,96 ຕື້ກີບ, ລື່ນແຜນ 43,80 %, ໄດ້ຊຸກຍູ້ປະຊາຊົນປູກເຂົ້າໃນເນື້ອທີ່ 43.506,89 ເຮັກຕາ, ລື່ນແຜນການ 2,16% , ປູກພືດຜັກ ແລະ ພືດທາດແປ້ງ ທັງໝົດ 19.479 ເຮັກຕາ, ລື່ນແຜນການ 0,92% . ໂຄງການປູກມັນຕົ້ນຢູ່ເມືອງ ນານ ຮູບການ 2+3 ໃນເນື້ອທີ 1.739 ເຮັກຕາ, ເພື່ອປ້ອນໂຮງງານຢູ່ແຂວງໄຊຍະບູລີ ແລະ ແຂວງຫລວງພະບາງກໍ່ພວມກໍ່ສ້າງໂຮງງານປຸງແຕ່ງມັນຕົ້ນຢູ່ເມືອງ ນານ ຄາດຄະເນຈະສໍາເລັດໃນທ້າຍເດືອນ 4/2023 ເພື່ອຜະລິດສົ່ງອອກໄປ ສປຈີນ, ໄດ້ສົ່ງເສີມການລ້ຽງສັດໃຫ່ຍປະເພດຕ່າງໆ ເປັນຕົ້ນ ການລ້ຽງງົວ, ລ້ຽງຄວາຍ, ລ້ຽງໝູ, ແບ້ ແລະປະເພດສັດປີກ ຊຶ່ງປະຈຸບັນມີຟາມລ້ຽງສັດ ແລະ ຟາມປາກະຊັງທັງໝົດ 200 ຟາມ, ເພີ່ມຂຶ້ນ 11 ຟາມ ແລະ ທ່ອມສັດໃສ່ສວນຫຍ້າ ເພື່ອບໍລິໂພກພາຍໃນ ແລະ ສົ່ງສັດລ້ຽງປະເພດຕ່າງໆອອກໄປຂາຍຢູ່ ສປຈີນ, ລວມມູນຄ່າການຄ້າກັບຕ່າງປະເທດ ບັນລຸໄດ້ 660,58 ຕື້ກີບ, ເທົ່າກັບ 62,52%, ໃນນັ້ນ: ມູນຄ່າການສົ່ງອອກສິນຄ້າ ບັນລຸ 293,57 ຕື້ກີບ ເທົ່າກັບ 57,70% ຂອງແຜນການ, ສ່ວນໃຫຍ່ສົ່ງອອກໄປ ສປ ຈີນ ກວມ 87,74%, ສສ ຫວຽດນາມກວມ 9,72%, ນອກນັ້ນສົ່ງອອກໄປ ປະເທດໄທ, ສ.ເກົາຫຼີ, ປະເທດຍີ່ປຸ່ນ, ສະຫະລັດອາເມລິກາ, ປະເທດອີລັກ ແລະ ປະເທດອັງກິດ. ມູນຄ່າການນໍາເຂົ້າສິນຄ້າທັງໝົດ 367,01 ຕື້ກີບ ເທົ່າກັບ 67 % ຂອງແຜນການ.
​ພາຍຫຼັງທີ່ໄດ້ຮັບຟັງການລາຍງານແລ້ວທ່ານ ຄຳພັນ ພົມມະທັດ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຫຼາຍດ້ານພາຍໃຕ້ການນຳພາ-ຊີ້ນໍາຂອງອົງຄະນະພັກແຂວງ ກໍ່ຄືພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ. ພ້ອມນັ້ນເພິ່ນໄດ້ມີບາງຄຳເຫັນແລກປ່ຽນຕໍ່ແຂວງເປັນຕົ້ນ ແມ່ນໃຫ້ເອົາໃຈໃສ່ສົ່ງເສີມການຜະລິດສິນຄ້າທົດແທນການນໍາເຂົ້າ,​ ນໍາໃຊ້ສິນຄ້າພາຍໃນ,​ ການທ່ອງທ່ຽວແມ່ນຢາກໃຫ້ພັດທະນາແລ່ງທ່ອງທ່ຽວໃຫ້ສາມາດຮອງຮັບນັກທ່ອງທ່ຽວເຂົ້າມາເພື່ອກະຈາຍການທ່ອງທ່ຽວໃຫ້ໄດ້ຫຼາຍຂຶ້ນ,​ ສົ່ງເສີມການຜະລິດສິນຄ້າທີ່ລະນຶກ ແລະ ເປັນເອກະລັກສະເພາະເມືອງມໍລະດົກໂລກ ເພື່ອຂາຍໃຫ້ນັກນັກທ່ອງທ່ຽວທີ່ເຂົ້າມາທ່ຽວ, ບັນຫາສິ່ງແວດລ້ອມທີ່ເປັນມົນລະພິດ ໂດຍສະເພາະການຈູດປ່າໃຫ້ມີມາດຕະການໃນການຄຸ້ມຄອງ ເພື່ອບໍ່ໃຫ້ເກີດຜົນເສຍຫາຍ ໂດຍມອບຄວາມຮັບຜິດຊອບໃຫ້ແຕ່ລະບ້ານໃນແຕ່ລະຂົງເຂດເປັນເຈົ້າການໃນການປ້ອງກັນບັນຫາດັ່ງກ່າວ ເພື່ອບໍ່ໃຫ້ເກີດມົນລະພິດທີ່ເປັນອັນຕະລາຍຕໍ່ຄົນ ຫຼື ສິ່ງແວດລ້ອມຖ້າຫາກແກ້ບໍ່ໄດ້ມັນຈະສົ່ງຜົນກະທົບຕໍ່ຫຼາຍດ້ານ ໂດຍສະເພາະແມ່ນບັນຫາການທ່ອງທ່ຽວ ນອກນີ້ຍັງເນັ້ນໃຫ້ຄະນະພັກແຕ່ລະຂັ້ນ ໂດຍສະເພາະຂັ້ນຮາກຖານ ແລະ ຂັ້ນເມືອງໃຫ້ປະເມີນຄືນ ພາຍຫຼັງທີ່ສໍາເລັດກອງປະຊຸມກາງສະໄໝ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດວຽກງານຂອງຕົນ ກໍ່ຄືການກໍານົດທິດທາງວຽກງານຈຸດສຸມໃນທ້າຍສະ ໄໝໃຫ້ລະອຽດຈະແຈ້ງ ພ້ອມກັນນັ້ນ ເພິ່ນໄດ້ເນັ້ນ ໃຫ້ແຂວງກະກຽມກອງປະຊຸມຄົບຄະນະບໍລິຫານງານພັກແຂວງກາງສະໄໝຂອງຕ້ອງຕີລາຄາຄືນລະອຽດຈະແຈ້ງໄລຍະຜ່ານມາແຂວງເຮັດຫຍັງໄດ້ແດ່ ແລະ ບັນຫາໃດທີ່ເປັນການເລັ່ງທວງໃຫ້ແຂວງຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ຂາດຕົວ ພ້ອມທັງກໍານົດວຽກງານແຕ່ລະດ້ານ ນັບແຕ່ນີ້ຮອດກອງປະຊຸມທ້າຍສະ ໄໝຢ່າງມີຈຸດສຸມ ເພື່ອເປັນເນື້ອໃນໃຫ້ແກ່ການດຳເນີນກອງປະຊຸມກາງສະໄໝ ສະເໜີບັນດາສະຫາຍທີ່ເປັນຕົວແທນຂອງແຕ່ລະບ່ອນບັນດາສະຫາຍໃນຄະນະພັກ ເຊີດຊູຄວາມຮັບຜິດຊອບເບິ່ງຄືນໃຫ້ເລິກເຊິ່ງເປັນເຈົ້າການຜັນຂະຫຍາຍເນື້ອໃນຕ່າງໆ ຕິດພັນກັບການແກ້ໄຂບັນຫາຕົວຈິງ; ໃຫ້ເບິ່ງການປັບປຸງການຈັດຕັ້ງພັກ, ລັດ ຮັບປະກັນດ້ານຄູນນະພາບ, ການນຳພາຄຸ້ມຄອງອົງການ, ພະແນກການ ແລະ ​ກົມກອງຕ່າງໆ, ປັບປຸງພັກ, ປັບປຸງອົງການປົກຄອງຍົກລະດັບຄວາມສາມາດໃນການນຳພາ, ຄຸ້ມຄອງ, ເຂັ້ມງວດໃນການເຄົາລົບ ແລະ ປະຕະບັດລະບຽບວິໄນ, ມະຕິຕ່າງໆ, ປະຕິບັດບັນດາຫຼັກການຢ່າງເຂັ້ມງວດ,​ ກວດຄືນການກໍານົດໜ້າທີ່ການເມືອງ; ສໍາລັບວຽກງານກວດກາ ການຕິດຕາມ, ກວດກາແມ່ນເປັນເນື້ອໃນ, ເປັນແບບແຜນນຳພາຄຸ້ມຄອງເປັນໜຶ່ງໃນໄມ້ຫຼາວັດແທກຄວາມຮູ້ຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຜູ້ນຳພາແຕ່ລະບ່ອນ, ເຮັດຮອດໃສ, ຈັດຕັ້ງປະຕິບັດຮອດໃສຕ້ອງມີການກວດກາຮອດບ່ອນນັ້ນ, ເຫັນການລະເມີດຢູ່ບ່ອນໃດແກ້ໄຂຢູ່ບ່ອນນັ້ນ, ແກ້ໄຂໃຫ້ທັນການເດັດຂາດ, ສະພາບເລັ່ງທວງໃນປັດຈຸບັນມີຫຍັງແນ່ໃຫ້ນຳເອົາເນື້ອໃນຈິດໃຈຂອງມະຕິ 11 ແລະ ເນຶ້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ 4 ມາໃສ່, ຄະນະພັກຕ້ອງເຂົ້າໃຈ, ຜູ້ເຮັດວຽກງານກວດກາຕ້ອງເຂົ້າໃຈ, ຜູ້ນຳພາແຕ່ລະບ່ອນຕ້ອງເຂົ້າໃຈ ແລະ ມີສ່ວນຮ່ວມ, ຄະນະພັກຕ້ອງຮັບຜິດຊອບ,​ ໜ້າທີ່ຂອງການກວດກາແຕ່ລະຂັ້ນຖ້າເຫັນບັນແມ່ນຂໍທິດຊີ້ນຳເພື່ອເກັບກຳສະພາບ, ຊຸກຍູ້ສົ່ງເສີມງົບປະມານເພື່ອອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານກວດກາໃຫ້ເປັນປົກກະຕິ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)