ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຢ້ຽມຢາມເມືອງງອຍ, ແຂວງຫຼວງພະບາງ

03/04/2023

ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຢ້ຽມຢາມເມືອງງອຍ, ແຂວງຫຼວງພະບາງ

ໂອກາດທີ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງລະຫວ່າງ ວັນທີ 3-7 ເມສາ 2023 ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ຫຼວງພະບາງ ພ້ອມດ້ວຍຄະນະ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງງອຍໃນວັນທີ 4-5 ເມສາ 2023 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ບຸນເມືອງ ໄຊຍະສິດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງງອຍພ້ອມດ້ວຍຄະນະ.

ໂອກາດເຄື່ອນໄຫວຢ້ຽມຢາມເມືອງງອຍຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 3 ປີ (2020-2022) ຂອງເມືອງ ຈາກທ່ານ ບຸນເມືອງ ໄຊຍະສິດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງງອຍເຊິ່ງທ່ານໃຫ້ຮູ້ວ່າເມືອງງອຍ ຕັ້ງຫ່າງຈາກເທດສະບານແຂວງຫຼວງພະບາງປະມານ 142 ກິໂລແມັດ, ມີເນື້ອທີ່ທັງໝົດ 199.091,16 ເຮັກຕາ, ພື້ນທີ່ສ່ວນຫຼາຍແມ່ນຜາຫີນ, ເປັນພູສູງຊັນກວມ 91% ຂອງເນື້ອທີ່ທັງໝົດ, ທົ່ວເມືອງ ມີ 15 ກຸ່ມບ້ານ, ປະກອບມີ 74 ບ້ານ, ມີ 5.859 ຄອບຄົວ ໃນນີ້: ເຜົ່າລາວມີ 1.394 ຄອບຄົວ ກວມ 21%, ເຜົ່າກຶມມຸ 3.858 ຄອບຄົວ ກວມ 65%, ແລະ ເຜົ່າມົ້ງ 607 ຄອບຄົວ ກວມ 14%, ມີພົນລະເມືອງທັງໝົດ 31.382 ຄົນ, ຍິງ 15.102 ຄົນ ປະຊາກອນສ່ວນຫຼາຍ ແມ່ນປະກອບອາຊີີບດ້ານກະສິກໍາ ກວມເຖິງ 80%, ການບໍລິການ-ຄ້າຂາຍ ກວມ 6%, ພະນັກງານກວມ 9% ແລະ ກໍາມະກອນ ກວມ 5%, ໂຄງປະກອບພື້ນຖານທາງເສດຖະກິດ ແມ່ນ ກະສິກໍາ, ອຸດສາຫະກໍາ-ຫັດຖະກໍາ ແລະ ການບໍລິການ, ໃນໄລຍະຜ່ານມາຄະນະພັກ, ຄະນະນຳເມືອງໄດ້ເອົາໃຈໃສ່ຊຸກຍູ້ເຮັດໃຫ້ເສດຖະກິດມີທ່າອຽງຂະຫຍາຍຕົວ ໃນລະດັບສະເລ່ຍ 4,4% ຕໍ່ປີ ເຊິ່ງລວມຍອດຜະລິດຕະພັນພາຍໃນເມືອງບັນລຸ 276,07 ຕຶ້ກີບ ເປັນຕົ້ນແມ່ນຜະລິດຕະພັນ ກະສິກໍາ-ປ່າໄມ້ ກວມ 74%, ຜະລິດຕະພັນ ອຸດສາຫະກໍາ-ຫັດຖະກຳ ກວມ 5% ແລະ ການບໍລິການ ກວມ 21%. ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 8.797.000 ກີບ/ຄົນ/ປີ ເທົ່າກັບ 524 ໂດລາ (ອັດຕາແລກປ່ຽນ ໂດລາເທົ່າກັບ 16.773 ກີບ). ອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງຈຶ່ງໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມການປູກຝັງ ແລະ ລ້ຽງສັດເປັນຕົ້ນຕໍ, ເຊິ່ງທົ່ວເມືອງ ມີເນື້ອທີ່ນາທັງໝົດ 3.045,79 ເຮັກຕາ ໃນນີ້: ເນື້ອທີ່ນາປີ 2.972,29 ເຮັກຕາ, ສະມັດຕະພາບສະເລ່ຍ 4,1 ໂຕນ/ເຮັກຕ້າ, ເນື້ອທີ່ນາແຊງມີ 73,5 ເຮັກຕາ, ສະມັດຕະພາບ 4,5 ໂຕນ/ຮຕ, ຂະຫຍາຍເນື້ອທີ່ນາໃໝ່ໄດ້ 30,94 ເຮັກຕາ, ເນື້ອທີ່ປູກເຂົ້າໄຮ່ທັງໝົດ 9.771 ເຮັກຕ້າ, ມີຊົນລະປະທານຖາວອນ 7 ແຫ່ງ, ຝາຍປະຖົມປະຖານ 271 ແຫ່ງ, ນອກຈາກນີ້ຍັັງໄດ້ຊຸກຍູ້ການປູກພືດອຸດສາຫະກຳປະເພດຕ່າງໆເປັນສິນຄ້າເຊັນ: ສາລີຫວານ, ສາລີແຂງ, ໝາກງາ, ປູກຂ່າ, ໝາກແໜ່ງ, ປູກໄມ້ໃຫ້ໝາກ (ໝາກກ້ຽງ, ໝາກສົ້ມຂຽວ, ໝາກເງາະ) ໃນເນື້ອທີ່ 142,8 ເຮັກຕາ, ປູກຫຍ້າອາຫານສັດ 2.844 ເຮັກຕ້າ ແລະ ການລ້ຽງສັດປະເພດຕ່າງໆມີການຂະຫຍາຍຕົວ ປະຈຸບັນ ມີງົວ 9.850 ໂຕ, ຄວາຍ 4.890 ໂຕ, ໝູ 11.411 ໂຕ, ແບ້ 13.475 ໂຕ, ສັດປິກ 399.500 ໂຕ ແລະ ມີໜອງປາ 250 ໜອງ, ການລ້ຽງສັດເປັນສິນຄ້າແບບເປັນຟາມ ມີ 7 ຟາມ ໃນນັ້ນ: ຟາມໝູ 5 ຟາມ, ຟາມລ້ຽງງົວພື້ນເມືອງ 1 ຟາມ ແລະ ຟາມໄກ່ 1 ຟາມ.

ພາຍຫຼັງໄດ້ຮັບຟັງການລາຍງານແລ້ວທ່ານ ຄໍາພັນ ພົມມະທັດ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ, ຄະນະນຳເມືອງງອຍທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳວຽກງານໃນແຕ່ລະດ້ານ ແລະ ໄດ້ມີບາງຄຳເຫັນຊີ້ນໍາໃຫ້ຄະນະນໍາຂອງເມືອງເອົາໃຈໃສ່ຕື່ມໃນການຊຸກຍູ້ສົ່ງເສີມປະຊາຊົນທໍາການຜະລິດກະສິກຳ ເພື່ອເຮັດໃຫ້ເຂົາເຈົ້າສາມາດກຸ້ມຕົນເອງ ແລະ ເພິ່ງພາຕົນເອງໄດ້ ພ້ອມທັງປຸງແຕ່ງຜະລິດຕະພັນກະສິກຳເພື່ອສົ່ງອອກຂາຍ, ສົ່ງເສີມການບໍລິການທ່ອງທ່ຽວໃຫ້ຫຼາຍຂຶ້ນກວ່າເກົ່າ, ສົ່ງເສີມການສ້າງສິນຄ້າທີ່ລະນຶກເພື່ອຂາຍໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ສຳລັບວຽກງານກວດກາ ຄະນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ນຳພາ-ຊີ້ນຳ ສ້າງເງື່ອນໄຂໃຫ້ຄະນະກວດກາແຕ່ລະຂັ້ນໄດ້ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ ທັງຮັບປະກັນການປະສານສົມທົບຢ່າງ ແໜ້ນແຟ້ນກົມກຽວ ລະຫວ່າງການຊີ້ນຳຂອງຄະນະພັກແຕ່ລະຂັ້ນ ແລະ ການນໍາພາ-ຊີ້ນໍາຈາກຄະນະພັກຂັ້ນເທິງກໍ່ຄືການຊີ້ນຳດ້ານວິຊາການ ແລະ ໃຊ້ສິດຕາມສາຍຕັ້ງຂອງຄະນະກວດກາພັກ ຫຼື ອົງການກວດກາລັດ ຕາມຄວາມຈຳເປັນ ແລະ ເໝາະສົມ.
ໃນໂອກາດທີ່ໄດ້ໄປຢ້ຽມຢາມເມືອງງອຍຄັ້ງນີ້ຍັງໄດ້ໄປຢ້ຽມຊົມແຫຼ່ງທ່ອງທ່ຽວທີ່ເປັນປະຫວັດສາດຂອງເມືອງຄື: ຖໍ້າຜາທອກ ແລະ ຖໍ້າຜາກວາງຕື່ມອີກ; ໃນຕອນບ່າຍຂອງມື້ດຽວກັນ ກໍ່ໄດ້ໄປຢ້ຽມຢາມໂຄງການໄຟຟ້າພະລັງງານນໍ້າຢູ່ເມືອງປາກອູ ແຂວງ ຫຼວງພະບາງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)