ກອງປະຊຸມສະຫຼຸບວຽກງານ 3 ດີ ໄລຍະ I ປີ 2021-2022 ຂອງສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

03/10/2023

ກອງປະຊຸມສະຫຼຸບວຽກງານ 3 ດີ ໄລຍະ I ປີ 2021-2022 ຂອງສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 3 ດີ ໄລຍະທີ I ປີ (2021-2022) ຂຶ້ນໃນວັນທີ 17 ມີນາ 2023 ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານຂອງ ທ່ານນາງ ບຸນອ້ອມ ອຸ່ນມະໂນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸກຄໍາເພັດ ເຮືອງບຸດສີ ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ມີຄະນະກົມຜູ້ຕາງໜ້າບັນດາກົມ, ຫ້ອງການ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະສະຫະພັນແມ່ຍິງ, ສະມາຊິກສະຫະພັນແມ່ຍິງທົ່ວ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ທ່ານ ນາງ ບຸນເສີມ ໄຊຍະຄໍາ ຮອງປະທານສະຫະພັນແມ່ຍິງ ຄກສພ-ອກຫລ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ I ປິ (2021-2022) ແລະ ທິດທາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ II ປິ (2023-2024) ຂອງສະຫະພັນແມ່ນຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໂດຍໄດ້ຍົກໃຫ້ເຫັນຜົນງານການຂະບວນການຈັດຕັ້ງປະຕິບັດໄລຍະຜ່ານມາ ເຊິ່ງສາມາດປະເມີນໄດ້ຄື: ບຸກຄົນ 03 ດີ ມີ 98 ຄົນ, ພົນລະເມືອງດີ 98 ຄົນ, ພັດທະນາດີ 98 ຄົນ, ສ້າງຄອບຄົວຜາສຸກ 98 ຄົນ ກວມເອົາ 98,98%, ໄດ້ປະເພດ 1 ມີ 90 ຄົນ, ປະເພດ 2 ມີ 8 ຄົນ ແລະ ໜ່ວຍ 3 ດີ ໄດ້ປະເພດ 1 ມີ 6 ໜ່ວຍ, ປະເພດ 2 ມີ 4 ໜ່ວຍ ບໍ່ໄດ້ຈັດປະເພດ 1 ຄົນເນື່ອງຈາກເປັນພະນັກງານເຂົ້າການໃໝ່. ນອກນັ້ນ, ໃນພິທີຍັງໄດ້ຮັບຟັງ ການເຜີຍແຜ່ຂໍ້ຕົກລົງສູນກາງສະຫະພັນແມ່ຍິງ ສະບັບເລກທີ 500/ສສຍລ ລົງວັນທີ 5 ກັນຍາ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງກະຊວງ-ອົງການ ແລະ ບົດລາຍງານຫຍໍ້ຜົນຂອງການເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 2 ແລະ ຜົນສໍາເລັດການເຂົ້າຮ່ວມຝຶກອົບຮົບວຽກງານແມ່ຍິງ ທີ່ ສສ ຫວຽກນາມ; ເຜີຍແຜ່ເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 2 ສະໄໝທີ VIII ຄັ້ງວັນທີ 15-16 ພະຈິກ 2022 ພ້ອມທັງຜ່ານແຜນພັດທະນາແມ່ຍິງ 2021-2025 ແລະ ໃນພິທີຍັງໄດ້ໃຫ້ແຕ່ລະໜ່ວຍຂຶ້ນຈັບມືແຂ່ງຂັນກັນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ.

ໂອກາດນີ້, ທ່ານ ສຸກຄໍາເພັດ ເຮືອງບຸດສີ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນໍາຕໍ່ກອງປະຊຸມ ເຊິ່ງໄດ້ຍ້ອງຍໍຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຍັງໄດ້ເນັ້ນໜັກຕໍ່ຄະນະສະຫະພັນແມ່ຍິງ ແລະ ສະມາຊິກສະຫະພັນແມ່ຍິງ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າກຳແໜ້ນພາລະບົດບາດຂອງຕົນ, ກໍາແໜ້ນແນວທາງ-ແຜນນະໂຍບາຍຂອງພັກ, ເປັນເຈົ້າການເຄົາລົບ, ປະຕິບັດກົດໝາຍ ແລະ ລະບຽບການຂອງລັດ ໂດຍສະເພາະແມ່ນກົດລະບຽບ ແລະ ນິຕິກຳຕ່າງໆຂອງສູນກາງສະຫະພັນແມ່ຍິງລາວກໍານົດໄວ້. ສະຫະພັນແມ່ຍິງຕ້ອງເອົາໃຈໃສ່ພັດທະນາຕົນເອງ, ພັດທະນາການຈັດຕັ້ງສະຫະພັນແມ່ຍິງ ແລະ ພັດທະນາກົມກອງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ແທດຕົວຈິງ, ການເຮັດວຽກໃຫ້ມີແຜນການແທດເຖິງກັບວຽກງານທີ່ປະຕິບັດຕົວຈິງ, ກຳນົດເນື້ອໃນທີ່ຈະປະຕິບັດໃຫ້ລະອຽດ, ສ້າງເງື່ອນໄຂ, ຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນຢ່າງພາວະວິໄສ ແລະ ສອດຄ່ອງກັບຄວາມເປັນຈິງ. ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວເອື້ອຍນ້ອງແມ່ຍິງ ແລະ ສັງຄົມ. ເຂົ້າຮ່ວມຂະບວນການເຄື່ອນໄຫວວຽກງານດ້ານຕ່າງໆ ຂອງສະຫະພັນແມ່ຍິງ, ຄະນະກວດກາສູນກາງພັກ ແລະ ອົງການຈັດຕັ້ງມະຫາຊົນອື່ນໆຢ່າງຫ້າວຫັນ; ເຕົ້າໂຮມຄວາມສາມັກຄີພາຍໃນລະຫວ່າງແມ່ຍິງດ້ວຍກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຖັນແຖວສະມາຊິກສະຫະພັນແມ່ຍິງໃຫ້ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)