ສະຫະພັນກໍາມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2022

26/01/2023

ສະຫະພັນກໍາມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2022

ຄະນະບໍລິຫານງານສະຫະພັນກໍາມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງປີ 2023 ໃນວັນທີ 26 ມັງກອນ 2023 ທີ່ສະໂມສອນຄະນະກວດກາສູນກາງພັກ, ພາຍໃຕ້ການເປັນປະທານກອງປະຊຸມຮ່ວມຂອງ ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ຄະນະປະຈໍາພັກ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຜູ້ຊີ້ນໍາວຽກງານກໍາມະບານ, ສະຫາຍ ສົມນຶກ ແສງຮຸ່ງຄຳປັນ ຕາງໜ້າກົມຂະບວນການ ສູນກາງສະຫະພັນກຳມະບານສະຫາຍ ແສງທອງ ຊາວພູວົງ ຄະນະບໍລິຫານງານສູນກາງກໍາມະບານ, ປະທານສະຫະພັນກໍາມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາສະຫາຍ ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະສະຫະພັນກໍາມະບານພ້ອມດ້ວຍສະມາຊິກກໍາມະບານທົ່ວອົງການເຂົ້າຮ່ວມ.

ໃນກອງປະຊຸມໄດ້ຜ່ານບົດສະຫຼູບການເຄື່ອນໄຫວວຽກງານປະຈໍາປີ 2022, ທິດທາງແຜນການປີ 2023, ເຊິ່ງໃນໄລຍະຜ່ານມາ ຄະນະບໍລິຫານງານກໍາມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ປະຕິບັດຕາມພາລະບົດບາດ, ໜ້າທີ່, ຂອບເຂດ, ສິດ ແລະ ການເຄື່ອນໄຫວຕາມແຜນການປີ 2022 ພາຍໃຕ້ການນໍາພາ-ຊີ້ນໍາ ຈາກຄະນະພັກຢ່າງໃກ້ຊິດ. ສະຫະພັນກໍາມະບານ ແມ່ນໄດ້ເຄື່ອນໄຫວວຽກງານ ຕາມພາລະບົດບາດ ແລະ ຕາມການມອບໝາຍຂອງຂັ້ນເທິງ 1 ປີຜ່ານມາໄດ້ເອົາໃຈໃສ່ຊຸກຍູ້ສະມາຊິກກໍາມະບານ ເຂົ້າຮ່ວມເຊື່ອມຊືມບັນດາມະຕິ, ຄໍາສັ່ງ ແລະ ເອກະສານທີ່ສໍາຄັນຕ່າງໆຂອງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນຈັດຂຶ້ນ ເພື່ອເປັນການສຶກສາອົບຮົມດ້ານການເມືອງ-ແນວຄິດ ໂດຍຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຢ່າງເປັນປົກກະຕິ ແລະ ໄດ້ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຢ່າງເປັນຂະບວນການຟົດຟື້ນ. ນອກນີ້ຍັງໄດ້ຜ່ານບົດສຳຫຼວດການນຳພາລວມ, ຂໍ້ກຳນົດຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແລະ ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າໂດຍມີປະທານຮາກຖານຂຶ້ນຈັບມືເພື່ອຢັ້ງຢືນການແຂ່ງຂັນ.

ໂອກາດນີ້ ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນໍາຕໍ່ກອງປະຊຸມເຊິ່ງໄດ້ເນັ້ນ 5 ບັນຫາໃຫ້ສະຫະພັນກໍາມະບານເອົາໃຈໃສ່ຄື: (1). ສືບຕໍ່ຊີ້ນໍາ-ນໍາພາສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ສະມາຊິກກໍາມະບານ ໃຫ້ເປັນລະບົບຕໍ່ເນື່ອງເພື່ອໃຫ້ທຸກຄົນມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີ ງາມຂອງຊົນຊັ້ນກໍາມະກອນ ກໍ່ຄືຊາວຜູ້ອອກແຮງງານລາວບັນດາເຜົ່າ; (2). ເອົາໃຈໃສ່ຕິດຕາມ, ຊຸກຍູ້ຊ່ວຍເຫຼືອກໍ່ສ້າງສະມາຊິກກໍາມະບານໃຫ້ມີສະຕິເຄົາລົບຕໍ່ລະ ບຽບວິໄນຂອງພັກ, ກົດໝາຍຂອງລັດ. ໃນນີ້, ໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຕາມ 4 ຄາດໝາຍຂອງຂະບວນການ: ຮັກຊາດ ແລະ ພັດທະນາຄື: ເຮັດໃຫ້ໄວ, ເຮັດໃຫ້ດີ, ເຮັດໃຫ້ຫຼາຍ, ເຮັດໃຫ້ຖືກຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຖືກຕ້ອງຕາມຄວາມເປັນຈິງ; (3). ປະຕິບັດໜ້າທີ່ດ້ວຍຄວາມຈົ່ງຮັກພັກດີ, ສັດຊື່ບໍລິສຸດຕໍ່ພັກ, ຕໍ່ປະຊາຊົນເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງບັນດາສະຫາຍສະມາຊິກກໍາມະບານຂອງພວກເຮົາ, ຕ້ານບັນດາຫາງສຽງຕ່າງໆ ບໍ່ໃຫ້ເກີດຂື້ນຢ່າງເດັດຂາດໃນສະມາຊິກຂອງພວກເຮົາ (ຄວາມຍຸຕິທຳແມ່ນພື້ນຖານຂອງຄວາມສະຫງົບ); ; ຄະນະບໍລິຫານງານສະຫະພັນກໍາມະບານ, ປະທານ-ຮອງປະທານ ຮາກຖານກໍາມະບານແຕ່ລະກົມຕ້ອງໄດ້ເອົາໃຈໃສ່ປັບປຸງວຽກງານກວດກາພາຍໃນໃຫ້ເຂັ້ມແຂງ, ຄະນະກວດກາຕ້ອງມີແຜນການເຄື່ອນໄຫວອັນລະອຽດແຕ່ລະເດືອນໃຫ້ຮັບສ່ອງແສງຈາກບັນດາໜ່ວຍກໍາມະບານຮາກຖານ, ແຕ່ລະຮາກຖານຕ້ອງກໍາສະມາຊິກຂອງຕົນໃຫ້ມັນແໜ້ນ, ແຕ່ລະເດືອນນໍາພາຮ່ວມຊີວິດມີບົດສະຫຼຸບ ແລະ ເສຍເງິນບໍາລຸງໃຫ້ເປັນປົກກະຕິ (ໃນນີ້, ໃຫ້ເອກະພາບກັນເອົາການຮ່ວມຊີວິດຂອງໜ່ວຍກໍາມະບານເຂົ້າໃນວາລະລວມຂອງກົມແຕ່ລະເດືອນ, ໃຫ້ຈັດຕັ້ງປະຕິບັດເລີ່ມແຕ່ປີ 2023 ນີ້ເປັນຕົ້ນໄປ). ທ້າຍປີແຕ່ລະຮາກຖານ ໃຫ້ດໍາເນີນການສໍາລວດກວດກາ, ຕີລາຄາປະເມີນ 5 ເປັນເຈົ້າ ແລະ ຈັດແບ່ງປະເພດສະມາຊິກກໍາມະບານ ເພື່ອມີການຍ້ອງຍໍຕໍ່ຜູ້ທີ່ມີຜົນງານດີເດັ່ນ; (4). ຕັ້ງໜ້າຍູ້ຂະບວນການແຂ່ງຂັນ 5 ເປັນເຈົ້າໃຫ້ມີຄວາມຟົດຟື້ນ, ຕິດພັນກັບຂະບວນການ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຕ້ານ ປະກົດການຫຍໍ້ທໍ້ຕ່າງໆ ເອົາໃຈໃສ່ປັບປຸງແກ້ໄຂຈຸດອອ່ນ, ຂໍ້ບົກຜ່ອງຂອງຕົນໃຫ້ໄວ ເຊັ່ນ: ປະຕິບັດກົດໝາຍ ລັດຖະກອນໃຫ້ເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ ແລະ ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງ, ສໍາລັບການກູ້ຢືມເງິນກອງທຶນຂອງກໍາມະບານກໍ່ໃຫ້ປະຕິບັດຕາມລະບຽບການປ່ອຍກູ້ຂອງກໍາມະບານ, ສືບຕໍ່ແກ້ໄຂຕໍ່ສະມາຊິກທີ່ຄ້າງການຊຳລະເງິນຄືນຕາມສັນຍາໃຫ້ກຳມະບານຫຼາຍປີຂາດຕົວ; (5).ສໍາລັບຂໍ້ກໍານົດເງິນຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ນັ້ນໃຫ້ສືບຕໍ່ປັບປຸງຕາມການໃຫ້ຄໍາເຫັນສວ່ນຫຼາຍຂອງສະມາຊິກກໍາມະບານວ່າມີຈຸດໃດທີ່ຄວນໄດ້ປັບປຸງຕື່ມ ເພື່ອໃຫ້ທຸກຄົນຈັດຕັ້ງປະຕິບັດໄດ້ແນ່ໃສ່ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນຍິ່ງຂື້ນສໍາລັບຄະນະບໍລິຫານງານສະຫະພັນກໍາມະບານໃນຕໍ່ໜ້ານີ້ໃຫ້ເອົາໃຈໃສ່ປັບປຸງລະບອບປະຊຸມ, ລະບອບສ່ອງແສງລາຍງານ, ແບບແຜນວິທີນໍາພາ-ວິທີເຮັດວຽກ ແລະ ຍາດແຍ່ງເວລາເຄື່ອນໄຫວກິດຈະກໍາໃນວັນສໍາຄັນຕ່າງໆ ຂອງພັກ ຂອງລັດຕື່ມ ເພື່ອສືບຕໍ່ສ້າງຂະບວນການຕ້ອນຮັບວັນສໍາຄັນ ຂອງພັກຂອງລັດ, ວັນສ້າງຕັ້ງກໍາມະບານ, ວັນກໍາມະກອນສາກົນ ແລະ ອັນມໍ່ໆນີ້ແມ່ນວັນສ້າງຕັ້ງອົງການກວດກາພັກ-ລັດ (16 ກຸມພາ 1982-16 ກຸມພາ 2023) ຄົບຮອບ 41 ປີ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)