ພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 19ປີ

09/12/2022

ພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 19ປີ

ພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 19 ປີ
 ໃນວັນທີ 09 ທັນວາ 2022 ນີ້, ອົງການກວດກາແຫ່ງລັດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 19 ປີ (9/12/2003-9/12/2022) ຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານ ຂອງທ່ານ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ຮອງປະທານ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເດວິດ ເຟຣນ  ທີ່ປຶກສາຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ອົງການ UNODC ປະຈໍາ ສປປ ລາວ,ທ່ານ ຈອນ ໂຄໂນລີ ຜູ້ອໍານວຍການ ປະສານງານ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ແຫ່ງລຸກຊໍາບວກ  ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ ທ່ານ ວິໄລວັນ ບຸດດາຄໍາ ໄດ້ຫວນຄືນຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫຼວງສາກົນຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມເປັນອັນຕະລາຍ ຂອງການສໍ້ລາດບັງຫຼວງ ຊຶ່ງແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພາກລັດ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກບໍ່ວ່າຈະແມ່ນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີ ກໍ່ລ້ວນແຕ່ມີຜົນກະທົບ, ດັ່ງນັ້ນໃນກອງປະຊຸມໃຫຍ່ອົງການສະຫະປະຊາຊາດປີ 2000 ຈຶ່ງໄດ້ມີມະຕິ ເລກທີ 55/61, ກໍານົດຄວາມຈໍາເປັນໃນການສ້າງກົດໝາຍ ສາກົນທີ່ມີປະສິດທິຜົນໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນຂອບເຂດທົ່ວໂລກ. ຈາກນັ້ນ, ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນໃນວັນທີ 18 ທັນວາ 2002 ທີ່ນະຄອນນິວຢອກ, ສະຫະລັດອາເມຣິກາ ແລະ ໄດ້ເປີດໃຫ້ບັນດາປະເທດລົງນາມຮັບຮອງໃນວັນທີ 9-11 ທັນວາ 2003 ທີ່ເມືອງ ເມລິດາ ປະເທດແມັກຊີໂກ ຊຶ່ງມາຮອດປັດຈຸບັນມີ 189 ລັດພາຄີເຂົ້າຮ່ວມ. ສໍາລັບ ສປປ ລາວ ໄດ້ລົງນາມໃນວັນທີ 10 ທັນວາ 2003 ແລະ ໃຫ້ສັດຕະຍາບັນໃນວັນທີ 25 ກັນຍາ 2009 ເປັນຕົ້ນມາ. ພ້ອມນັ້ນກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ປີ 2003 ຍັງໄດ້ອອກຍັດຕິ  58/4 ກຳນົດເອົາວັນທີ 9 ທັນວາ ຂອງທຸກໆປີເປັນວັນຕ້ານການສໍ້ລາດບັງຫຼວງສາກົນ. ນັບແຕ່ນັ້ນມາ, ວັນທີ 9 ທັນວາ ຈຶ່ງໄດ້ກາຍເປັນວັນແຫ່ງຄວາມສາມັກຄີຂອງບັນດາປະຊາຊາດໃນໂລກໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ. ການສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ວັນທີ 9 ທັນວາ ປີ 2022 ນີ້ແມ່ນໄດ້ດໍາເນີນພາຍໃຕ້ຄໍາຂວັນ “ສາມັກຄີຮ່ວມປະຊາຄົມໂລກ ຕ້ານການສໍ້ລາດບັງຫຼວງ”. ສໍາລັບອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ສປປ ລາວ ໃນປີ 2022 ນີ້ ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນໄດ້ສຸມໃສ່ເຄື່ອນໄຫວວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ໃນນັ້ນ, ໄດ້ດຳເນີນການໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ນັກຮຽນ-ນັກສຶກສາ, ຕະຫຼອດຮອດປະຊາຊົນຊັ້ນຄົນຕ່າງໆ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍ ຂອງການສໍ້ລາດບັງຫຼວງ ທັງໝົດ 373 ຄັ້ງ, ມີຜູ້ເຂົ້າຮ່ວມ 92.966 ຄົນ, ຍິງ 19.992 ຄົນ, ໄດ້ເຜີຍແຜ່ໂຄສະນາວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຜ່ານວິທະຍຸ ແລະ ໂທລະພາບ 24 ຄັ້ງ, ຂຽນສະຄິບຂ່າວ 96 ເທັບ ມີ 194 ຂ່າວ, ຈັດພິມວາລະສານກວດກາ 06 ສະບັບ ຈໍານວນ 18.764 ຫົວ, ຄັດຈ້ອນຮູບພາບການເຄື່ອນໄຫວວຽກງານ ຕິດກະດານຂ່າວ 49 ຮູບພາບ; ໄດ້ດໍາເນີນການກວດກາຕໍ່ຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງ 72 ຄົນ, ໃນນີ້ ໄດ້ຖືກແກ້ໄຂດ້ານບໍລິຫານ 54 ຄົນ, ກໍາລັງດໍາເນີນການກວດກາລົງເລິກ 18 ຄົນ; ໄດ້ສືບຕໍ່ດໍາເນີນການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ 127 ຄົນ, ໃນນີ້ ໄດ້ແກ້ໄຂດ້ານບໍລິຫານ 82 ຄົນ ແລະ ດໍາເນີນຄະດີ 45 ຄົນ, ໄດ້ສົ່ງສຳນວນຄະດີໃຫ້ໄອຍະການປະຊາຊົນສູງສຸດ 16 ຄົນ, ສານຕັດສິນແລ້ວ 1 ຄົນ, ກໍາລັງດໍາເນີນການສືບສວນ-ສອບສວນຢູ່ 29 ຄົນ. ຜູ້ກະທໍາຜິດແມ່ນລວມທັງພະນັກງານລັດ ແລະ ເອກະຊົນ; ຜົນເສຍຫາຍທີ່ເກີດຂຶ້ນ ແມ່ນຖືກເກັບກູ້ຄືນໄດ້ຈຳນວນໜຶ່ງ. ພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນສ່ວນໃຫຍ່ແມ່ນ: ການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່; ການໃຫ້ ແລະ ຮັບສິນບົນ, ການຍັກຍອກ, ການສໍ້ໂກ້ງຊັບຂອງລັດ, ການປອມແປງ ແລະ ນຳໃຊ້ເອກະສານປອມ ເພື່ອຍັກຍອກ, ສໍ້ໂກງ ແລະ ອື່ນໆ. ໃນພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 19 ປີ ຍັງໄດ້ມີກິດຈະກໍາ ການຖາມ-ຕອບ ຄວາມຮູ້ກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງຕື່ມອີກ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)